蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານຢາງສຽວຕູ້ ພົບປະກັບທ່ານຄຳພັນພົມມະທັດ ຜ່ານທາງວີດີໂອ

2021-10-29 16:59:15 CRI

ວັນທີ 27 ຕຸລານີ້ ຢູ່ນະຄອນຫຼວງປັກກິ່ງ, ທ່ານຢາງສຽວຕູ້ ກຳມະການກົມການເມືອງສູນກາງພັກກອມມູນິດຈີນ, ຮອງປະທານຄະນະກຳມະການກວດກາສູນກາງພັກ, ປະທານຄະນະກຳມະການກວດກາລັດຖະບານ ແຫ່ງ ສປຈີນ ໄດ້ພົບປະກັບທ່ານຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຂອງ ສປປ ລາວ ຜ່ານທາງວີດີໂອ.

 

ທ່ານຢາງສຽວຕູ້ ກ່າວວ່າ: ຈີນ ແລະ ລາວແມ່ນປະເທດສັງຄົມນິຍົມ ທັງເປັນປະເທດບ້ານໃກ້ເຮືອນຄຽງທີ່ດີຕໍ່ກັນ. ຈີນຍິນດີຮ່ວມກັນກັບລາວຈັດຕັ້ງປະຕິບັດຂໍ້ຕົກລົງທີ່ສຳຄັນຂອງຜູ້ນຳສູງສຸດຂອງສອງພັກແລະສອງລັດໃຫ້ດີ, ລົງເລິກການແລກປ່ຽນແລະການຮ່ວມມືລະຫວ່າງອົງການກວດກາພັກແລະລັດຂອງສອງປະເທດ, ຊຸກຍູ້ຄວາມປອດໃສໄຮ້ມົນທິນໃນຂະບວນການກໍ່ສ້າງທາງລົດໄຟຈີນ-ລາວ, ຊຸກຍູ້ໃຫ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວກ້າວຂຶ້ນສູ່ລະດັບໃໝ່ຢ່າງບໍ່ຢຸດຢັ້ງ.

 

ທ່ານຄຳພັນ ພົມມະທັດ ໄດ້ຕີລາຄາສູງຕໍ່ໝາກຜົນອັນໃຫຍ່ຫຼວງທີ່ພັກກອມມູນິດຈີນຍາດມາໄດ້ເນື່ອງໃນໂອກາດການສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ ແລະ ໃນການກໍ່ສ້າງພັກຢ່າງເຂັ້ມງວດຮອບດ້ານ, ຍິນດີເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນເຊິ່ງກັນແລະກັນ,
ຮ່ວມກັນສ້າງເສັ້ນທາງສາຍໄໝຢ່າງປອດໃສໄຮ້ມົນທິນ, ຊຸກຍູ້ການຮ່ວມມືດ້ານການກວດກາພັກແລະລັດຂອງສອງປະເທດໃຫ້ມີຄວາມຄືບໜ້າອັນໃໝ່ ເພື່ອສ້າງຄວາມຜາສຸກໃຫ້ປະຊາຊົນສອງຊາດ.

ຄຳ​ເຫັນ

0