尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ນຳ​ຫຼາຍ​ປະ​ເທດ​ແລະ​​ຜູ້​ຮັບ​ຜິດ​ຊອບອົງ​ການ​ຈັດ​ຕັ້ງ​ສາ​ກົນ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ສຸດຍອດກຸ່ມ G20 ໄດ້​ຮຽກ​ຮ້ອງ​ໃຫ້​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ

2021-10-31 14:55:37 cri

      ໃນ​ກອງ​ປະ​ຊຸມ​ສຸດຍອດຂອງ​ກຸ່ມ G20​ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ຕຸ​ລາ​ຜ່ານ​ມາ, ຜູ້​ນຳ​ຫຼາຍ​ປະ​ເທດ​ແລະ​ຜູ້​ຮັບ​ຜິດ​ຊອບ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຫຼາຍ​ທ່ານ​ໄດ້​ກ່າວ​ຄຳ​ປາ​ໄສໂດຍ​ຮຽກ​ຮ້ອງ​ປະ​ຊາ​ຄົມ​ໂລກ​ໃຫ້​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸຕິ​ທຳ​.

ທ່ານ ມາ​ຣີ​ໂອ ດ​ຣະ​ກີ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຕາ​ລີ​ທີ່​ເປັນ​ປະ​ເທດ​ປະ​ທານໝູ​ນ​ວຽນ​ຂອງ​ກຸ່ມ G20 ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັນ, ສະ​ໜອງວັກ​ຊີນ​ໂຄວິດ-19 ໃຫ້​ແກ່​ປະ​ເທດ​ທີ່​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ, ​ທັງຊຸກ​ຍູ້​ການ​ແບ່ງ​ປັນ​ວັກ​ຊີນ​ໂຄວິດ-19 ຢ່າງ​ຍຸ​ຕິ​ທຳ. ທ່ານ​ກ່າວ​ວ່າ: ປັດ​ຈຸ​ບັນ, ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ແລະ​ປະ​ເທດ​ທຸກ​ຍາກ​ມີ​ຄວາມ​ແຕກ​ໂຕນ​ກັນ​ຫຼາຍ​ໃນ​ດ້ານ​ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19,ຈະ​ທຳ​ລາຍ​ຂະ​ບວນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ.

      ທ່ານ ວະ​ລາ​ດີ​ເມຍ ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ​ໄດ້​ຮຽກ​ຮ້ອງ​ໃຫ້​ກຸ່ມ G20 ແກ້​ໄຂ​ບັນ​ຫາ​ດ້ານ​ການ​ຮັບ​ຮອງວັກ​ຊີນ​ໂຄວິດ-19 ​ເຊິ່ງ​ກັນ​ແລະ​​ກັນແລະ​ໃບ​ຢັ້ງ​ຢືນ​ການສັກ​ວັກ​ຊີນ​ໂຄວິດ-19 ໂດຍ​ໄວ.ທ່ານ​ກ່າວ​ວ່າ​: ເນື່ອງ​ຈາກ​ລັດ​ທິ​ປົກ​ປ້ອງ​ແລະ​ການ​ແຂ່ງ​ຂັນ​ກັນ​ທີ່​ບໍ່​ມີ​ຄວາມ​ຍຸ​ຕິ​ທຳ​ຂອງ​ປະ​ເທດ​ຈຳ​ນວນ​ໜຶ່ງ,ກໍ​ຄື​ການ​ຂາດ​ແຄນ​ການ​ຮັບ​ຮອງ​​ວັກ​ຊີນ​ໂຄວິດ-19 ເຊິ່ງ​ກັນ​ແລະ​ກັນ, ປະ​ເທດ​ທີ່​ມີ​ຄວາມ​ຕ້ອງ​ການຈຳ​ນວນ​ໜຶ່ງ​ບໍ່​ສາ​ມາດ​ໄດ້​ຮັບ​ວັກ​ຊີນ​ໂຄວິດ-19.

     ​ອົງ​ການ​ອະ​ນາ​ໄມ​ໂລກ​ຫຼື WHO ໄດ້​ກ່າວ​ເນັ້ນ​ອີກ​ແລ້ວ​ອີກ​ຕື່ມ​ວ່າ: ​ຢູ່ປະ​ເທດ​ທີ່​ມີ​ອັດ​ຕາ​ການ​ສັກ​ວັກ​ຊີນ​ໂຄວິດ-19 ຕ່ຳ​ອາດ​ຈະ​ເກີດ​ມີ​ໄວ​ຣັດໂຄວິດ-19 ກາຍ​ພັນ​ຊະ​ນິດ​ໃໝ່,​ແລ້ວ​ກາຍເປັນ​ໄພ​ຂົ່ມ​ຂູ່​ຕໍ່​ປະ​ເທດ​ທັງ​ຫຼາຍ.

ຄຳ​ເຫັນ

0