李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນສົ່ງ​ເຄື່ອງ​ເຊັ່ນ​ໄຫວ້​ໃຫ້​ແກ່​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ

2021-10-17 14:57:43 cri

ວັນ​ທີ 17 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ສຳ​ນັກ​ຂ່າວ​ວິ​ທະ​ຍຸ​ຍີ່​ປຸ່ນ ຫຼື NHK ລາຍ​ງານ​ວ່າ, ທ່ານ ຄີ​ຊີ​ດາ ຟູ​ມີ​ໂອ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ​ໄດ້​​ສົ່ງ​ເຄື່ອງ​ເຊັ່ນ​ໄຫວ້​ໃຫ້​ແກ່​ຫໍ​ໄຫວ້​ຊຸ​ຄຸ​ນິ​ໃນ​ໄລ​ຍະ “​ການ​ເຊັ່ນ​ໄຫວ້ຂະ​ໜາດ​ໃຫຍ່​ປະ​ຈຳ​ລະ​ດູ​ໃບ​ໄມ​ຫຼົ່ນ”.

ກ່ອນ​ໜ້າ​ນີ້, ທ່ານ​ນາງ​ຮ​ວ້າ​ຊຸ່ນ​ຢິງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ເຄີຍ​ຊີ້​ອອກວ່າ, ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ​ແມ່ນ​ເຄື່ອງ​ມື​​ດ້ານ​ຈິດ​ໃຈ​ແລະ​ສັນ​ຍາ​ລັກ ແຫ່ງ​ການ​ກໍ່​ສົງ​ຄາມ​ຮຸກ​ຮານ​ຕ່າງ​ປະ​ເທດ​ຂອງລັດທິ​ລັດ​ຖະ​ທະຫານຍີ່​ປຸ່ນ, ໄດ້​ຕັ້ງ​ປ້າຍ​ທີ່​ອາ​ຊະ​ຍາ​ກອນ​ສົງ​ຄາມ​ຊັ້ນ 1 ຂອງ​ຍີ່​ປຸ່ນ 14 ຄົນ ທີ່​ມີ​ໂທດ​ກຳ​ອັນ​ລົ້ມ​ຟ້າ​ເຫຼືອ​ແຜ່ນ​ດິນໃນ​​ສະ​ໄໝສົງ​ຄາມ​ໂລກ​ຄັ້ງ​ທີ 2. ການ​ກະ​ທຳ​ຕ່າງໆ​ໃນ​ບັນ​ຫາ​​ຫໍ​ໄຫວ້​ຢາ​ຊຸ​ຄຸ​ນິ​ຂອງ​ນັກ​ການ​ເມືອງທີ່​ສຳ​ຄັນ​ຈຳ​ນວນ​ໜຶ່ງ​ຂອງ​ຍີ່​ປຸ່ນ ເປັນ​ການຫຼັບ​ຫຼູ່​ຕໍ່​ຄວາມ​ຍຸດ​ຕິ​ທຳ​​ທາງ​ປະ​ຫວັດ​ສາດ, ກໍ່​ເປັນ​ການ​ແຕະ​ຕ້ອງຈິດ​ໃຈ​ຂອງປະ​ຊາ​ຊົນ​ປະ​ເທດ​ຕ່າງໆ​ໃນ​ອາ​ຊີ​ລວມ​ທັງ​ປະ​ຊາ​ຊົນ​ຈີນທີ່​ໄດ້​ຮັບ​ຜົນ​ກະ​ທົບໃນ​ສົງ​ຄາມ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທ່າ​ທີ​ອັນ​ຜິດ​ພາດ​​ຂອງ​ຍີ່​ປຸ່ນ​ທີ່​ມີຕໍ່​ປະ​ຫວັດ​ສາດການ​ຮຸກ​ຮານ​ຕ່າງ​ປະ​ເທດ​ຂອງ​​ຕົນ.

ຄຳ​ເຫັນ

0