何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ​ກ່າວ​ວ່າ: ຕ້ອງ​ອອກ​ແຮງ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການຄົ້ນ​ຄວ້າ​​ພັດ​ທະ​ນາ​ວັກ​ຊີນ​ຂອງ​ປະ​ເທດ​ຕົນ

2021-11-01 16:35:06 CRI

ວັນ​ທີ 1 ພະ​ຈິກ​ນີ້, ທ່ານ​ອິ​ສ​ມາຍ ຊາບ​ຣີ, ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ມາ​ເລ​ເຊຍ​ໄດ້​ກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີ​​ເປີດ​ເຜີຍ “ແຜນ​ພັດ​ທະ​ນາ​ວັກ​ຊີນ​ແຫ່ງ​ຊາດ” ມ​າ​ເລ​ເຊຍ, ໂດຍ​ກ່າວ​ເນັ້ນ​ວ່າ​ຈະ​ອອກ​ແຮງ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການຄົ້ນ​ຄວ້າ​ພັດ​ທະ​ນາ​ວັກ​ຊີນ​ຂອງ​ປະ​ເທດ​ຕົນ.

ທ່ານ​ອິ​ສ​ມາຍ ຊາບ​ຣີ​ກ່າວ​ວ່າ, ປີ 2020, ມູນ​ຄ່າ​ການ​ນຳ​​ເຂົ້າ​ຜະ​ລິດ​ຕ​ະ​ພັນ​ການ​ແພດ ແລະ ຢາ​ຂອ​ງ​ມາ​ເລ​ເຊຍ​ມີ​ເຖິງ 1,94 ຕື້​ໂດ​ລາ​ສະ​ຫະ​ລັດ, ໃນ​ນັ້ນ ຜະ​ລິດ​ຕະ​ພັນທີ່​ພົວ​ພັນ​ເຖິງ​ວັກ​ຊີນ​ໂຄວິດ-19 ​ມີ​ເກືອບ 1,1 ຕື້​ໂດ​ລາ. ທ່ານ​ກ່າວ​ຕື່ມ​ວ່າ, ການ​ອາ​ໄສ​ການ​ນຳ​ເຂົ້າ​​ວັກ​ຊີນສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຂອງມາ​ເລ​ເຊຍ​ທີ່​ຕ້ອງ​ບຳ​ລຸງ​ສ້າງ​ຜູ້​ປະ​ດິດ​ສ້າງ​ເຕັກ​ໂນ​ໂລ​ຊີ​ໃຫ້ຫຼາຍກວ່າ​ເກົ່າ, ແຕ່​ບໍ່​ພຽງ​ແຕ່​ແມ່ນ​ຜູ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ເທົ່າ​ນັ້ນ. “ແຜນ​ພັດ​ທະ​ນາ​ວັກ​ຊີນ​ແຫ່ງ​ຊາດ”ມາ​ເລ​ເຊຍ​ຈະ​ບໍ່​ພຽງ​ແຕ່​ສຸມ​ໃສ່​ວັກ​ຊີນ​ໂຄວິດ-19 ເທົ່າ​ນັ້ນ, ຍັງ​ຈະ​ເປີດກວ້າງ​ໄປ​ສູ່​ວັກ​ຊີນ ​ປ້ອງ​ກັນ ແລະ ປິ່ນ​ປົວ​ພະ​ຍາດ​ອື່ນໆ​ອີກ.

ຄຳ​ເຫັນ

0