蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ມາ​ເລ​ເຊຍ​ຮຽກ​ຮ້ອງ​ໃຫ້​ອາ​ຊຽນ​ແລະ​ຈີນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຜະ​ລິດ​ຢາ

2021-10-27 14:41:59 CRI

ວັນ​ທີ 26 ຕຸ​ລາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ອິ​ສ​ມາຍ ຊາບ​ຣີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ໄດ້​ຮຽກ​ຮ້ອງ​ໃຫ້​ອາ​ຊຽນ​ແລະ​ຈີນ​ຜ່ານ​ຈາກ​ການ​ແບ່ງ​ປັນ​ດ້ານ​ຄວາມ​ຮູ້​​ດ້ານເຕັກ​ນິກວິ​ທະ​ຍາ​ສາດ ແລະ ຊັບ​ສິນ​ທາງ​ປັນ​ຍາ​ອັດ​ສະ​ລິ​ຍະ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ສາ​ທາ​ລະ​ນະ​ສຸກ ແລະ ຄວາມ​ສາ​ມາດ​ດ້ານ​ການ​ຜະ​ລິດ​ຢາ ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຜະ​ລິດ​ວັກ​ຊີນ​ໂຄວິດ-19 ຂອງ​ພາກ​ພື້ນ.

ທ່ານ​ອິ​ສ​ມາຍ ຊາ​ບ​ຣີ​ໄດ້​ມີ​ຄຳ​ເຫັນ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ອາ​ຊຽນ​ຄັ້ງ​ທີ 39 ວ່າ: ວັກ​ຊີນ​ໂຄວິດ-19 ທີ່​ຈີນ​ຜະ​ລິດ​ ໄດ້​ຊ່ວຍຫຼາຍ​ປະ​ເທດ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍ​າດ​ໂຄວິດ-19, ການ​ຮ່ວມ​ມື​ໃນ​ດ້ານ​ນີ້​ຈະ​ຊ່ວຍ​ໃຫ້​ອາ​ຊຽນ​ປັບ​ປຸ​ງ​ລະ​ບົບ​ສາ​ທາ​ລະ​ນ​ະ​ສຸກ​ໃຫ້​ດີ​ຂຶ້ນ, ​ທັງ​ສາ​ມາດ​​ກະ​ກຽມ​​ໃຫ້ໄດ້​ດີກວ່າ​ເກົ່າ ແລະ ຮັບ​ມື​ກັບ​ວິ​ກິດ​ການ​ທີ່​ອາດ​ຈະ​ເກີດ​ຂຶ້ນ​ໃນ​ອະ​ນາ​ຄົດ​ໄດ້​ດີກວ່າ​ເກົ່າ.

ທ່ານ​ອິ​ສ​ມາຍ ຊາບ​ຣີ​ກ່າວ​ຕື່ມ​ວ່າ: ມາ​ເລ​ເຊຍ​​ສະ​ແດງ​ຄວາມຂອບ​ໃຈ​ປະ​ເທດ​ຈີນ​ທີ່​ໄດ້​ສະ​ໜັບ​ສະ​ໜູນ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຂອບ​ຟື້ນ​ຟູ​​​ອາ​ຊຽນ​ຢ່າງຮອບ​ດ້ານ​ ຫຼື ACRF ແລະ ແຜນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂອບ​ດັ່ງ​ກ່າວ. ມາ​ເລ​ເຊຍ​ໄດ້​ສຸມ​ກຳ​ລັງ​ ເພື່ອ​ໃຫ້​ສັນ​ຍາ​ວ່າ​ດ້ວຍ​ການ​ພົວ​ພັນ​ຄູ່​ຮ່ວມ​ເສດ​ຖະ​ກິດ​ຮອບ​ດ້ານ​ຂອງ​ພາກ​ພື້ນ ຫຼື RCEP ​ຜ່ານ​ການ​ຮັບ​ຮອງໃນ​ທ້າຍ​ປີ​ນີ້, ເພາະ​ວ່າ​​ມັນຈະ​ມີ​ຜົນ​ດີ​ຕໍ່​ການເລັ່ງ​ລັດ​ການ​ຟື້ນ​ຟູ​ຂອງ​ພາກ​ພື້ນ.

ຄຳ​ເຫັນ

0