秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ວິດີໂອຝືກແອບຂອງນັກບິນອະວະກາດ 3 ຄົນທີ່ຈະປະຕິບັດພາລະກິດໄປກັບຍານອະວະກາດບັນທຸກຄົນເສີນໂຈ່ວ 13

2021-10-15 16:36:51 cri

​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເສີນ​ໂຈ່ວ 13 ໃກ້​ຈະ​ຖືກ​ສົ່ງ​ຂຶ້ນ​ສູ່​ອະ​ວະ​ກາດ​​ໃນ​ໄວໆ​ນີ້. ນັກ​ບິນ​ອະ​ວະ​ກາດ 3 ຄົນ ຄື: ທ່ານ​ຈາຍ​ຈື້​ກ່າງ, ນາງວາງ​ຢ້າ​ຜິງ ແລ​ະ​ທ່ານເຢ້ກວ່​າງ​ຟູ້ ທີ່​ຈະ​ປະ​ຕິ​ບັດ​ພາ​ລະ​ກິດ​ດັ່ງ​ກ່າວ ຈະ​ດຳ​ລົງ​ຊີ​ວິດ ແລະ​ເຮັດ​ວຽກ​ຢູ່​ອະ​ວະ​ກາດ​ເປັນ​ເວ​ລາ 6 ເດືອນ. ເຂົາ​ເຈົ້າ​ຈະ​ນຳ​ໃຊ້​ທ່າ​ແຮງ​ຂອງ​ຕົນ ເພື່ອ​ຮ່ວມ​ມື​ກັນ​ເຮັດການ​ທົດ​ລອງວິ​ທະ​ຍາ​ສາດ​​ຢູ່ອະ​ວະ​ກາດຫຼາຍ​ໂຄງ​ການ​ໃຫ້​ສຳ​ເລັດ. ໃນ​ໄລ​ຍະ​ປະ​ຕິ​ບັດ​ພາ​ລະ​ກິດ​ຄັ້ງ​ນີ້, ເຂົາ​ເຈົ້າ​ຍັງ​ຈະ​ອອກນ​ອກ​ຍານ​ອະ​ວະ​ກາດ​ເພື່ອ​ເຄື່ອນ​ໄຫວ​ຢູ່​ອະ​ວະ​ກາດ​ສອງ​ຫາ​ສາມ​ຄັ້ງ. ສະ​ນັ້ນ, ໃນ​ເວ​ລາ​ຝຶກ​ແອບຢູ່ໜ່ວຍ​ໂລກ, ​ນັກ​ບິນ​ອະ​ວະ​ກາດ​ທຸກ​ຄົນ​ຕ້ອງ​ເຮັດ​ໃຫ້​ໄດ້​ຕາມ​ມາດ​ຕະ​ຖານ​ໃນ​ການ​ອອກ​ໄປ​ເຄື່ອນ​ໄຫວ​ຢູ່​ນອກ​ຍານ​ອະ​ວະ​ກາດ. ມາ​ເບິ່ງ​ເຂົາ​ເຈົ້າ​ຝຶກ​ແອບ​ນຳ​ກັນ​ວ່າ​ເຮັດແນວ​ໃດ.

ຄຳ​ເຫັນ

0