李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ຊາ​ຄົມ​ໂລກ​ໃຫ້​ຄວາມ​ສົນ​ໃຈ​ຕໍ່ການ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເຊີນ​ໂຈ່ວ 13 ຢ່າງ​ສຳ​ເລັດ​ຜົນ​

2021-10-17 14:55:12 cri

​ຫວ່າງ​ມໍ່ໆ​ມາ​ນີ້, ຈີນສົ່ງ​​ຍານ​ອະ​ວະ​ກາດບັນ​ທຸກ​ຄົນ​ເຊີນ​ໂຈ່ວ 13 ຢ່າງ​​​ສຳ​ເລັດຜົນ ໄດ້​ຮັບ​ຄວາມ​ສົນ​ໃຈ​ຢ່າງກວ້າງ​ຂວາງ​ຈາກ​ປະ​ຊາ​ຄົມ​ໂລກ, ສື່​ສຳ​ຄັນ​ຂອງ​ຫຼາຍ​ປະ​ເທດ​ໄດ້​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ເລື່ອງ​ນີ້​ໃນ​ທັນ​ທີ.

ເວັບ​ໄຊ້​ການ​ບິນ​ອະ​ວະ​ກາດຫຼາຍ​ແຫ່ງ​ ເຊັ່ນ: ເວັບ​ໄຊ້​ຂ່າວ​ສານ​ການ​ບິນ​ອະ​ວະ​ກາດ​ອາ​ເມ​ຣິ​ກາ, ເວັບ​ໄຊ້​ອະ​ວະ​ກາດ​ແລະ​ເວັບ​ໄຊ້ອົງ​ການການ​ບິນ​ອະ​ວະ​ກາດ​ອາ​ເມ​ຣິ​ກາ ແລະ​ອື່ນໆ ​ໄດ້​​ລາຍ​ງານ​ຂ່າວ​ຕ່າງໆ​ຢ່າງລະ​ອຽດ​ໃນ​ທັນ​ທີ, ເຊັ່ນ: ​ຂະ​ບວນ​ການ​ສົ່ງ​​ຍານ​ອະ​ວະ​ກາດ​ເຊີນ​ໂຈ່ວ 13, ​ພາ​ລະ​ກິດ​ການ​ບິນ​ອະ​ວະ​ກາດ​​ໃນຄັ້ງ​ນີ້​ແລະ​ສະ​ພາບ​ການ​ທີ່​ກ່ຽວ​ຂ້ອງ​ຂອງການ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​​ຂອງຈີນ. ເວັບ​ໄຊ້​ແຫ່ງ​ຕ່າງໆ​ໄດ້​ເນັ້ນ​ໜັກ​ວ່າ, ນີ້​ແມ່ນ​ຈີນ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເປັນ​ຄັ້ງ​ທີ 2 ພາຍ​ໃນ​ປີ​ນີ້​ ເພື່ອ​ສ້າງ​ສະ​ຖາ​ນີ​ອະ​ວະ​ກາດ​​ຂອງ​ຕົນ, ຈັງ​ຫວະ​ການ​ພັດ​ທະ​ນາ​ການ​ບິນ​ອະ​ວະ​ກາດ​ຂອງ​ຈີນ​ເຮັດ​ໃຫ້​ຄົນ​ອັດ​ສະ​ຈັນ, ການ​ສົ່ງ​ຍານ​ອະ​ວະ​ກາດ​ໂຊີນ​ໂຈ່ວ 13 ຢ່າງ​ສຳ​ເລັດ​ຜົນ​ຄັ້ງ​ນີ້​ກໍເປັນ​ຂີດໝາຍ​ສຳ​ຄັນອີກ​ຄັ້ງ​ໜຶ່ງ​ຂອງ​ຈີນ​ໃນ​ການ​ສ້າງ​ໃຫ້​ເປັນ​ປະ​ເທດ​ທີ່​ເຂັ້ມ​ແຂງ​ດ້ານການ​​ບິນອະ​ວະ​ກາດ.

ຕອນ​ຄ່ຳ​ວັນ​ທີ 15 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ​ອົງ​ການ​ການ​ບິນ​ອະ​ວະ​ກາດ​ເອີ​ຣົບ​ກໍ່​ໄດ້​ແຊ​ການ​ລາຍ​ງານ​ຂ່າວ​ທາງ​ວິ​ດິ​ໂອ​ກ່ຽວ​ກັບ​ການ​ສົ່ງ​ຍານ​ອະ​ວະ​ກາດ​ບັນ​ທຸກ​ຄົນ​ເຊີນ​ໂຈ່ວ 13 ຂຶ້ນ​ສູ່​ອະ​ວະ​ກາດ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໃນ​ທັນ​ທີ, ແລະ​ໄດ້​​ລົງ​ບົດ​ຄວາມ​ໃນ​ສື່​ສັງ​ຄົມ​ອອນ​ລາຍ​ເພື່ອ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທີມ​ງານ​​ສົ່ງ​ຍານ​ອະ​ວະ​ກາດ​ເຊີນ​ໂຈ່ວ 13 ຂອງ​ຈີນ.

ຄຳ​ເຫັນ

0