吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ​ປະຕິ​​ເສດ​ບໍ່​ຮັບ​ຮອງ​ການເຂົ້າ​ຮ່ວມ​ສັນຍາ​ທີ່​ກ່ຽວຂ້ອງ​​ເພື່ອ​ສ້າງ​ຕັ້ງ​ສາຍພົວພັນ​ກັບ​ອິສຣາ​ແອນ​ທີ່​ເປັນ​ປົກກະຕິ

2021-10-21 11:19:28 CRI

    ວັນ​ທີ 20 ຕຸລາ​ນີ້, ກະຊວງ​ການ​ຕ່າງປະ​ເທດ​ມາ​ເລ​ເຊຍ​​ໄດ້ອອກ​ຖະ​ແຫຼ​ງການ​ວ່າ,ຫວ່າງ​ມໍ່ໆ​ມາ​ນີ້, ​ເຈົ້າ​ໜ້າ​ທີ່​ອິສຣາ​ແອນ​ໄດ້​ກ່າວຕໍ່​ສື່​ມວນ​ຊົນ​ວ່າ, ມ​ວາ​ເລ​ເຊຍ​ອາດ​ຈະ​ເຂົ້າ​ຮ່ວມ “ສັນຍາ​ສັນຕິພາບ​ລະຫວ່າງ​ອິສຣາ​ແອນ ແລະ ສະ​ຫະ​ລັດ​ອາ​ຣັບ​ເອ​ມິ​ເຣດ” ​ແລະ ​ກ້າວ​ເຖິງ​ຂັ້ນ​ສ້າງ​ຕັ້ງ​ສາຍ​ພົວພັນ​ກັບ​ອິສຣາ​ແອນ​ຢ່າງ​ເປັນ​ປົກກະຕິ. ແຕ່​ມາ​ເລ​ເຊຍ​ໄດ້​ປະ​ຕິ​ເສດ​ຄຳ​ເວົ້າ​ດັ່ງ​ກ່າວ.


    ກະ​ຊວງ​ການ​ຕ່າງ​ປະ​ເທດມ​ດາ​ເລ​ເຊຍ​ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ລະ​ບຸວ່າ, ມາ​ເລ​ເຊຍ​ຈະ​ສະໜັບສະໜູນ​ພາລະກິດ​ຂອງ​ປາ​​ແລ​ສຕິນຢ່າງ​ເດັດ​ດ່ຽວ, ສະໜັບ​ສະ​ໜູນ​ປາ​ແລັ​ສຕິນຕໍ່ສູ້​ເພື່ອ​ຄັດຄ້ານ​ການ​ຍຶດຄອງ​ທີ່​ຜິດ​ກົດໝາຍ ​ແລະ ການ​ກົດ​ຂີ່​ຂູດ​ຮີດ​ທີ່​ຍາວ​ນານ​ຢ່າງ​ເປັນ​ລະບົບຂອງ​ອິສຣາ​ແອນ. ມາ​ເລ​ເຊຍ​ຈະ​ສືບ​ຕໍ່​ຕັ້ງໜ້າ​ຊຸກ​ຍູ້​ວາ​ລະ​ປະ​ຊຸມ​ກ່ຽວ​ກັບ​ບັນຫາ​​ປາ​ແລັ​ສຕິນ​ໃນ​ເວທີ​ປຶກສາ​ຫາລື​ຕ່າງໆ​ຂອງພາກ​ພື້ນ ​ແລະ ສາກົນ, ​ເພື່ອ​ບັນລຸ​ຄວາມ​ຫວັງ​ທີ່​ຢາກ​ມີ​ເສລີພາບ ​ແລະ ​ການ​ສ້າງ​ຕັ້ງ​ປະ​ເທດ​ປ່າ​ແລັ​ສ​ຕິນ​ທີ່​ເປັນ​ເອ​ກະ​ລາດ​ຂອງ​ປະ​ຊາ​ຊົນ​ປາ​ແລ​ສ​ຕິນ.

ຄຳ​ເຫັນ

0