徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຮ່ວມມືກັບ​ແຕ່​ລະ​ຝ່າຍ​​ສ້າງ​ປະ​ຊາ​ຄົມຮ່ວມ​ຊີ​ວິດເທິງໜ່ວຍ​ໂລກຮ່ວມ​ກັນ

2021-10-13 15:34:48 cri

ຕາມ​ຂ່າວCRI: ຕອນ​ບ່າຍ​ຂອງວັນ​ທີ 12 ຕຸ​ລາ​ນີ້,ທ່ານ​ສີ​ຈິ້ນ​ຜີງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳປະ​ເທດ​ພາ​ຄີ​ໃນ “ສົນ​ທິສັນ​ຍາ​ວ່າ​ດ້ວຍ​ຊີ​ວະ​ນາ​ນາ​ພັນ” ຄັ້ງ​ທີ 15 ຫຼື COP15 ໂດຍ​ຜ່ານ​ວີ​ດີ​ໂອ​ແລະ​ໄດ້​ກ່າວ​ຄຳ​ປາ​ໄສສຳ​ຄັນ, ໂດຍຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ເພີ່ມ​ທະ​ວີ​ການ​ຮ່ວມ​ມືກັນ, ສ້າງ​ປະ​ຊາ​ຄົມຮ່ວມ​ຊີ​ວິດ​ເຖິງໜ່ວ​ຍ​ໂລກ​​ຮ່ວມ​ກັນ.

 

ທ່ານ​ຈ້າວ​ລີ້​ຈ່ຽນ, ໂຄ​ສົກ​ກະ​ຊວງ​ກາ​ນ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ກັບ COP15 ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ, “ໃນ​ກອງ​ປະ​ຊຸມ​ສຸດຍອດ, ທ່ານ​ປະ​ທານ​ສີ​ຈິ້ນ​ຜີງໄດ້​ບັນ​ລະ​ຍາຍ​ກ່ຽວ​ກັບ​​ປັນ​ຫາ​ຂອງ​ຍຸກ​ສະ​ໄໝ​ນີ້​ທີ່ວ່າ “ມະ​ນຸດ​ຕ້ອງ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊີ​ວິດ​ເທິງໜ່ວຍ​ໂລກ​ແນວ​ໃດ​” ດ້ວຍ​ວິ​ໄສ​ທັດ​ເບິ່ງກວ້າງມອງ​ໄກ, ແລະ​ໄດ້​ສະ​ເໜີ​ໃຫ້​ສ້າງ​ບ້ານ​ເມືອງ​ຂອງ​ໂລກ​ທີ່​ມະ​ນຸດ​ແລະ​ທຳ​ມະ​ຊາດດຳ​ລົງ​ຊີ​ວິດ​ຮ່ວມ​ກັນ​ໄດ້​ຢ່າງ​ກົມ​ກຽວ, ມີ​ການ​ເຕີບ​ໂຕ​ຮ່ວມ​ກັນດ້ວຍ​ການ​ປະ​ສານ​ສົມ​ທົບ​ກັນ​ລະ​ຫວ່າງ​ເສດ​ຖະ​ກິດ​, ​ສິ່ງ​ແວດ​ລ້ອມແລະ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ບັນ​ດາ​ປະ​ເທດ​ໃນ​ໂລກ”. ທ່ານ​ປະ​ທານ​ສີ​ຈິ້ນ​ຜີງ​ໄດ້​ຕອບ​ຄຳ​ຖາມ​ທ່​ສັບ​ສົນຂອງ​ຍຸກສະ​ໄໝ​ນີ້​ທີ່ວ່າ “ມະ​ນຸດ​ຕ້ອງ​ສ້າງ​ປະ​ຊາ​ຄົມຮ່ວມ​ຊີ​ວິດເທິງ​ໜ່ວຍ​ໂລກ​ຮ່ວມ​ກັນ​ແນວ​ໃດ” , ທ່ານຮຽກ​ຮ້ອງ​ໃຫ້​ຖືເອົາ​ການ​ສ້າງ​ຄວາມ​ສິ​ວິ​ໄລ​ດ້ານ​ນິ​ເວດ​ເປັນ​ທິດ​ຊີ້​ນຳ, ປະ​ສົມ​ປະ​ສານ​​ການ​ພົວ​ພັນ​ລະ​ຫວ່າງ​ມະ​ນຸດ​ກັບ​ທຳ​ມະ​ຊາດ; ຖື​ເອົາ​ການ​ຫັນ​ປ່ຽນ​ຮູບ​ແບບ​ການ​ພັດ​ທະ​ນາ​ເປັນ​ແບບສີ​ຂຽວ​ເປັນ​ແຮງ​ຂັບ​ເຄື່ອນ, ຊຸກ​ຍູ້​ການ​ພັດ​ທະ​ນາ​ໂລກແບບ​ຍືນ​ຍົງ​ ; ຖືເອົາຄວາມ​ສຸກ​ຂອງ​ປະ​ຊາ​ຊົນ​ເປັນ​ໃຈ​ກາງ, ​ຊຸກ​ຍູ້​ຄວາມ​ຍຸດ​ຕິ​ທຳແລະ​ຄວາມ​ເປັນ​ທຳ​ໃນ​ສັງ​ຄົມ ; ຖືເອົາກົດ​ໝາຍ​ສາ​ກົນ​ເປັນ​ພື້ນ​ຖານ, ປົກ​ປ້ອງ​ລະ​ບົບ​ການ​ບໍ​ລິ​ຫານສາ​ກົນ​ທີ່​ຍຸດ​ຕິ​ທຳແລະ​ສົມ​ເຫດ​ສົມ​ຜົນ.

ຄຳ​ເຫັນ

0