ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ຕອນບ່າຍວັນທີ 25 ຕຸລານີ້, ກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມວ່າ: ທ່ານວາງຢີ້ ທີ່ປຶກສາແຫ່ງລັດ ທັງເປັນລັດຖະມົນຕີກະຊວງການຕ່າງປະເທດຈີນຈະໄປຢ້ຽມຢາມກາຕາ ແຕ່ວັນທີ 25 ຫາ 26 ຕຸລານີ້ ແລະ ຈະພົບປະກັບຄະນະຜູ້ແທນລັດຖະບານຊົ່ວຄາວຕາລີບັນຂອງອັຟການິສະຖານຢູ່ນະຄອນຫຼວງໂດຮາ. ຝ່າຍຈີນມີຄວາມເຫັນແນວໃດຕໍ່ເລື່ອງນີ້?
ທ່ານວາງເວີນປິ່ນ ໂຄສົກກະຊວງການຕ່າງປະເທດຈີນຕອບວ່າ: ກາຕາເປັນປະເທດສຳຄັນຢູ່ພາກພື້ນອ່າວເປີເຊຍ. ໃນຫຼາຍປີມໍ່ໆມານີ້, ການພົວພັນຈີນແລະກາຕາໄດ້ຂະຫຍາຍຕົວຢ່າງວ່ອງໄວ ແລະ ກ້າວສູ່ລວງເລິກ, ການຢ້ຽມຢາມຂອງທ່ານວາງຢີ້ໃນຄັ້ງນີ້ ຈະຊຸກຍູ້ການຈັດຕັ້ງປະຕິບັດຄວາມເຫັນທີ່ເປັນເອກະພາບກັນລະຫວ່າງປະມຸກລັດສອງປະເທດກ່ຽວກັບການຂະຫຍາຍການພົວພັນລະຫວ່າງສອງປະເທດ ແລະ ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດຈີນ-ກາຕາໄດ້ຮັບຄວາມຄືບໜ້າໃໝ່.
ນັບແຕ່ເດືອນສິງຫາປີນີ້ເປັນຕົ້ນມາ, ປະຊາຊົນອັຟການິສະຖານໄດ້ພົບໂອກາດປະຫວັດສາດແຫ່ງການກຳອຳນາດແຫ່ງຊາດ, ໃນຖານະເປັນປະເທດບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີຂອງອັຟການິສະຖານ, ຈີນມີຈຸດຢືນມາໂດຍຕະຫຼອດມາວ່າ: ໃຫ້ຜ່ານຈາກການພົບປະ ແລະ ສົນທະນາກັນ ເພື່ອຊ່ວຍປະຊາຊົນອັຟການິສະຖານຜ່ານຜ່າຄວາມຫຍຸ້ງຍາກ. ຈີນແລະລັດຖະບານຊົ່ວຄາວຕາລີບັນຂອງອັຟການິສະຖານຕົກລົງກັນຈະພົບປະກັນຢູ່ນະຄອນຫຼວງໂດຮາ. ນີ້ເປັນການສືບທອດການໄປມາຫາສູ່ກັນໃນປະຫວັດສາດ ເຊັ່ນ: ການພົບປະກັນຢູ່ນະຄອນທ່ຽນສິນຂອງຈີນໃນເດືອນກໍລະກົດປີນີ້ ແລະ ອື່ນໆ. ສອງຝ່າຍຈະຖືໂອກາດນີ້, ລົງເລິກແລກປ່ຽນຄວາມເຫັນກ່ຽວກັບສະຖານະການອັຟການິສະຖານ ແລະ ຫົວຂໍ້ອື່ນໆ ທີ່ສອງຝ່າຍສົນໃຈຮ່ວມກັນ.
ຄຳເຫັນ
0