覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ 13”ຂຶ້ນ​ສູ່​ອະ​ວະ​ກາດ

2021-10-16 09:38:32 cri

ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ 13”ຂຶ້ນ​ສູ່​ອະ​ວະ​ກາດ_fororder_航天 1
 

   ຕາມ​ຫ້ອງ​ການ​ໂຄງ​ການ​ການ​ບິນ​ບັນ​ທຸກ​ຄົນ​ຈີນໄດ້​ແຈ້ງ​ຂ່າວ​ວ່າ: ເວ​ລາ ສູນ​ໂມງ 23 ນາ​ທີ​ຂອງວັນ​ທີ 16 ຕຸ​ລາ​ປີ2021 ຕາມ​ເວ​ລາ​ປັກ​ກິ່ງ, ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ13” ໄດ້​ຖືກ​ສົ່ງ​ຂຶ້ນ​ສູ່ອ​ະ​ວະ​ກາດ​​ດ້ວຍຈະຫຼວດ​ສົ່ງ​ຍານ“ສາງ​ເຈີ່ງ2FY13” ຈາກ​ສູນ​ສົ່ງ​ດາວ​ທຽມ​ຈິວ​ສວນ​ໂດຍ​ບັນ​ທຸກ​ນັກ​ບິນ​ອະ​ວະ​ກາດ 3 ຄົນ​ຄື ທ່ານ​ຈາຍ​ຈື້​ກ່າງ, ທ່ານ​ນາງ​ຫວາງ​ຢ້າ​ຜິງ​ແລະ​ທ່ານ​ເຢ້​ກວ່າງ​ຟູ້​ຂຶ້ນ​ສູ່​ອະ​ວະ​ກາດ, ຈຸ​ນັກ​ບິນ 3 ຄົນ​ມີ​ສະ​ພາບ​ທີ່​ດີ, ການ​ສົ່ງ​ຍານ​ອະ​ວະ​ກາດ​ຄັ້ງ​ນີ້​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ.

 

ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ 13”ຂຶ້ນ​ສູ່​ອະ​ວະ​ກາດ_fororder_航天 2
 

    ນີ້​ເປັນ​ພາ​ລະ​ກິດການ​ບິນ​ຄັ້ງ​ທີ 21 ນັບ​ຕັ້ງ​ແຕ່​ຈີນ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ການ​ບິນອະ​ວະ​ກາດ​ບັນ​ທຸກ​ຄົນ​ເປັນ​ຕົ້ນ​ມາ, ທັງ​ເປັນ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ຄັ້ງ​ທີ 2 ໃນ​ໄລ​ຍະ​ດຳ​ເນີນ​ໂຄງ​ການ​ສະ​ຖາ​ນີ​ອະ​ວະ​ກາດ. ຫຼັງ​ຈາກ​ນັ້ນ, ນັກ​ບິນ​ອະ​ວະ​ກາດ​ຈະ​ເຂົ້າສູ່​ຫ້ອງ​ແກນ​ກາງ(core module)​ທຽນ​ເຫີ​ເພື່ອ​ເລີ່ມ​ປະ​ຈຳ​ການ​ເປັນ​ເວ​ລາ 6 ເດືອນ ໂດຍ​ຈະ​ປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຕ່າງໆ​ເຊັ່ນ ບັນ​ຊາແຂນ​ກົນ​ຈັກ, ການ​ເຄື່ອນ​ໄຫວ​ຢູ່ນອກ​ຍານ​ອະ​ວະ​ກາດ, ການ​ເຄື່ອນ​ຍ້າຍ​ໂມ​ດຸນ ແລະ​ອື່ນໆ, ເພື່ອ​ກວດ​ສອບ​ເຕັກ​ນິກ​ສຳ​ຄັນ​ຕ່າງໆ​ຕື່ມ​ອີກ​ເຊັ່ນ ​ນັກ​ບິນ​ອະ​ວະ​ກາດປະ​ຈຳ​ການ​ໃນ​ຍານ​ອະ​ວະ​ກາດ​ຢ່າງ​ຍາວ​ນານ, ການຊ່ວຍ​ໃຫ້​ມີ​ຊີ​ວິດ​​ຢູ່​ໄດ້​ຍາວ​ນານ ( regenerative life support)ແລ​ະ​ອື່ນໆ.
 

ຈີນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ຈົບ​ງາມ​ໃນ​ການ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ “ເສີນ​ໂຈ່ວ 13”ຂຶ້ນ​ສູ່​ອະ​ວະ​ກາດ_fororder_航天 3

 

ຄຳ​ເຫັນ

0