蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳ​ນວນ​ປະ​ເທດ​ ແລະ ວິ​ສາ​ຫະ​ກິດ​ທີ່​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນຄັ້ງ​ທີ 4 ​ລ້ວນ​ແຕ່​ຫຼາຍກວ່າ​ຄັ້ງ​ທີ່​ຜ່ານ​ມາ

2021-10-29 15:34:03 CRI

ຕອ​ນ​ບ່າຍ​ວັນ​ທີ 28 ຕຸ​ລາ​ນີ້, ​ຄະ​ນະ​ຮັບ​ຜິດ​ຊອບງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ໄດ້​ຈັດ​ກອງ​ປະ​ຊຸ​ມ​ຖະ​ແຫຼງ​ຂ່າວ. ປັດ​ຈຸ​ບັນ, ວຽກ​ງານ​ກະ​ກຽມ​ຕ່າງໆ​ຂອງ​ງານ​ວາງ​ສະ​ແດງ​​ສຳ​ລັບປະ​ເທດ, ງານ​ວາງ​ສະ​ແດງ​ຂອງວິ​ສາ​ຫະ​ກິດ, ເວ​ທີ​ປຶກ​ສາ​ຫາ​ລື​ຫົງ​ສຽວ ແລະ ກິດ​ຈະ​ກຳ​ທີ່​​ຄວບ​ຄູ່​ໄປ​ກັບ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ປີ​ນີ້​ລ້ວນ​ແຕ່​ໄດ້​ກຽມ​ພ້ອມ​ໂດຍ​ພື້ນ​ຖາ​ນ​ແລ້ວ. ​ສຳ​ລັບ​ປີ​ນີ້ມີ 58 ປະ​ເທດ ແລະ 3 ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງສຳ​ລັບ​ປະ​ເທດ, ​ມີວິ​ສາ​ຫະ​ກິດ​ເກືອບ 3.000 ແຫ່ງ​ຈາກ 127 ປະ​ເທດ ແລະ ເຂດ​ແຄວ້ນ​ຈະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ, ຈຳ​ນວນ​ປະ​ເທດ ແລະ ວິ​ສາ​ຫະ​ກິດ​ລ້ວນ​ແຕ່ຫຼາຍກວ່າ​ຄັ້ງ​ຜ່ານ​ມາ.

ຄຳ​ເຫັນ

0