覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ຈະ​ອະ​ນຸ​ຍາດ​ໃຫ້​ຜູ້​ໂດຍ​ສານ​ຕ່າງ​ປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19ຄົບ​ເຂັມແລ້ວ​ເຂົ້າ​ປະ​ເທດ​ຕົນ​ເລີ່ມ​ແຕ່​ວັນ​ທີ 8 ພະ​ຈິກ​ໜ້​າ​ນີ້

2021-10-16 13:06:11 cri

ວັນ​ທີ 15 ຕຸ​ລາ​ນີ້, ​ທ່ານ​ເຄວິນ ມູໂນ​ສ ຜູ້​ຊ່ວຍ​ໂຄ​ສົກ​ທຳ​ນຽບ​ຂາວ​ອາ​ເມ​ຣິ​ກາໄດ້​ອອກ​ປະ​ກາດ​ແຈ້ງ​ການ​ຜ່ານ​ສື່​ສັງ​ຄົມ​ອ໋ອນ​ລ​າຍ​ວ່າ: ອາ​ເມ​ຣິ​ກາ​ຈະ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ໃໝ່​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ເລີ່ມ​ແຕ່​ວັນ​ທີ 8 ພະ​ຈິກ​ໜ້າ​ນີ້​ເປັນ​ຕົ້ນ​ໄປ. ​ນະ​ໂຍ​ບາຍ​ດັ່ງ​ກ່າວ​ຈະ​ຍົກ​ເລີກ​​ມາດ​ຕະ​ການຈຳ​ກັດ​ຜູ້​ໂດຍ​ສານ​ຕ່າງ​ປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19 ແລ້ວ, ປະ​ກາດ​ແຈ້ງ​ການ​ພ້ອມ​ວັນ​ເວ​ລາ​ດັ່ງ​ກ່າວ​ຈະ​ເໝາະ​ໃຊ້​ສຳ​ລັບ​ຜູ້​ໂດຍ​ສານ​ສາ​ກົນທາງ​ອາ​ກາດແລະ​ທາງ​ບົກ​.
 

ເມື່ອ​ຮອດ​ວັນ​ທີ 18 ພະ​ຈິກ​ໜ້າ​ນີ້, ອາ​ເມ​ຣິ​ກາ​ຈະ​ຍົກ​ເລີກ​​ມາດ​ຕະ​ການ​ຈຳ​ກັດການ​ເດີນ​ທາງ​ທາງ​ອາ​ກາດ​ຂອງ 33 ປະ​ເທດ​ແລະ​ເຂດ​ແຄວ້ນ​ເຊິ່ງ​ລວມ​ທັງ​ຈີນ,ອິນ​ເດຍ, ບ​ຣາ​ຊີນ​ແລະ​ເຂດ​ແຄວ້ນ​ສ່ວນ​ໃຫຍ່​ຂອງ​ເອີ​ຣົບ. ຜູ້​ໂດຍ​ສານ​ຕ່າງ​ປະ​ເທດ​ທີ່​ໄດ້​ສັກ​ວັກ​ຊີນ​ໂຄວິດ-19ແລ້ວ ກໍ​ຈະ​ສາ​ມາດ​ເຂົ້າ​ສູ່​ປະ​ເທດ​​ອາ​ເມ​ຣິ​ກາ​ໄດ້​ໂດຍ​ຜ່ານ​ຊາຍ​ແດນ​ທາງ​ບົກ​ລະ​ຫວ່າງ​ອາ​ເມ​ຣິ​ກາ​ກັບ​ກາ​ນາ​ດາຫຼື​ແມັ​ກ​ຊິກ.

ຄຳ​ເຫັນ

0