秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງສົ່ງສານສະແດງຄວາມເສົ້າສະຫຼົດໃຈເຖິງປະທານາທິບໍດີຣັດເຊຍກ່ຽວກັບເຮືອບິນຕົກ

2021-10-12 12:44:37 cri

ວັນ​ທີ 11 ຕຸ​ລາ​ນີ້, ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ ໄດ້​ສົ່ງ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ເຖິງ​ທ່ານ​ວາ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ກ່ຽວ​ກັບ​ອຸ​ບັດ​ເຫດ​ເຮືອ​ບິນ​ຣັດ​ເຊຍ​ຕົກ.

ໃນ​ສານ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ​ລະ​ບຸ​ວ່າ: ຂ້າ​ພະ​ເຈົ້າ​ຮູ້​ສຶກຕົກ​ໃຈ​ເມື່ອ​ໄດ້​ຮັບ​ຮູ້​ຂ່າວ​ກ່ຽວ​ກັບ​ເຮືອ​ບິນ​ລຳ​ໜຶ່ງ​ຂອງ​ຣັດ​ເຊຍ​ໄດ້​ເກີດ​ອຸ​ບັດ​ເຫດ​ຕົກ​ຢູ່​ລັດ​ຕາ​ຕາ​ສ​ຖານ ເຊິ່ງ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ເປັນ​ຈຳ​ນວນຫຼວງຫຼາຍ. ຂ້າ​ພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ໄວ້​ອາ​ໄລ​ຢ່າງ​ສຸດ​ຊື້ງ​ຕໍ່​ຜູ້​ປະ​ສົບ​ເຄາະ​ຮ້າຍໃນ​ອຸ​ບັດ​ເຫດ​ຄັ້ງ​ນີ້ ແລະ​ສະ​ແດງ​ຄວາມ​ຢື້​ຢາມ​ຖາມ​ຂ່າວ​ຢ່າງ​ຈິງ​ໃຈເຖິງ​ຄອບ​ຄົວ​ຜູ້​ປະ​ສົບ​ເຄາະ​ຮ້າຍ ກໍ​ຄື​ຜູ້​ບາດ​ເຈັບ.

ຄຳ​ເຫັນ

0