吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນັກ​ວິ​ຊາ​ການ​ຟິ​ລິບ​ປິນ​ກ່າວ​ວ່າ​: ຈີນ​ສະ​ໜອງວັກ​ຊີນ​ໃຫ້​ກັບ​ໂລກ​ເຊິ່ງສະ​ແດງ​ໃຫ້​ເຫັນ​ເຖິງ​​ການ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່ສາ​ກົນ

2021-10-20 14:25:03 cri

    ທ່ານ​ເຮີ​ແມນ ​ລໍ​ເຣວ ຜູ້​ສ້າງ​ຕັ້ງ​ສະ​ຖາ​ບັນ​ຄົ້ນ​ຄວ້າ​ນະ​ໂຍ​ບາຍ​ປະ​ເທດບຼິກ​ຂອງ​ຟີ​ລິບ​ປິນ​ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ໃນ​ຫວ່າງ​ມໍ່ໆມາ​ນີ້, ໂດຍ​ກ່າ​ວ​ວ່າ: ຈີນ​​ໄດ້ສະ​ໜອງ​ວັກ​ຊີນ​ໂຄວິດ-19ໃຫ້​ກັບ​ທົ່ວ​ໂລກ, ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ, ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ​ດ້ານ​ສຸ​ຂະ​ພາບ​ຂອງມວນ​ມະ​ນຸດ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​​ການ​ແບກ​ຫາບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ທີ່​ມີ​ຕໍ່​ສາ​ກົນ.

    ໃນ​ຖາ​ນະ​ທີ່​ເປັນ​ປະ​ເທດທຳ​ອິດ​ທີ່ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ່າ​ຈະ​ໃຫ້ວັກ​ຊີນ​ໂຄວິດ-19ເປັນ​ຜະ​ລິດ​ຕະ​ພັນ​ສາ​ທາ​ລະ​ນະ​ຂອງ​ໂລກ, ຈີນໄດ້​ປະ​ກາດ​ວ່າ​ຈະ​ພະ​ຍາ​ຍາມ​ສະ​ໜອງວັກ​ຊີນ 2 ຕື້​ຫລອດ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ພາຍ​ໃນ​ປີ​ນີ້, ນອກ​ຈາກ​ບໍ​ລິ​ຈາກ 100 ລ້ານ​ໂດ​ລາ​ໃຫ້​ກັບ​ແຜນ​ດຳ​ເນີນ​ງານ​ວັກ​ຊີນ​ໂຄວິດ-19ແລ້ວ, ຍັງ​ຈະ​ສະ​ໜອງວັກ​ຊີນ 100 ລ້ານຫລອດ​ແບບໃຫ້​ລ້າໆ​ແກ່​ປະ​ເທດ​ພວມ​ພັດ​ທະ​ນາ​ອີກພາຍ​ໃນ​ປີ​ນີ້.  ສຳ​ລັບ​ເລື່ອງ​ນີ້, ທ່ານ​ເຮີ​ແມນ ລໍ​ເຣວ​ກ່າວ​ວ່າ: ຈີນ​ພວມ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ, ເຊິ່ງ​ເປັນ​ການປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກ​ສາ​ຄວາມ​ປອດ​ໄພ  ແລະ​ຄວາມ​ກ້າວ​ໜ້າ​ຂອງມວນ​ມະ​ນຸດ, ມີ​ຜົນ​ດີ​ຕໍ່​ປະ​ຊາ​ຄົມ​ໂລກ, ໂດຍສະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດ​ທ​ະ​ນາເພື່ອ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19.

    ທ່ານ​ເຮີ​ແມນ ລໍ​ເຣວ​ກ່າວ​ຕື່ມ​ວ່າ: ການ​ແຕກ​ໂຕນ​ກັນດ້ານ​ວັກ​ຊີນ​ລະ​ຫວ່າງ​ປະ​ເທດ​ຕ່າງໆ​ເປັນ​ສິ່ງ​ທ້າ​ທາຍ​ອັນ​ແທ້​ຈິງ, ຈີນ​ພວມເລັ່ງ​ການ​ຜະ​ລິດ​ວັກ​ຊີນ​ກ່ອນ​ໝູ່, ເພື່ອສະ​ໜອງວັກ​ຊີນ​ໃຫ້​ກັບ​ໂລກ, ຈີນຍັງ​ພວມຈັດ​ຕັ້ງ​ປະ​ຕິ​ບັດ​ຈິດ​ໃຈ​ມະ​ນຸດ​ສະ​ທຳ​ດ້ານ​ວັກ​ຊີນ, ສະ​ໜອງວັກ​ຊີນ​ໃຫ້​ກັບ​ໂລກ, ໂດຍ​ສ​ະ​ເພາະ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ​, ຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໃຫ້​ຍຸ​ຕິ​ທຳ ແລະ​ເຂົ້າເຖິງໄດ້​ຢ່າງ​ບໍ່​ລົດ​ລະ, ນີ້​ເປັນ​ເລື່ອງ​ທີ່​ໜ້າ​ຍ້ອງ​ຍໍ​ຊົມ​ເຊີຍ.

ຄຳ​ເຫັນ

0