李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສື່ມວນ​ຊົນ​ອາ​ເມ​ຣິ​ກາເປີດ​ເຜີຍວ່າ: ບໍ​ລິ​ສັດ​ໂມ​ເດີ​ນາ​​ເລືອກ​ຂາຍ​ວັກ​ຊີນ​ໃຫ້ປະ​ເທດ​ຮັ່ງ​ມີ ​ຖື​ກຳ​ໄລ​ເປັນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່

2021-10-12 16:32:18 cri

ໜັງ​ສື​ພິມ​ນິວຢອກ​ທາຍມ​ສ໌ ​ຂອງອາ​ເມ​ຣິ​ກາ​ສະ​ບັບວັນ​ທີ 9 ຕຸ​ລາ​ນີ້​ໄດ້​ລາຍ​ງານ​ວ່າ, ​ນັບ​ມາ​ຮອດ​ປັດ​ຈຸ​ບັນ​ນີ້, ບໍ​ລິ​ສັດ​ໂມ​ເດີ​ນາ​ອາ​ເມ​ຣິ​ກາ “ເກືອບ​ວ່າມີ​ແຕ່​ຂາຍ​ວັກ​ຊີນ​ໂຄວິດ-19 ໃຫ້​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ຮັ່ງ​ມີ​ເທົ່າ​ນັ້ນ”, ສ່ວນ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ລາຍ​ຮັບປານ​ກາງ​ແລະ​ຕ່ຳ, “​ຕ້ອງ​ຊື້​ດ້ວຍ​ລາ​ຄາ​ແພງ, ​ແລະ​ຕ້ອງ​ລໍ​ຖ້າ​ແຖວ​ເຂົ້າ​ຊື້ເປັນ​ເວ​ລາ​ດົນ”.

ອີງ​ຕາມ​ຂໍ້​ມູນກ່ຽວ​ກັບ​ການ​ຈັດ​ຊື້​ຂອງ​ລັດ​ຖະ​ບານ​ແຕ່​ລະ​ປະ​ເທດ​ທີ່​ໄດ້​ເປີດ​ເຜີຍ​ນັ້ນ, ​ລາ​ຄາ​ຈັດ​ຊື້​ວັກ​ຊີນ​ໂມ​ເດີ​ນາ​ຢູ່​ອາ​ເມ​ຣິ​ກາ​ແມ່ນ 15 ໂດ​ລາ​ຫາ 16,5 ໂດ​ລາ​ຕໍ່​ຫຼອດ, ລາ​ຄາ​ຈັດ​ຊື້​ຂອງ​ສະ​ຫະ​ພາບ​ເອີ​ຣົບ​ແມ່ນ 22,6 ຫາ 25,5 ໂດ​ລາ. ລາ​ຄາ​ຈັດ​ຊື້​​ສຳ​ລັບ​ປະ​ເທດ​ໄທ, ໂກ​ລົມ​ບີແລະ​​ບົດ​ສະວາ​ນາ​ແມ່ນ 27 ຫາ 30 ໂດ​ລາ.

​ບໍ​ລິ​ສັດ​ນີ້​ຂາຍ​ວັກ​ຊີນດ້ວຍ​ຮູບ​ແບບ​ສະ​ໜອງ​ສິນ​ຄ້າ​ໂດຍ​ຖື​​ເອົາກຳ​ໄລ​ເປັນ​ສິ່ງ​ສຳ​ຄັນ​ກວ່າ​ໝູ່, ບໍ​ລິ​ສັດ​ເຕັກ​ນິກ​ຊີ​ວະ​​ພາບ​ອາ​ເມ​ຣິ​ກາ​ໂມ​ເດີ​ນາ ໄດ້​ຮັບ​ຜົນ​ປະ​ໂຫຍດ​ຢ່າງ​ຫຼວງ​ຫຼາຍ, ຄາດ​ວ່າ, ປີ​ນີ້​ຈະ​ມີ​ລາຍ​ໄດ້ 20 ຕື້​ໂດ​ລາ​ສະ​ຫະ​ລັດ.

ຄຳ​ເຫັນ

0