何斌

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກິດ​ຈະ​ກຳ“​ສິນ​ຄ້າ​ດີ​ເດັ່ນ​ອາ​ຊີ-​ອາ​ຟ​ຣິ​ກາ2021”​ຈະຈັດ​ຂຶ້ນ​ຢູ່​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4

2021-11-05 16:16:07 CRI

ຕອນ​ຄ່ຳ​ວັນ​ທີ 6 ພະ​ຈິກ​ນີ້, ກິດ​ຈະ​ກຳ“​ສິນ​ຄ້າ​ດີ​ເດັ່ນ​ອາ​ຊີ-​ອາ​ຟ​ຣິ​ກາ2021”​ຈະຈັດ​ຂຶ້ນ​ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4. ກິດ​ຈະ​ກຳ​ຄັ້ງ​ນີ້​ແມ່ນ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ແລະ​ອົງ​ການຈັດ​ຕັ້ງ​ທີ່​ກ່ຽວ​ຂ້ອງ​ຂອງຫຼາຍ​ປະ​ເທດ​ອາ​ຊີ​-ອາ​ຟ​ຣິ​ກາ​ ເຊັ່ນ: ຍີ່​ປຸ່ນ, ສ.ເກົາຫຼີ, ໄທ, ມາ​ເລ​ເຊຍ ແລະປະ​ເທດ​ອື່ນໆ​ຮ່ວມ​ມື​ກັນ​ວາງ​ແຜນ​ຈັດ​ຂຶ້ນ, ໂດຍ​ມີ​ຫົວ​ຂໍ້​ວ່າ “ສຳ​ຜັດ​ກັບ​ສິນ​ຄ້າ​ດີ​ເດັ່ນ​ຂອງ​ອາ​ຊີ​-ອາ​ຟ​ຣິ​ກາ, ຮ່ວມ​ກັນ​ຊົມ​ໃຊ້​ຊີ​ວິດ​ທີ່​ດີ​ງາມ”, ເພື່ອ​ນຳ​ສະ​ເໜີ​ຜະ​ລິດ​ຕະ​ພັນທີ່​ດີ​ເດັ່ນ​ຂອງຫຼາຍ​ປະ​ເທດ​ອາ​ຊີ-​ອາ​ຟ​ຣິ​ກາ​ໃຫ້​ຜູ້​ບໍ​ລິ​ໂພກ​ຊາວຈີນ, ຊ່ວຍ​ເຫຼືອ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ​ຂອງ​ປະ​ເທດ​ເຫຼົ່າ​ນີ້​ຊົມ​ໃຊ້​ໂອ​ກາດ​ທຸ​ລະ​ກິດ​ອັນ​ໃຫຍ່ຫຼວງ​ໃນ​ຕະຫຼາດ​ຈີນ. ໃນ​ໄລ​ຍະ​ຈັດ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 3, ກິດ​ຈະ​ກຳ​ຖ່າຍ​ທອດ​ສົດ​ເພື່ອ​ໂຄ​ສະ​ນາ ແລະ ​ຈຳ​ໜ່າຍ​ສິນ​ຄ້າ 2 ຄັ້ງ​ທີ່​ຈັດ​ຂຶ້ນ​ໂດຍ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ​ໄດ້​ມີ​ຍອດ​ມູນ​ຄ່າການ​ຈຳ​ໜ່າຍຫຼາຍກວ່າ 140 ລ້ານຢວນ.

ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊ​ຽງ​ໄຮ​ປະ​ເທດ​ຈີນ​ແຕ່​ວັນ​ທີ 5 ຫາ​ວັນທີ 10 ພະ​ຈິກ​ນີ້, ມີເກືອບ 3000 ວິ​ສາ​ຫະ​ກິດ​ທີ່​ມາ​ຈາກ 127 ປະ​ເທດ ແລະ ເຂດ​ແຄວ້ນ​ໄດ້​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ, ຈຳ​ນວນ​ວິ​ສາ​ຫະ​ກິດຂະ​ໜາດ​ກາງ ແລະ ນ້ອຍ​ທີ່​ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ​ເປັນ​ກຸ່ມນັ້ນ​ໄດ້​ເພີ່ມ​ຂຶ້ນ 30% ເມື່ອ​ທຽບ​ໃສ່​ປີ 2020. ຜູ້​ບໍ​ລິ​ໂພກ​ຊາວ​ຈີນ​ໄດ້ສຳ​ຜັດ​ກັບ​ສິນ​ຄ້າ​ນຳ​ເຂົ້າ​ທີ່​ມີ​ຄຸນ​ນະ​ພາບ​ສູງຫຼາຍກວ່າ​ເກົ່າ​ຈາກ​ງານ​ວາ​ງ​ສະ​ແດງ​ດັ່ງ​ກ່າວ, ນັກ​ທຸ​ລະ​ກິດ​ຕ່າງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ງານ​ວາ​ງ​ສະ​ແດງ​ກໍ​ໄດ້​ໃຊ້​ເວ​ທີ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ເພື່ອ​ຄວ້າ​ເອົາ​ໂອ​ກາດ​ທຸ​ລະ​ກິດ​ໃຫ້​ໄດ້ຫຼາຍກວ່າ​ເກົ່າ. ງານ​ວາງ​ສະ​ແດງ​ສິ​ນ​ຄ້າ​​ນຳ​ເຂົ້າສາ​ກົນ​ຈີນ​ພວມ​ສ້າງ​ໂອ​ກາດຫຼາຍກວ່າ​ເກົ່າ​ໃຫ້​ແກ່​ການ​ຟື້ນ​ຟູ​ເສດ​ຖະ​ກິດ​ຂອງ​ໂລກ.

 

ຄຳ​ເຫັນ

0