李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ຈີນ-ລາວ​ສຳ​ເລັດ​ການ​ປູລາງ​, ​ຄາດ​ວ່າ ຈະ​ເປີດ​ບໍ​ລິ​ການ​ພາຍ​ໃນ​ປີ​ນີ້

2021-10-13 10:51:38 cri

ຕອນ​ເຊົ້​າ​ວັນ​ທີ 12 ຕຸ​ລາ​ນີ້, ຄຽງ​ຄູ່​ກັບ​ທ່ອນລາງ​ເຫຼັກ​ຍາວ 500 ແມັດ​ຊຸດ​ສຸດ​ທ້າຍ​ໄດ້​ປູ​​ໄປ​ເຖິງ​ປາກ​ອຸ​​ໂມງ​ມ້ານ​ມູ້​ຊູ້​ທີ່​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​, ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດ​ການ​ປູ​ລາງ​​ຮຽບ​ຮ້ອຍແລ້ວ.

ປັດ​ຈຸ​ບັນ​ນີ້, ​ຖານ​ຮອງ​ລາງ​ລົດ​ໄຟ, ຂົ​ວ​ແລະ​ອຸ​ໂມງ​ຂອງ​ທາງ​ລົດ​ໄຟ​ຈີນ-ລາວ​ໄດ້​ສຳ​ເລັດ​​ຕະ​ຫຼອດ​ສາຍແລ້ວ, ການ​ກວດ​ກາ​ເພື່ອມອບ​ຮັບ​ໂຄງ​ການ​ພວມ​ດຳ​ເນີນ​​ໄປຢ່າງ​ຮອບ​ດ້ານ. ໃນ​ທ້າຍ​ປີ​ນີ້, ທາງ​ລົດ​ໄຟ​ຈີນ-ລາວ​​ຕະ​ຫຼອດ​ສາຍຈະ​ເປີດບໍ​ລິ​ການ​, ແຕ່​ນະ​ຄອນ​ຄຸນ​ໝິງ​ແຂວງ​ຢຸນ​ນານ​ປະ​ເທດ​ຈີນ​ໄປ​ຮອດ​ນະ​ຄອນ​ຫຼວງວຽງ​ຈັນ​ຂອງ​ປະ​ເທດ​ລາວ​​ອາດ​ຈະ​ໃຊ້​ເວ​ລາ​ໃນ​ການ​ຂົນ​ສົ່ງ​ສິນ​ຄ້າ​ໂດຍ​ກົງ​​ລະ​ຫວ່າງ​ກັນພາຍ​ໃນ​ມື້​ດຽວ, ສ່​ວນ​ນະ​ຄອນ​ພູ​ເອີ​ແລະ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ປະ​ເທດ​ຈີນທີ່​ຢູ່​ລຽບ​ຕາມ​ທາງ​ລົດ​ໄຟ​ຈີນ-ລາວ​ນັ້ນ, ກໍ່​ຈະ​ສິ້ນ​ສຸດ​ປະ​ຫວັດ​ສາດ​ທີ່​ບໍ່​ມີ​ທາງ​ລົດ​ໄຟ.

ຄຳ​ເຫັນ

0