尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ ສີ​ຈິ້ນ​ຜິງ ​ເນັ້ນ​ໜັກ​ໃຫ້​ຄວາມສຳ​ຄັນ​ຕໍ່​ວຽກ​ງານ​ຜູ້​ເຖົ້າ

2021-10-14 16:25:24 cri

      ​ເນື່ອງ​ໃນໂອ​ກາດ​​ວັນ​ບຸນສົງ​ຢາງທີ່​ເປັນ​ບຸນ​ປະ​ເພ​ນີ​ຂອງ​ຈີນ​ໄດ້​ໝູນ​ວຽນ​ມາ​ເຖິງ, ທ່ານ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູ​ນ​ກາງ​ພັກ​ກອມ​ມູ​ນິດ​ຈີນ,ປະ​ທານ​ປະ​ເທດ​ຈີນ,ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ໄດ້​ເນັ້ນ​ໜັກ​ຄວາມ​ສຳ​ຄັນ​ກ່ຽວ​ກັບ​ວຽກ​ງານ​ຜູ້​ເຖົ້າ ໂດຍ​ໄດ້​ຕາງ​ໜ້າ​ໃຫ້​ສູນ​ກາງ​ພັກ​ສົ່ງ​ຄຳ​ອວຍ​ພອນ​ຜູ້​ເຖົ້າ​ໃນ​ທົ່ວ​ປະ​ເທດ​ຈົ່ງ​ມີ​ສຸ​ຂະ​ພາບ​ແຂງ​ແຮງ​ແລະ​ມີ​ອາ​ຍຸ​ໝັ້ນ​ຂວັນ​ຍືນ​ແລະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຸກ.
 

      ທ່ານ ສີ​ຈິ້ນ​ຜິງ ​ໄດ້​ກ່າວ​ເນັ້ນ​ໜັກ​ວ່າ: ຄະ​ນະ​ພັກ​ທຸກ​ຂັ້ນ​ແລະ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ້ອງ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ແລະ​ເຮັດ​ວຽກ​ງານ​ບໍ​ລິ​ການ​ຜູ້​ເຖົ້າໃຫ້​ດີ​ຢ່າງ​ແທ້​ຈິງ,ຈັດ​ຕັ້ງ​ປະ​ຕິ​ບັດ​ຍຸ​ດ​ທະ​ສາດ​ແຫ່ງ​ຊາດ​ເພື່ອ​ຮັບ​ມື​ກັບ​ສັງ​ຄົມ​ທີ່​ມີ​ປະ​ຊາ​ກອນ​ອາ​ຍຸ​ສູງ​ຫຼາຍ​ຂຶ້ນ​ຢ່າງ​ຕັ້ງ​ໜ້າ, ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ເບິ່ງ​ບັນ​ຫາ​ທີ່​ສັງ​ຄົມ​ມີ​ຜູ້​ອາ​ຍຸ​ສູງ​ຫຼາຍ​ຂຶ້ນ​ໃນ​ແງ່​ດີ​ແລະ​ເຮັດ​ໃຫ້​ຜູ້​ເຖົ້າ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ​ພ້ອມ​ທັງ​ໃຫ້​ແນວ​ຄິດ​ດັ່ງ​ກ່າວເຊື່ອມ​ໂຍງ​ເຂົ້າ​ກັບ​​ຂະ​ບວນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ,ເພີ່ມ​ພະ​ລັງ​ແຮງ​ເຂົ້າ​ໃນ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານລະ​ບຽບ​ການ,ການ​ສະ​ໜອງ​ນະ​ໂຍ​ບາຍ​ແລະ​ການ​ສະ​ໜອງ​ງົບ​ປະ​ມານ,ປັບ​ປຸງ​ລະ​ບົບ​ວຽກ​ງານ​ຜູ້​ເຖົ້າໃຫ້​ສົມ​ບູນຂຶ້ນ,ເລັ່​ງ​ລັດ​ປັບ​ປຸງ​ລະ​ບົບ​ປະ​ກັນ​ສັງ​ຄົມ,ລະ​ບົບ​ບໍ​ລິ​ການ​ການ​ເບິ່ງ​ແຍງ​ລ້ຽງ​ດູ​​ຜູ້​ເຖົ້າແລະລະ​ບົບ​ຮັບ​ປະ​ກັນ​ສຸ​ຂະ​ພາບ​ໃຫ້​ສົມ​ບູນ​ຂຶ້ນ,ເພື່ອ​ເຮັດ​ໃຫ້​ຜູ້​ເຖົ້າ​ຊົມ​ໃຊ້​ໝາກ​ຜົນແຫ່ງ​ການ​ພັດ​ທະ​ນາ​ແລະ​ປະ​ຕິ​ຮູບ​ຮ່ວມ​ກັນ​ແລະ​ດຳ​ລົງ​ຊີ​ວິດ​ຢ່າງ​ມີ​ຄວາມ​ສຳ​ລານ​ບານ​ໃຈ​ໃນ​ໄວ​ຊະ​ລາ.

ຄຳ​ເຫັນ

0