郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ກ່າວ​ວ່າ:ຂ່າວ​ທີ່​ວ່າ“ຈີ​ນ​ສະ​ສົມ​ນ້ຳ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຂອງ​ເພື່ອ​ຜະ​ລິດ​ໄຟ​ຟ້າ​ເຮັດ​ໃຫ້​ຍ່ານ​ໃຕ້​ແຫ້ງ​ແລ້ງກວ່າ​ເກົ່າ”ເປັ​ນ​ຂ່າວ​ປອມ

2021-10-22 11:11:42 cri

​​ ວັນ​ທີ 20 ຕຸ​ລານີ້,ທ່ານ​ຮານ​ຈື້​ຊຽງ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ໄທ​ໄດ້​ຕອບ​ຄຳ​ຖາມ​ຂອງ​ສື່ມວນ​ຊົນ​ໃນ​ໄລ​ຍະ​ເຂົ້າ​ຮ່ວມ​ງານ​ສົນ​ທະ​ນາ​ທາງ​ອອນ​ລາຍ​​ກັບ​ສື່ມວນ​ຊົນ​ຕົ້ນ​ຕໍ​ຂອງ​ໄທ ໂດຍ​ກ່າວ​ວ່າ: ບໍ​ລິ​ມາດ​ນ້ຳ​ໄຫຼ​​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ​​ໃນ​ປະ​ເທດຈີນກວມ​ພຽງ13,5%ຂອງຍອດ​ບໍ​ລິ​ມາດ​ນ້ຳ​ໄຫຼ​ໃນ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ​ຕະ​ຫຼອດ​ສາຍ,ຈີນ​ໃຊ້​​ບໍ​ລິ​ມາດ​ແມ່​ນ້ຳ​ລ້ານ​ຊ້າງ​ບໍ່​ຮອດ1%ຂອງ​ບໍ​ລິ​ມາດ​ນ້ຳ​ໄຫຼ​ໃນ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງຕະ​ຫຼອດ​ສາຍ, ຄຳ​ເວົ້າ​ທີ່​ວ່າ “ຈີ​ນ​ສະ​ສົມ​ນ້ຳ​ຢູ່​ຍ່ານ​ເໜືອ​ແມ່​ນ້ຳ​ຂອງ​ເພື່ອ​ຜະ​ລິດ​ໄຟ​ຟ້າ​ເຮັດ​ໃຫ້​ຍ່ານ​ໃຕ້​ແຫ້ງ​ແລ້ງກວ່າ​ເກົ່າ” ນັ້ນ​ແມ່ນຂ່າວ​ປອມທີ່​ບາງ​ປະ​ເທດນອກ​ພາກ​ພື້ນ​ແຫ່ງນີ້​ຕັ້ງ​​ໃຈໃສ່​ຮ້າຍ​ປ້າຍ​ສີ​ການ​ຮ່ວມ​ມື​ດ້ານ​ຊັບ​ພະ​ຍາ​ກອນ​ນ້ຳ​ຂອງ​ປະ​ເທດ​ທີ່​ລຽບ​ຕາມ​ແມ່​ນ້ຳລ້ານ​ຊ້າງ-ແມ່​ນ້ຳ​ຂອງ​.

ທ່ານ​ຮານ​​ຈື້​ຊຽງ​ກ່າວ​ຕື່ມ​ວ່າ: ຕ້ອງ​ລະ​ມັດ​ລະ​ວັງ​ແລະ​ສະ​ກັດ​ກັ້ນ​ບາງ​ປະ​ເທດນອກ​ພາກ​ພື້ນ​​ແຫ່ງນີ້​ທີ່​ມັກໃສ່​ຮ້າຍ​ປ້າຍ​ສີ​ເພື່ອສ້າງ​ຄວາມ​ຂັດ​ແຍ້ງ​ໃຫ້​ພວກ​ເຮົາ,ຕ້ອງ​ຮ່ວມ​ກັນ​ສຸມ​ໃສ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ,ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ,ດຳ​ເນີນ​ການ​ແລກ​ປ່ຽນ​ແລະ​ຮ່ວມ​ມື​ກັນ​ດ້ານ​ວັດ​ທະ​ນະ​ທຳ,ຊຸກ​ຍູ້​​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຂອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ເພື່ອ​ຮ່ວມ​ທຸກ​ຮ່ວມ​ສຸກ​ແລະກ້າວ​ໄປ​ໜ້າ​ພ້ອມ​ກັນ.

ຄຳ​ເຫັນ

0