刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາການ​ຄ້າ​ຊາວ​ຈີນ​ຕ່າງ​ດ້າວ​ປະ​ຈຳ​​ມາ​ເລ​ເຊຍ​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ 4 ຄັ້ງ​ລຽນ​ຕິ​ດ

2021-11-04 16:19:38 cri

 

ວັນ​ທີ 3 ພະ​ຈິກ​ນີ້, ປະ​ທານ​ສະ​ພາການ​ຄ້າ​​ຊາວ​ຈີນ​ຕ່າງ​ດ້າວ​ປະ​ຈຳ​ມາເລ​ເຊຍ​​ໄດ້ກ່າວ​ວ່າ: ຈະ​ຈັດ​ຄະ​ນະ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ເຊິ່ງອົງ​ການ​ຕົນ​ໄດ້​ເຂົ້າ​ຮ່ວມ​ງານ 4 ​ຄັ້ງລຽນ​ຕິດ​ນັບ​ແຕ່ປີ 2018 ເປັນ​ຕົ້ນ​ມາ. ທ່ານ​ກ່າວ​ວ່າ: ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ທີ່​ຈັດ​ໂດຍ​ປະ​ເທດ​ຈີນ ແມ່ນ​ງານ​ມະ​ໂຫລານ​ສຳ​ລັບ​ນັກ​ທຸ​ລະ​ກິດ​ຊາວ​ຈີນ​ຕ່າງ​ດ້າວ​ໃນ​ທົ່ວ​ໂລກ, ໄດ້​ສ້າງ​ຄວາມ​ໝັ້ນ​ໃຈ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ໂລກ.

ທ່ານ​ກ່າວ​ເນັ້ນ​ວ່າ: ຈີນ​ແມ່ນ​ປະ​ເທດ​ຄູ່​ການ​ຄ້າ​ໃຫຍ່​ທີ່​ສຸດ​ຂອງ​ມາ​ເລເຊຍ​ ​12 ປີ​ລຽນ​ຕິດ, ທ່ານ​ຫວັງ​ວ່າ ການ​ໄປ​ມາ​ຫາ​ສູ່​ກັນ​ແລະ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ອະ​ນາ​ຄົດ​ ຈະ​ສາ​ມາດ​ສຸມ​ໃສ່​ຂົງ​ເຂດ​ເຕັກ​ນິກຂັ້ນ​ສູງ​ແລະ​ຂົງເຂດ​​ເສດຖະ​ກິດ​ດີ​ຈີ​ຕອນ ເພື່ອ​ບັນ​ລຸ​​ເປົ້າ​ໝາຍການ​ຊົມ​ໃຊ້​ຮ່ວມ​ກັນ​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນຫຼາຍ​ລະ​ດັບແລະຫຼາຍ​ຂົງ​ເຂດ.

ຂ່າວ​ແຈ້ງວ່າ: ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ສະ​ພາ​ການ​ຄ້າ​ຊາວ​ຈີນ​ຕ່າງ​ດ້າວ​ປະ​ຈຳ​ມາເລ​ເຊຍນອກ​ຈາກ​​ມີ​ຮ້ານວາງ​ສະ​ແດງ 20 ບ່ອນ​ຢູ່​ເຂດ​ວາງ​ສະ​ແດງ​ອາ​ຫານ​ແລະ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ແລ້ວ, ຍັງ​ໄດ້​ນຳ​​ເອົາ 4 ວິ​ສາ​ຫະ​ກິດ​ຂອງ​ມາ​ເລ​ເຊຍມາ​​ເຂົ້າ​ຮ່ວມວາງ​ສະ​ແດງ​ຢູ່​ເຂດ​ວາງວາງ​ສະ​ແດງ​ສຳ​ລັບອຸ​ປະ​ກອນ​ການ​ແພດແລະ​ຮັກ​ສາ​ສຸ​ຂະ​ພາບ.

ຄຳ​ເຫັນ

0