徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຜີຍ​ແຜ່​ບົດ​ລາຍ​ງານກ່ຽວ​ກັບ “ສະ​ພາບ​ການ​ຂອງເດັກ​ນ້ອຍ​ໂລກ​ປີ 2021 ” ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ໂດຍສຸມ​ໃສ່​ສຸ​ຂະ​ພາບຈິດ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ

2021-10-13 15:35:56 cri

 ຕາມ​ຂ່າວCRI:ວັນ​ທີ 12 ຕຸ​ລາ​ນີ້, ກອງ​ທຶນ​ເດັກ​ນ້ອຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ກ່ຽວ​ກັບ “ສະ​ພາບ​ການ​ຂອງເດັກ​ນ້ອຍ​ປີ 2021”ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ປະ​ເທດ​ຈີນ.

 

  ບົດ​ລາຍ​ງານໄດ້​ຊີ້​ໃຫ້​ເຫັນ​ວ່າ: ແຕ່​ລະ​ປີ, ໃນ​ທົ່ວ​ໂລກ​ມີ​ຊາວ​ໜຸ່ເຍົາວະ​ຊົນ​ຈຳ​ນວນ 4,6 ໝື່ນ​ຄົນ​ເສຍ​ຊີ​ວິດ​ຍ້ອນ​ການ​ຂ້າ​ຕົວ​ຕາຍ, ການ​ຂ້າ​ຕົວ​ຕາຍ​ແມ່ນ​ໜຶ່ງ​ໃນ​ສາ​ເຫດ​ໃຫຍ່ 5 ຢ່າງ​ຂອງ​ການ​ເສຍ​ຊີ​ວິດ​ຂອງ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​ທີ່​ມີ​ອາ​ຍຸແຕ່ 10 ປີຫາ 19 ປີ. ຕາມ​ການ​ປະ​ເມີນຜົນ, ໃນ​ກຸ່ມ​​ຊາວ​ໜຸ່ມ​ເຍົາວະ​ຊົນ​ທີ່​ມີ​ອາ​ຍຸແຕ່ 10 ປີ​ຫາ 19 ປີ, ມີ​ຫຼາຍກວ່າ 13% ເປັນ​ໂລກ​ຈິດ​ຕາມ​ການນິ​ຍາມ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ. ພ້ອມ​ດຽວ​ກັນ​ນີ້​ຢູ່​ໃນ​ປະ​ເທດ​ທີ່​ມີ​ລາຍ​ໄດ້​ລະ​ດັບ​​ປານກາງ​ແລະ​ສູງ, ມີ​ຊາວ​ໜຸ່ມ​​ເຍົາວະ​ຊົນ​ທີ່​ມີ​ອາ​ຍຸແຕ່ 15 ປີ​ຫາ 24 ປີກວມ​ປະ​ມານ 20% ກ່າວ​ວ່າ: ເຂົາ​ເຈົ້າ​ຮູ້​ສຶກ​ອຸກ​ໃຈ​ແລະ​ບໍ່​ມີ​ຄວາມ​ສົນ​ໃຈເຮັດ​ຫຍັງ​ເລີຍ.

 

  ບົດ​ລາຍ​ງານ​ຮຽກ​ຮ້ອງ​ໃຫ້ເອົາ​ໃຈ​ໃສ່​​ສ້າງ​ບັນ​ຍາ​ກາດ​​ພາຍ​ໃນຄອບ​ຄົວ​ແລະມີ​ຄວາມ​ການ​ຮັກ​ແພງ​​ເດັກ​ນ້ອຍ, ສ້າງ​ສະ​ພາບ​ແວດ​ລ້ອມຢູ່​ໃນ​ໂຮງ​ຮຽນ​ທີ່​ປອດ​ໄພ, ຊ່ວຍ​ເຫຼືອ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ​​ສ້າງ​ສາຍພົວ​ພັນ​ໝູ່​ຄູ່​ທີ່​ດີ​ຕໍ່​ກັນ, ເພື່ອ​ຫຼຸດ​ຄວາມ​ສ່ຽງ​ດ້ານ​ການ​ເປັນ​ໂລກ​ຈິດຂອງ​ເດັກ​ນ້ອຍ​ແລະຊາວ​ໜຸ່ມ​ເຍົາ​ວະ​ຊົນໃຫ້​ໜ້ອຍ​ລົງ.

ຄຳ​ເຫັນ

0