李建祥

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ຕອບ​ໂຕ້​ອາ​ເມ​ຣິ​ກາ​ທີ່​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ສືບ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ໄວ​ຣັດ​ໂຄວິດ 19 ໂດຍ​ກ່າວ​ວ່າ: ເຖິງ​ຈະ​ເວົ້າ​ພັນ​ເທື່ອ, ຄຳ​ຂີ້​ຕົວະ​ກໍ​ຍັງ​ເປັນ​ຄຳ​ຂີ້​ຕົວະຄື​ເກົ່າ

2021-10-31 15:46:35 cri

ຫວ່າງມໍ່ໆ​ມານີ້, ທ່ານ ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໄດ້​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ກ່ຽວ​ກັບ​ອາ​ເມ​ຣິ​ກາ​ເຜີຍ​ແຜ່​ບົດ​ລາຍ​ງານ​ການ​ສືບ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ໄວ​ຣັດ​ໂຄ​ວິດ 19 ສະ​ບັບ​ແກ້​ຄວາມ​ລັບ.

ທ່ານ ວ່າງ​ເວີນ​ປິ່ນ ກ່າວ​ວ່າ: ໃນ​ເດືອນ​ສິງ​ຫາ​ທີ່​ຜ່ານ​ມາ, ພາກ​ສ່ວນ​ຂ່າວລັບ​ຂອງ​ອາ​ເມ​ຣິ​ກາ​ໄດ້​ເຜີຍ​ແຜ່​ບົດ​ລາຍ​ງານ​ສະ​ບັບ​ແກ້​ຄວາມ​ລັບ​ດັ່ງ​ກ່າວ, ເວ​ລານັ້ນ ຈີນ​ກໍ​ໄດ້​ສະ​ແດງ​ທ່າ​ທີ​ຄັດ​ຄ້ານ​ຢ່າງ​ເດັດ​ດ່ຽວ. ເຖິງ​ຈະ​ເວົ້າ​ພັນ​ເທື່ອ, ຄຳ​ຂີ້​ຕົວະ​ກໍ​ຍັງ​ເປັນ​ຄຳ​ຂີ້​ຕົວະ​ຄື​ເກົ່າ, ມັນ​ບໍ່​ສາ​ມາດ​ປ່ຽນ​ແປງ​ລັກ​ສະ​ນະ​ຂອງ​ບົດ​ລາຍ​ງານ​ດັ່ງ​ກ່າວ​ທີ່​ເປັນ​ບົດ​ລາຍ​ງານ​ທາງ​ການ​ເມືອງ ແລະ ບົດ​ລາຍ​ງານ​ປອມ​ແປງ​ທັງ​ນັ້ນ, ເຊິ່ງ​ບໍ່​ມີຫຼັກ​ຖານວິ​ທະ​ຍາ​ສາດ ແລະ ບໍ່​ໜ້າ​ເຊື່ອ​ແມ່ນ​ແຕ່​ໜ້ອຍ​ດຽວ. ພາກ​ສ່ວນ​ຂ່າວ​ລັບຂອງ​ອາ​ເມ​ຣິ​ກາ ເຄີຍ​ເຮັດ​ຊົ່ວ​ຢ່າງຫຼວງຫຼາຍ, ວິ​ທີ​ການ​ປັ້ນ​ແຕ່ງ​ເລື່ອງ​ປອມ ແລະ ຫຼອກ​ລວງ​ຂອງ​ພວກ​ເຂົາ​ເຈົ້າ ​ເປັນ​ທີ່​ຊາວ​ໂລກ​ລ້ວນ​ແຕ່​ຮູ້​ຈັກ​ມາ​ແລ້ວ.

​ສິ່ງ​ທີ່​ອາ​ເມ​ຣິ​ກາ​ຄວນ​ເຮັດ​ໃນ​ປັດ​ຈຸ​ບັນ​ ກໍ​ຄື: ຢຸດ​ຕິ​ການ​ຖິ້ມ​ໂທດ​ໃສ່​ພາຍນອກ, ນຳ​ໃຊ້​ກຳ​ລັງ​ວັງ​ຊາ​​ຂອງ​ຕົນເຂົ້າ​ໃນ​ການ​ຕໍ່​ຕ້ານ​ພະ​ຍາດ​ພາຍ​ໃນ​ປະ​ເທດ ແລະ ການ​ຮ່ວມ​ມື​ທົ່ວ​ໂລກ, ຢຸ​ດ​ຕິ​ການຫຼິ້ນ​ການ​ເມືອງ, ສ້າງ​ເງື່ອ​​ນໄຂ​ໃຫ້​ແກ່​ນັກ​ວິ​ທະ​ຍາ​ສາດ​ທົ່ວ​ໂລກ ເພື່ອ​ດຳ​ເນີນ​ການ​ຮ່ວມ​ມື​ໃນ​ການ​ສືບ​ຫາ​ແຫຼ່ງ​ກຳ​ເນີດ​ຂອງ​ໂຄວິດ 19. ຢຸດ​ຕິ​ການ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ຈີນ, ໃຫ້​ຄຳ​ຕອບ​ແກ່​ຄວາມ​ສົນ​ໃຈ​ທີ່​ສົມ​ເຫດ​ສົມ​ຜົນ​ຂອງ​ປະ​ຊາ​ຄົມ​ໂລກ, ຮັບ​ເອົາ​ການ​ເຂົ້າ​ຢ້ຽມ​ຢາມ​ຂອງ​ຜູ້​ຊ່ຽວ​ຊານ​ຈາກ​ອົງ​ການ​ອະ​ນາ​ໄມ​ໂລກ, ພ້ອມ​ທັງ​ເປີດ​ປະ​ຕູ​ຂອງ​ຫ້ອງ​ທົດ​ລອງ​ສິ່ງ​ມີ​ຊີ​ວິດ​ຟອດ​​ເດີຕ​ຣິກ ແລະ ສູນ​ທົດ​ລອງ​ສິ່ງ​ມີ​ຊີ​ວິດ.

ຄຳ​ເຫັນ

0