徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດ​ທະ​ເລໃນ​ລັດຮາ​ວາ​ຍ​ຂອງ​ອາ​ເມ​ຣິ​ກາ​ເກີດ​ໄພ​ແຜ່ນ​ດິນ​ໄຫວຂະ​ໜາດ 6,2 ລິກ​ເຕີ

2021-10-11 16:58:56 cri

ຕາມ​ຂ່າວCRI:ວັນ​ທີ 10 ຕຸ​ລາ​ນີ້, ຢູ່​ເຂດ​ທະ​ເລໃນ​ລັດ​ຮາ​ວາຍຂອງ​ອາ​ເມ​ຣິ​ກາ​ໄດ້​ເກີດ​ໄພ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 6,2 ລິ​ກ​ເຕີ, ເກາະ​ຮາ​ວາຍ​​ແລະ​ໝູ່​ເກາະ​ຢູ່​ບໍ​ລິ​ເວນ​ໃກ້​ຄຽງ​ໄດ້​ຮູ້​ເຖິງ​ແຮງ​ສັ່ນ​ສະ​ເທືອນຂອງ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້.

 

ຕາມ​ຂ່າວ​​ຈາກ​ເວັບ​ໄຊຂໍ້​ມູນ​ຂ່າວ​ສານ​ໄພ​ແຜ່ນ​ດິນ​ໄຫວ​ຂອງ​ກົມ​ການ​ສຳ​ຫຼວດ​ທໍ​ລະ​ນີສາດ​ແຫ່ງ​ຊາດອາ​ເມ​ຣິ​ກາ​ໄດ້​ໃຫ້​ຮູ້​ວ່າ: ໄພ​ແຜ່ນ​ດິນ​ໄຫວ​ໄດ້​ເກີດ​ຂຶ້ນ​ໃນ​ເວ​ລາ 17 ໂມງ 48 ນາ​ທີ​ຂອງວັນ​ທີ 10 ຕຸ​ລາ​ນີ້​ຕາມ​ເວ​ລາ​ພາກ​ຕາ​ເວັນ​ອອກ​ຂອງ​ອາ​ເມ​ຣິ​ກາ, ໃຈ​ກາງ​ແຜ່ນ​ດິນ​ໄຫວຢູ່​ເຂດ​ທະ​ເລທີ່​ຫ່າງ​ຈາກ​ເກາະ​ຮາ​ວາຍ​ໄປ​ທິດ​ໃຕ້​ປະ​ມານ 27 ກິ​ໂລ​ແມັດ, ​ແລະ​ເລິກ​ລົງ​ໃຕ້​ດິນ​ມີ​ປະ​ມານ 35 ກິ​ໂລ​ແມັດ. ຫຼັງ​ຈາກ​ນັ້ນ, ​ກໍ່​ໄດ້​ເກີດມີ​ແຮງ​ສັ່ນ​ສະ​ເທືອນ​ຕາມ​ມາ​ຫຼາຍ​ເທື່ອ. ປັດ​ຈຸ​ບັນ​ນີ້, ຍັງ​ບໍ່​ທັນ​ມີ​ການ​ລາຍ​ງານ​​ວ່າ​ມີ​ຜູ້​ໃດເສຍ​ຊີ​ວິດ​ຫຼື​ບາດ​ເຈັບ​ແລະ​ຄວາມ​ເສຍ​ຫາຍ​ທາງ​ຊ​ຂັບ​ສິນ​ເທື່ອ. ພາກ​ສ່ວນ​ຮັບ​ມື​ກັບ​ກໍ​ລະ​ນີ​ສຸກ​ເສີນ​ຂອງ​ທ້ອງ​ຖິ່ນ​ກ່າວ​ວ່າ, ໄພ​ແຜ່ນ​ດິນ​ໄຫວ​ຄັ້ງ​ນີ້​ບໍ່​ມີ​ຄວາມ​ສ່ຽງ​ທີ່​ຈະ​ເກີດ​ຄື້ນ​ສຶ​ນາ​ມິ.

ຄຳ​ເຫັນ

0