陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງລົດໄຟຈີນ-ລາວປະສົບຜົນສຳເລັດໃນການສົ່ງກະແສໄຟຟ້າຕະຫຼອດທາງ

2021-11-02 11:29:34 cri

ກຸ່ມບໍລິສັດທາງລົດໄຟຈີນສາຂາຄຸນໝິງຈຳກັດໄດ້ບອກໃຫ້ນັກຂ່າວຮູ້ໃນວັນທີ 1 ພະຈິກນີ້ວ່າ,ສະຖານີໄຟຟ້າແບບຂັບເຄື່ອນ 3 ແຫ່ງຕາມທາງລົດໄຟຈີນ-ລາວ ຕອນການຫຼານປ້າຮອດບໍ່ຫານໄດ້ປະສົບຜົນສຳເລັດໃນການສົ່ງກະແສໄຟຟ້າເຂົ້າຕາຂ່າຍໃນຄັ້ງດຽວ,ແລະໃນມື້ດຽວກັນນີ້ກໍ່ໄດ້ສຳເລັດການທົດລອງແລ່ນລົດຢ່າງສຳເລັດຜົນ,ນີ້ເປັນຂີດໝາຍສະແດງໃຫ້ເຫັນວ່າ,ສາຍສົ່ງໄຟຟ້າຕະຫຼອດທາງ ຕາຂ່າຍໄຟຟ້າພ້ອມດ້ວຍອຸປະກອນທີ່ກ່ຽວຂ້ອງຂອງທາງລົດໄຟຈີນ-ລາວໄດ້ ກໍ່ສ້າງສຳເລັດແລະກວດຮັບແລ້ວ,ເຊິ່ງໄດ້ສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການກວດ​ກາ​ເຕັກ​ນິກ​ເຄື່ອນ​ທີ່ໃນຂັ້ນຕໍ່ໄປ.

 

ພາຍຫຼັງທາງລົດໄຟຈີນລາວສ້າງສຳເລັດແລະເປີດບໍລິການແລ້ວ,ຈະສິ້ນສຸດປະ ຫວັດສາດຂອງກິ່ງແຂວງປົກຄອງຕົນເອງເຜົ່າລື້ສິບສອງພັ່ນນາແຂວງຢຸນນານທີ່ບໍ່ມີທາງລົດໄຟແລ່ນຜ່ານ.ແຕ່ນະຄອນຄຸນໝິງຮອດເມືອງຊຽງຮຸ່ງກິ່ງແຂວງປົກຄອງ ຕົນເອງເຜົ່າລື້ສິບສອງພັ່ນນາໃຊ້ເວລາປະມານ 3 ຊົ່ວໂມງກໍເຖິງແລ້ວແລະ ສາມາດສືບຕໍ່ເດີນທາງໄປ ຮອດນະຄອນຫຼວງວຽງຈັນຂອງລາວໄດ້ໃນມື້ດຽວກັນ.

ຄຳ​ເຫັນ

0