陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນຮ້ອງຂໍເຂົ້າເປັນສະມາຊິກຂອງ DEPA ຢ່າງເປັນທາງການ

2021-11-01 15:39:43 cri

ວັນທີ 1 ພະຈິກນີ້,ທ່ານຫວາງເຫວີນທ່າວ ລັດຖະມົນຕີກະຊວງການຄ້າຈີນໄດ້ສົ່ງ ຈົດໝາຍເຖິງທ່ານດາມຽນ ໂອຄອນໂນ ລັດຖະມົນຕີກະຊວງການເຕີບໂຕ ດ້ານການຄ້າແລະການສົ່ງອອກຂອງນີວຊີແລນໂດຍໄດ້ຕາງໜ້າຝ່າຍຈີນຍື່ນຄຳ ຮ້ອງຂໍຕໍ່ນີວຊີແລນທີ່ເປັນຝ່າຍເກັບມ້ຽນ DEPA ເພື່ອເຂົ້າເປັນສະມາຊິກຂອງ ສັນຍາການພົວພັນຄູ່ຮ່ວມເສດຖະກິດດີຈີຕອນຫຼື DEPA ຢ່າງເປັນທາງການ. ເຊິ່ງການຍື່ນຄຳຮ້ອງຂໍເຂົ້າເປັນສະມາຊິກ DEPA ນັ້ນ,ສອດຄ່ອງກັບທິດທາງຂອງ ປະເທດຈີນໃນການລົງເລິກການປະຕິຮູບພາຍໃນປະເທດແລະເປີດກວ້າງການ ເປີດປະຕູສູ່ພາຍນອກຕື່ມອີກ,ມີຜົນດີຕໍ່ປະເທດຈີນໃນການເພີ່ມທະວີການຮ່ວມມື ໃນຂົງເຂດເສດຖະກິດດີຈີຕອນກັບບັນດາປະເທດ,ຊຸກຍູ້ການປະດິດສ້າງໃໝ່ແລະການພັດທະນາແບບຍຶນຍົງພາຍໃຕ້ສະພາບການພັດທະນາໃໝ່.ບາດກ້າວຕໍ່ໄປ, ຈີນຈະອີງຕາມລະບຽບການທີ່ກ່ຽວຂ້ອງຂອງ DEPA, ດຳເນີນວຽກງານກະກຽມ ຕາມຫຼັງກັບສະມາຊິກຕ່າງໆ.

ຄຳ​ເຫັນ

0