刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສ​ປ​ຊ ກ່າວ​ວ່າ: ຫຼາຍ​ປະ​ເທດ​ບໍ່​ມີ​ເງິນ​ພຽງ​ພໍ​ໃນ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

2021-11-05 17:13:12 cri

ສ​ປ​ຊ ກ່າວ​ວ່າ: ຫຼາຍ​ປະ​ເທດ​ບໍ່​ມີ​ເງິນ​ພຽງ​ພໍ​ໃນ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ_fororder_微信图片_20211105170928

ວັນ​ທີ 4 ພະ​ຈິກ​ນີ້, ​ໂຄງ​ການ​ສິ່ງ​ແວດ​ລ້ອມ ສ​ປ​ຊ ໄດ້​ເຜີຍ​ແຜ່ “ບົດ​ລາຍ​ງານ​ກ່ຽວ​ກັບ​ຄວາມ​ແຕກ​ໂຕນ​ກັນ​ໃນ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ​ພາບ​ດິນ​ຟ້າ​ອາ​ກາດ​ປີ 2021: ​ພະ​ຍຸ​ກຳ​ລັງ​ມາ” ໂດຍ​ລະ​ບຸ​ວ່າ: ເຖິງວ່າ​ນະ​ໂຍ​ບາຍ​ແລະ​ແຜນ​ການ​ທີ່​ກ່ຽວ​ຂ້ອງ​ກັບ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບສະ​ພາບ​ດິນ​ຟ້າ​ອາ​ກາດ​ໄດ້​ເພີ່ມ​​ຂຶ້ນ​ເລື້ອຍໆ, ແຕ່​ຄວາມ​ຄືບ​ໜ້າ​ດ້ານ​ການ​ລະ​ດົມ​ທຶນ​ແລະ​ການ​ປະ​ຕິ​ບັດ​ຕົວ​ຈິງ​ຍັງ​ບໍ່​ທັນ​ບັນ​ລຸ​ເຖິງ​ລະ​ດັບ​ທີ່​ຕ້ອງ​ການ​ເທື່ອ. ຫຼາຍ​ປະ​ເທດບໍ່​ໄດ້​ນຳ​ໃຊ້​ໂອ​ກາດ​ການ​ຟື້ນ​ຟູ​​ທາງ​ດ້ານ​ເສດ​ຖະ​ກິດຫຼັງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃຫ້​ດີ, ບໍ່​ໄດ້​ບັນ​ລຸ​ເປົ້າ​ໝາຍຊຸກ​ຍູ້​ການ​ເຕີບ​ໂຕ​​ທາງ​ດ້ານ​ເສດ​ຖະ​ກິດຕາມ​ທິດ​ສີ​ຂຽວ​ເປັນ​ບູ​ລິ​ມະ​ສິດ​ແລ້ວ​ນັ້ນ, ​ຍັງເພີ່ມ​ທະ​ວີ​ຄວາມ​ສາດ​ມາດ​ໃນ​ການ​​ປັບ​ຕົວ​ຍ້ອນ​ຜົນ​ກະ​ທົບ​ຈາກ​ຄວາມ​ແຫ້ງ​ແລ້ງ, ລົມ​ພາ​ຍຸ, ໄຟ​ໄໝ້​ປ່າ ແລະ​ອື່ນໆ​.

ທ່ານ​ອິນ​ເກີ ອັນ​ເດີ​ເຊັນ ຫົວ​ໜ້າ​ບໍ​ລິ​ຫານ​ງານ​ຂອງ​ໂຄງ​ການ​ສິ່ງ​ແວດ​ລ້ອມ ສ​ປ​ຊ ກ່າວ​ວ່າ: “ໂລກ​ພວມ​ສຸມ​ຄວາມ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ການຫຼຸດ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ, ແຕ່​ກໍ່​ຍັງ​ບໍ່​ພຽງ​ພໍ. ພ້ອມ​​ດຽວກັນ​ນັ້ນ, ປະ​ເທດ​ຕ່າງໆ​ຍັງ​ຕ້ອງ​ເພີ່ມ​ຄວາມ​ພະ​ຍາ​ຍາມ​​ຢ່າງຫຼວງຫຼາຍໃນ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເຖິງວ່າ​ປັດ​ຈຸ​ບັນ​ນີ້, ພວກ​ເຮົາ​ໄດ້​ປິດຝາ​ຄວບ​ຄຸມ​ການ​ລະ​ບາຍ​ອາຍ​ພິ​ດ​ເຮືອນ​ແກ້ວ​ທັງ​ໝົດ​ແລ້ວ, ສະ​ກັດ​ກັ້ນ​ການ​ປ່ອຍກາກ​ບອນ​ດີ​ອົກ​ຊິນ​ທັງ​ໝົດ, ແຕ່​ຜົນ​ກະ​ທົບ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຍັງ​ຈະ​ຢູ່​ນຳ​ພວກ​ເຮົາ​ໃນ​ອີກຫຼາຍ​ສິບ​ປີ​ຕໍ່​ໜ້າ. ພວກ​ເຮົາ​ຕ້ອງ​ປະ​ຕິ​ຮູບ​ການ​ລະ​ດົມ​ທຶນ​ແລະ​ການ​ປັບ​ຕົວ​ໃຫ້​ເຂົ້າ​ກັບ​ດິນ​ຟ້າ​ອາ​ກາດ, ວາງ​ເປົ້າ​ໝາຍ​ໃຫຍ່ກວ່າ​ເກົ່າ ເພື່ອຫຼຸດ​ຜົນ​ກະ​ທົບ​ແລະ​ຄວາມ​ເສຍ​ຫາຍ​ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ພວກ​ເຮົາ​ຕ້ອງ​ມີ​ການ​ເຄື່ອນ​ໄຫວ​ໃນ​ທັນ​ທີ.​”

ຄຳ​ເຫັນ

0