吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຟື້ນ​ຟູ​ທີ່​ນັ່ງ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ມີ​ຄວາມ​ໝາຍ​ພິ​ເສດ

2021-10-22 11:21:26 cri

    ວັນ​ທີ 21 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ຈ່າງ​ຈວິ່ນ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ ສ​ປ ຈີນ ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຈັດ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ໂດຍ​ກ່າວ​ວ່າ: ປີ​ນີ້​​ແມ່ນ​ປີ​ທີ່​ສາ​ທາ​ລະ​ນະ​ລັດ​ປະ​ຊ​າ​ຊົນ​ຈີນ​ຟື້​ນ​ຟູ​ທີ່​ນັ່ງ​​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຢູ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົບ​ຮອບ 50 ປີ, ເຊິ່ງ​ມີ​ຄວາມ​ໝາຍ​ພິ​ເສດ​ຕໍ່​ ສ​ປ ຈີນ ແລະ​ອົງ​ການ​ສ​ະ​ຫະ​ປະ​ຊາ​ຊາດ.

    ທ່ານ​ຈ່າງ​ຈ​ວິ່ນ​ກ່າ​ວວ່າ​: 50 ປີ​ທີ່​ຜ່ານ​ມາ, ການ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ອັນ​ໃຫຍ່​ຫລວງ, ຈີນ​ໄດ້​ເສີມຂະ​ຫ​ຍາຍ​ບົດ​ບາດ​ນັບ​ມື້​ນັບ​ຫລາຍ​ຂຶ້ນ​ໃນ​ວຽກ​ງານ​ສາ​ກົນ, ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​​ການ​ສ້າງສັນ​ຕິ​ພາບ ແລະ​ການ​ພັດ​ທະ​ນາ​ຂອງ​ໂລກ. ເນື່ອງ​ໃນ​ໂອ​ກາດ​ສຳ​ຄັນ​ນີ້, ຈີນຈະ​ສືບ​ຕໍ່​ຈັດ​ກິດ​ຈະ​ກຳ​ຫລາກ​ຫລາຍ​ຮູບ​ແບບ, ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ສະ​ເຫລີມ​ສະ​ຫລອງ​ຢູ່​ນະ​ຄອນ​ຫລວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 25 ຕຸ​ລາ​ນີ້.

    ທ່ານ​ຈ່າງ​ຈ​ວິ່ນ​ກ່າວ​ເນັ້ນ​ໜັກ​ວ່າ: ຈີນ​ຈະ​ເສີມ​ຂະ​ຫ​ຍາຍ​ບົດ​ບາດ​ພິ​ເສດ​ຂອງ​​ຕົນ​ທີ່​ເປັນປະ​ເທດ​ໃຫຍ່, ປົກ​ປັກ​ຮັກ​ສາ​​ຄວາມຍຸ​ຕິ​ທຳ ແລະ​ຄວາມ​ເປັນ​ທຳ, ປະ​ຕິ​ບັດ​ໜ້າ​ທີ່​​ຄວາມຮັບ​ຜິດ​ຊອບ​ຕາມ​ສົມ​ຄວນ, ຊຸກ​ຍູ້​ການ​ແກ້​ໄຂ​ຄວາ​ມ​ຂັດ​ແຍ່ງ​​ຜ່ານ​ທາງ​ການ​ທູດ ແລະ​ການ​ເມືອງ, ຄັດ​ຄ້ານ​ການ​ກະ​ທຳ​ເຈົ້າ​ອຳ​ນາດ ແລະ​ຂົ່ມ​ເຫັງ, ຊຸ​ກ​ຍູ້​ໃຫ້​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ພັດ​ທະ​ນາ​ຕາມ​ທິດ​ທາງ​ທີ່​ຖືກ​ຕ້ອງ.

ຄຳ​ເຫັນ

0