尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບລິ​ຂະ​ສິດ​ສາ​ກົນປີ 2021 ​ໄດ້ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫາງ​ໂຈ່ວແຂວງ​ເຈີ້​ຈ່ຽງ

2021-10-18 17:25:20 cri

      ແຕ່​ວັນ​ທີ 16 ຫາ 17 ຕຸ​ລາ​ນີ້, ເວ​ທີ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ລິ​ຂະ​ສິດ​ສາ​ກົນ​ປີ 2021 ​ຂອງ​ງານ​ວາງ​ສະ​ແດງ​ລິ​ຂະ​ສິດ​ສາ​ກົນ​ຈີນ​ຄັ້ງ​ທີ 8 ທີ່​ກົມ​ລິ​ຂະ​ສິດ​ແຫ່ງ​ຊາດ​ຈີນ​ແລະ​ອົງ​ການຊັບ​ສິນ​ທາງ​ປັນ​ຍາ​ໂລກ​ເປັນ​ເຈົ້າ​ພາບຮ່ວມ​ກັນ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫາງ​ໂຈ່ວ​ແຂວງ​ເຈີ້​ຈ່ຽງ​ປະ​ເທດ​ຈີນ​. ເຈົ້າ​ໜ້າ​ທີ່​ທີ່​ກ່ຽວ​ຂ້ອງ​ດ້ານ​ລິ​ຂະ​ສິດ​ແລະ​ຜູ້​ຊ່ຽວ​ຊານ​ຂອງ​ປະ​ເທດ​ສະ​ຫະ​ພາບ​ເອີ​ຣົບ,ອັງ​ກິດ,ຍີ່​ປຸ່ນ,ສ.ເກົາ​ຫຼີ,ແມັກ​ຊິກ,ແອັ​ສ​ປາຍ​ແລະ​ປະ​ເທດ​ອື່ນໆ,​ຜູ້​ຕາງ​ໜ້າ​​ຈາກວົງ​ການ​ ລິ​ຂະ​ສິດແລະສະ​ມາ​ຄົມ​ຂອງ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ດ້ານ​ລິ​ຂະ​ສິດ​ພາຍ​ໃນ​ແລະ​ຕ່າງ​ປະ​ເທດ​ທັງ​ໝົດ 300 ກວ່າ​ທ່ານ​ໄດ້​ເຂົ້າ​ຮ່ວມ​ເວ​ທີ​ປຶກ​ສາ​ຫາ​ລື​ພ້ອມ​ທັງ​ລົງ​ເລິກ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ວັດ​ທະ​ນະ​ທຳ​ໂດຍ​ຜ່ານ​ລິ​ຂະ​ສິດ​ແລະ​ຊຸກ​ຍູ້​ໃຫ້​ໝາກ​ຜົນ​ດ້ານ​ວັດ​ທະ​ນະ​ທຳ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ປະ​ເທດ​ຕ່າງ​ໆ.
 

      ຜູ້​ເຂົ້າ​ຮ່ວມ​ທັ​ງ​ຝ່າຍ​ຈີນ​ແລະ​ຕ່າງ​ປະ​ເທດ​ເຫັນ​ວ່າ:ໝາກ​ຜົນ​ດ້ານ​ລິ​ຂະ​ສິດ​ຫຼາຍ​ຝ່າຍໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ແຫ່ງ​ການ​ຮ່ວມ​ມື​ແບບ​ຫຼາຍ​ຝ່າຍໂດຍ​ກົງ,ແມ່ນ​ພື້ນ​ຖານ​ໃນ​ການ​ສ້າງ​ລະ​ບົບ​ປົກ​ປ້ອງ​ລິ​ຂະ​ສິດ​ສາ​ກົນ​ແບບ​ດຸນ​ດ່ຽງ​ແລະ​ມີ​ປະ​ສິດ​ທິ​ຜົນ,ຕ້ອງ​ການ​ບັນ​ດາ​ປະ​ເທດ​ຮ່ວມ​ມື​ກັນ​ປົກ​ປັກ​ຮັກ​ສາ. ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ວຽກ​ງານ​ລິ​ຂະ​ສິດ​ສາ​ກົນ​ພາຍ​ໃຕ້​ຂອບ​ ​ຊັບ​ສິນ​ທາງ​ປັນ​ຍາ​ໂລກ​ຢ່າງ​ຕັ້ງ​ໜ້າ, ​ຜົນ​ສຳ​ເລັດ​ທີ່ຈີນ​ໄດ້​ຮັບ​ໃນ​​ດ້ານວຽກ​ງານ​ລິ​ຂະ​ສິດໃນ​ຊຸມ​ປີ​ຜ່ານ​ມາ​ໄດ້​ຮັບ​ຄວາມ​ເຫັນ​ດີ​ຢ່າງ​ເປັນ​ເອ​ກະ​ພາບ​ກັນ​ແລະ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຊົມ​ເຊີຍ​ຢ່າງ​ສູງ​ຈາກ​ຜູ້​ເຂົ້າ​ຮ່ວມ​ທັງ​ພາຍ​ໃນ​ຈີນ​ແລະ​ຕ່າງ​ປະ​ເທດ.

ຄຳ​ເຫັນ

0