尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສູນ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ຈີນ​ກ່າວ​ວ່າ: ວັກ​ຊີນ​ໂຄວິດ-19 ໃນ​ປັດ​ຈຸ​ບັນ​ສາ​ມາດ​ຕ້ານ​ໄວ​ຣັດໂຄວິດ-19 ກາຍ​ພັນ​ໄດ້ ມີປະ​ສິດ​ທິ​ຜົນ​ທີ່​ຊັດ​ເຈນກວ່າ​ໃນ​ການ​ປ້ອງ​ກັນບໍ່​ໃຫ້​ຜູ້​ຕິດ​ເຊື້ອ​ເປັນອາ​ການ​ໜັກ

2021-10-31 14:56:53 cri

      ວັນ​ທີ 30 ຕຸ​ລາ​ຜ່ານ​ມາ ທ່ານ ວາງ​ຊີ້ງ​ຮ​ວາ ​ຫົວ​ໜ້າຜູ້​ຊ່ຽວ​ຊານດ້ານ​ແຜນ​ການ​ຕ້ານ​ທານ​ພະ​ຍາດ​ຂອງ​ສູນ​ຄວບ​ຄຸມ​ພະ​ຍາດ​ແຫ່ງ​ຊາດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຂອງ​ກົນ​ໄກ​ປ້ອງ​ກັນ​ແລະ​ຄວບ​ຄຸມ​ຮ່ວມ​ຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ວ່າ: ປັດ​ຈຸ​ບັນ,ວັກ​ຊີນ​ໂຄວິດ-19 ​ທຸກ​ຢ່າງ​ລ້ວນ​ແຕ່​ມີ​​ປະ​ສິດ​ທິ​ຜົນໃນ​ການ​ຕໍ່​ຕ້ານ​ໄວ​ຣັດ​ໂຄວິດ-19 ກາຍ​ພັນ​ທີ່​ເກີດ​ຂຶ້ນໃນ​ໄລ​ຍະ​ຜ່ານ​ມາ,ໂດຍ​ສະ​ເພາະ​ແມ່ນ​ມີ​ປະ​ສິດ​ທິ​ຜົນ​ທີ່​ຊັດ​ເຈນກວ່າ​​ໃນການ​ປ້ອງ​ກັນ​ບໍ່​ໃຫ້​ຜູ້​ຕິດ​ເຊື້ອ​ເປັນ​ອາ​ການ​ໜັກ.

ຄຳ​ເຫັນ

0