覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຊີນ​ຊວນ​ຄົນ​ທົ່ວ​ໄປ​ທ່ຽວ​ຊົນ​ນະ​ບົດ​ທີ່​ສວຍ​ງາມ​ຂອງ​ຈີນ

2021-11-03 09:36:49 cri

ຫວ່າງ​ກ່ອນ​ນີ້​ບໍ່​ດົນ, ສະ​ຫະ​ພັນ​ທ່ອງ​ທ່ຽວ​ໂລກໄດ້​ເປີດ​ເຜີຍ​ບົດ​ລາຍ​ງານ​ໃນ​ຫົວ​ຂໍ້​ວ່າ: “ສະ​ຫະ​ພັນ​ທ່ອງ​ທ່ຽວ​ໂລກ​ປີ2021: ຕົວ​ຢ່າງ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​​ຊ່ວຍ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​”. ຕາມ​ຂ່າວ​ລາຍ​ງານ​ວ່າ: ບົດ​ລາຍ​ງານ​ສະ​ບັບ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ສ່ວນ​ເຖິງ​ໝາກ​ຜົນ​ອັນ​ພົ້ນ​ເດັ່ນ​ຂອງ​ຈີນ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​ຊ່ວຍ​ຊຸກ​ຍູ້ກ​ານ​ພັດ​ທະ​ນາ​ຊົນ​ນະ​ບົດ  ແລະ​ຢູ່​ບົນ​ພື້ນ​ຖານ​ທີ່​ໄດ້​ລົງ​ເລິກວິ​ໄຈ,ສະຫຼຸບ​ຜົນ​ການ​ຄົ້ນ​ຄວ້າ​ນັ້ນ, ຍັງ​ໄດ້​ໃຫ້​ຄຳ​ແນະ​ນຳ​ຕ່າງໆ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ.
 

  ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ປະ​ຈຳ​ວັນ​ທີ 2 ພະ​ຈິກ​ນີ້​ວ່າ:  ນີ້​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ຂອງ​ຈີນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງປີ2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໃນ​ຂົງ​ເຂດ​ການ​ທ່ອງ​ທ່ຽວ ແລະ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ແລະ​ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ​ກັບ​ບັນ​ດາ​ປະ​ເທດ​ໃນ​ໂລກ​ໃນ​ຂົງ​ເຂດ​ນີ້. ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​​ເຊີນ​ຊວນ​ດ້ວຍ​ຄວາມ​ຈິງ​ໃຈ​ໃຫ້​ຄົນ​ທົ່ວ​ໄປ​ທ່ຽວ​ຊົນນະ​ບົດ​ທີ່​ສວຍ​ງາມ​ຂອງ​ຈີນ.
 

 ທ່ານ​ວ່າງ​ເວີນ​ປິ່ນກ່າວ​ວ່າ: “ບົດ​ລາຍ​ງານໃນ​ຫົວ​ຂໍ້‘ສະ​ຫະ​ພັນ​ທ່ອງ​ທ່ຽວ​ໂລກ​ປີ2021: ຕົວ​ຢ່າງ​ກ່ຽວ​ກັບ​ການ​ທ່ອງ​ທ່ຽວ​​ຊ່ວຍ​ຊຸກ​ຍູ້ການ​ພັດ​ທະ​ນາ​ຊົນ​ນະ​ບົດ​’ໄດ້​ຮິບ​ໂຮມ 50 ​ຕົວ​ຢ່າງ​ທີ່​ໂດດ​ເດັ່ນ​ໃນ​ບັນ​ດາ​ແຂວງ, ເຂດ​ປົກ​ຄອງ​ຕົນ​ເອງ​ແລະ​ກຳ​ແພງ​ນະ​ຄອນ​ທັງ​ໝົດ 31 ແຫ່ງ​ໃນ​ທົ່ວ​ປະ​ເທດ​ຈີນ ເຊິ່ງ​ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ໝາກ​ຜົນ​ການ​ພັດ​ທະ​ນາເສັ້ນ​ທາງ​ພັດ​ທະ​ນາ​ຊົນ​ນະ​ບົດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຕາມ​ທິດ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ ທັງ​ເປັນ​ການ​ປະ​ກອບ​ສ່ວນ​ພິ​ເສດ​ຂອງ​ຈີນ​ເພື່ອ​ພາ​ລະ​ກິດ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແລະ​ການ​ພັດ​ທ​ະ​ນາ​ຂອງ​ໂລກ.”

ຄຳ​ເຫັນ

0