陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ບົດລາຍງານຫຼ້າສຸດກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຂອງສປຊໄດ້ຮຽນຮ້ອງໃຫ້ປະເທດທີ່ພັດທະນາແລ້ວແບກ ຫາບໜ້າທີ່ຄວາມຮັບຜິດຊອບຫຼາຍກວ່າ

2021-11-05 12:00:46 cri

ບົດລາຍງານຫຼ້າສຸດກ່ຽວກັບບັນຫາຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ຂອງສປຊໄດ້ຮຽນຮ້ອງໃຫ້ປະເທດທີ່ພັດທະນາແລ້ວແບກ ຫາບໜ້າທີ່ຄວາມຮັບຜິດຊອບຫຼາຍກວ່າ_fororder_微信图片_20211105151848

ໃນໄລຍະກອງປະຊຸມປະເທດພາຄີໃນສົນທິສັນຍາຂອບອົງການສະຫະປະຊາ ຊາດວ່າດ້ວຍການປ່ຽນແປງຂອງດິນຟ້າອາກາດທີ່ຈັດຂຶ້ນຢູ່ກລາສໂກປະເທດອັງ ກິດ,ໂຄງການສິ່ງແວດລ້ອມສະຫະປະຊາຊາດໄດ້ປະກາດບົດລາຍງານກ່ຽວກັບ ຄວາມແຕກໂຕນກັນໃນການປັບຕົວໃຫ້ເຂົ້າກັບສະພາບດິນຟ້າອາກາດປີ 2021 ສະບັບຫຼ້າສຸດ.ບົດລາຍງານເຫັນວ່າ:ເຖິງວ່າມາດຕະການປັບຕົວໃຫ້ເຂົ້າກັບສະ ພາບດິນຟ້າອາກາດພວມນັບມື້ນັບເຊື່ອມສານເຂົ້າກັບນະໂຍບາຍແລະແຜນການ ຂອງບັນດາປະເທດ,ແຕ່ຂະໜາດການລະດົມທຶນເພື່ອປັບຕົວໃຫ້ເຂົ້າກັບສະພາບ ດິນຟ້າອາກາດນັ້ນມີຄວາມຕ້ອງການເພີ່ມຂຶ້ນຢ່າງຮີບດ່ວນ,ໂດຍສະເພາະແມ່ນ ປະເທດພວມພັດທະນາ.ປັດຈຸບັນ,ງົບປະມານຂອງປະເທດພວມພັດທະນາໃນ ການປັບຕົວໃຫ້ເຂົ້າກັບສະພາບດິນຟ້າອາກາດແມ່ນ 5 ຫາ 10 ເທົ່າຂອງບ້ວງເງິນສາທາລະນະໃນການປັບຕົວໃຫ້ເຂົ້າກັບສະພາບດິນຟ້າອາກາດໃນປັດຈຸບັນ,ພ້ອມທັງການຂາດແຄນທຶນໃນການປັບຕົວພວມຂະຫຍາຍອອກ,ທົ່ວໂລກຕ້ອງເພີ່ມຈຳນວນທຶນໃຫ້ສູງຂຶ້ນຢ່າງຫຼວງຫຼາຍ.

 

ບົດລາຍງານເຫັນວ່າ,ການແຜ່ລະບາດຂອງພະຍາດໂຄສິດ-19 ໄດ້ກະທົບໂດຍ ກົງຕໍ່ແຜນການແລະການສະໜັບສະໜູນດ້ານເງິນທຶນໃນການປັບຕົວໃຫ້ເຂົ້າກັບການປ່ຽນແປງຂອງດິນຟ້າອາກາດ,ແລະປັດຈຸບັນ,ໃນບ້ວງເງິນທີ່ປະເທດພັດທະ ນາແລ້ວໃຫ້ຄຳໝັ້ນສັນຍາຈະສະໜັບສະໜູນປະເທດພວມພັດທະນານັ້ນ,ມີແຕ່ 20% ທີ່ໃຊ້ເຂົ້າໃນຂົງເຂດປັບຕົວໃຫ້ເຂົ້າກັບສະພາບດິນຟ້າອາກາດ,ນີ້ຍັງຫ່າງໄກຫຼາຍກັບຄວາມຕ້ອງການ.

 

ທ່ານກຣິສ ສະຕາກ ຫົວໜ້າບໍລິຫານງານຄະນະກຳມະການການປ່ຽນແປງ ຂອງດິນຟ້າອາກາດອັງກິດໄດ້ກ່າວໃນເວລາໃຫ້ສຳພາດວ່າ:ເທື່ອສັງເກດເບິ່ງ ຈາກປະຫວັດສາດແລ້ວເຫັນວ່າ,ການເຄື່ອນໄຫວຂອງຫຼາຍປະເທດທີ່ພັດທະນາ ແລ້ວແມ່ນສາເຫດຕົ້ນຕໍຂອງການປ່ຽນແປງຂອງດິນຟ້າອາກາດ,ແຕ່ຜົນສະທ້ອນຂອງການປ່ຽນແປງຂອງດິນຟ້າອາກາດພັດຕົກຢູ່ນຳປະເທດພວມພັດທະນາໂດຍ ສ່ວນໃຫຍ່,ສະນັ້ນປະເທດທີ່ພັດທະນາແລ້ວຄວນແບກຫາບໜ້າທີ່ຄວາມຮັບຜິດ ຊອບຫລາຍກວ່າເກົ່າກ່ຽວກັບເລື່ອງນີ້.

ຄຳ​ເຫັນ

0