徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານວາ​ລາ​ດີ​ເມຍ ປູ​ຕິນ​ກ່າວ​ວ່າ: ຈີນ​ແມ່ນ​ຄູ່​ຮ່ວມ​ມືທີ່​ເຊື່ອ​ຖື​ໄດ້​ທີ່​ສຸດ​ຂອງ​ຣັດ​ເຊຍ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ອຸ​ດົມ​ສົມ​ບູນ

2021-10-14 16:37:59 CRI

ຕາມ​ຂ່າວCRI:ວັນ​ທີ 13 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ວາ​ລາ​ດີ​ເມຍ ປູ​ຕິນ, ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄົບ​ຄະ​ນະ​ຂອງ​ເວ​ທີ​ປຶກ​ສາ​ຫາ​ລື​ທີ່​ມີ​ຫົວ​ຂໍ້​ຫຼັກ​ວ່າ: ​ສັບ​ປະ​ດາ​ພະ​ລັງ​ງານ​ຣັດ​ເຊຍ. ທ່ານ​ປູ​ຕິນ​ໄດ້​ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ວ່າ, ຈີນ​ແມ່ນ​ຄູ່ປະ​ສານ​ງານ​ດ້ານ​ຍຸດ​ທະ​ສາດ​ຮອບ​ດ້ານ​ທີ່​ເຊື່​ອ​ຖື​ໄດ້​ທີ່​ສຸດ​ຂອງ​ຣັດ​ເຊຍ, ສອງ​ຝ່າຍ​ໄດ້​ສືບ​ຕໍ່​ຮັກ​ສາ​ການ​ຮ່ວມ​ມື​ທີ່​ມີ​ປະ​ສິດ​ທິ​ຜົນ​ໃນ​ແຕ່​ລະ​ຂົງ​ເຂດ. ການ​ຄ້​າ​ລະ​ຫວ່າງ​ຣັດ​ເຊຍ​ກັບ​ຈີນ​ເຕີບ​ໂຕ​ສວນ​ທາງ​ກັບທ່ວງ​ທ່າການ​ຊຸດ​ໂຊມ​ລົງ​ຍ້ອນ​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ສະ​ພາບ​ພະ​ຍາດ​ໂຄວິດ-19 , ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ​ລະ​ຫວ່​າງ​ສອງ​ປະ​ເທດ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງ​ອຸ​ດົມ​ສົມ​ບູນ. ຍົກ​ຕົວ​ຢ່າງວ່າ: ໂຄງ​ການ​ການ​ຮ່ວມ​ມື​ອາຍ​ແກັ​ສ​ທຳ​ມະ​ຊາດ​ທາດ​ແຫຼວ​ທີ່ຮ່ວມ​ມື​ກັນລະ​ຫວ່າງ​ບໍ​ລິ​ສັດ​ໂນ​ວາ​ເຕັກ​ຂອງ​ຣັດ​ເຊຍ​ກັບ​ຈີນ, ຣັດ​ເຊຍໄດ້​ອີງ​ໃສ່​ທໍ່​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​​ສາຍ​ຕາ​ເວັນ​ອອກຈີນ-ຣັດ​ເຊຍ​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​ໃຫ້​ແກ່​ຈີນ, ປະ​ລິ​ມານ​ການ​ສົ່ງ​ອາຍ​ແກັ​ສ​ທຳ​ມະ​ຊາດ​ບັນ​ລຸໄດ້ 38 ຕື້ແມັດ​ກ້ອນ​ຕໍ່​ປີ.

 

 

ຄຳ​ເຫັນ

0