刘华丽

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຍິນ​ດີ​ຕ້ອນ​ຮັບ​ສື່ມວນ​ຊົ​ນ​ປະ​ເທດ​ຕ່າງ​ໆ​ມາ​ເອົາ​ຂ່າວ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ

2021-11-06 17:37:15 cri

 

ວັນ​ທີ 5 ພະ​ຈິກ​ນີ້, ທ່ານ​ວ່າງ​ເວີນ​ປິ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈະ​ປະ​ຕິ​ບັດ​ຕາມ​ແນວ​ຄວາມ​ຄິດ​ການ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ແບບ​ເປີດ​ກວ້າງ, ຕັ້ງ​ແຕ່​​ເລີ່ມ​ຕົ້ນ​ວຽກ​ງານການ​ກະ​ກຽມກໍ​ໄ​ດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ​ຕໍ່ສື່ມວນ​ຊົນ​ປະ​ເທດ​ຕ່າ​ງໆ​ໃຫ້ສົນ​ໃຈ​ ແລະ​ລາຍ​ງານ​ຂ່າວ​ກ່ຽວ​ກັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​ມາ​ໂດຍ​ຕະຫຼອດ.

ຂ່າວ​ແຈ້ງວ່າ: ວັນ​ທີ 4 ພະ​ຈິກ​ນີ້, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ກ່າວວ່າ: ​ອາ​ເມ​ຣິ​ກາ​ເຕືອນ​ໃຫ້​ປະ​ເທດ​ຈີນ ໃນ​​ໄລ​ຍະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ຢ່າ​ສູ່​ຈຳ​ກັດ​ການ​ເຄື່ອນ​ໄຫວ​ເສ​ລີແລະ​ການ​ເຂົ້າ​ເຖິງ​ຂອງ​ນັກ​ຂ່າວ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​​ສ່ວນ​ບຸກ​ຄົນແລະ​ເສ​ລີ​​ພາບໃນ​ການ​ເຄື່ອນ​ໄຫວ​ເອົາຂ່າວ​ຂອງ​ນັກ​ຂ່າວ.

ທ່ານ​ວ່າງ​ເວີນ​ປິ່ນ​ໄດ້​ໃຫ້​ທັດ​ສະ​ນະ​ດັ່ງ​ກ່າວ​ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ. ທ່ານ​ກ່າວ​ວ່າ: ປັດ​ຈຸ​ບັນ, ມີ​ນັກ​ຂ່​າວຫຼາຍກວ່າ 2500 ຄົນ​ໄດ້​ຍື່ນ​ຄຳ​ຮ້ອງ​ຂໍ​ຈົດ​ທະ​ບຽນ​ຕໍ່​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລ້ວ. ຈີນ​ຍິນ​ດີ​ຕ້ອນ​ຮັບ​ນັກ​ຂ່າວ​ມາ​ເອົາຂ່າວ​ກ່ຽວ​ກັບ​ການ​ສ້າງ​​ສະ​ໜາມ​ກິ​ລາ, ການ​ຈັດ​ຕັ້ງ​ວຽກ​ງານ​ການ​ແຂ່ງ​ຂັນ, ການ​ຮັບ​ປະ​ກັນ​ການ​ດຳ​ເນີນ​ງາ​ນ ແລະ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ອື່ນໆ, ແລະ​ຕິດ​ຕາມກວດ​ກາ​​ຫາງ​ສຽງ​ຕໍ່​ວຽກ​ງານ​ການ​ກະ​ກຽມ ເຊິ່ງ​ນີ້​ຈະ​ຊ່ວຍ​ເຫຼືອ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຍົກ​ສູງ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ຕັ້ງ​ແລະ​ດຳ​ເນີນ​ງານ​ກ່ຽວ​ກັບ​ການ​ແຂ່ງ​ຂັນກິ​ລາ. ແຕ່​ວ່າ, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​​ການ​ຫັນ​ກິ​ລາ​ເປັນ​ບັນ​ຫາ​ການ​ເມືອງ, ຄັດ​ຄ້ານແນວ​ຄິດ​ອະ​ຄະ​ຕິ​ທາງ​ຮູບ​ຖານ​ຈິດ​ສຳ​ນຶກ​ທີ່​ຮຸນ​ແຮງ ໂດຍ​ຖື​ປະ​ເທດ​ຈີນ​ເປັນ​ເປົ້າ​ໝາຍ, ຄັດ​ຄ້ານ​ການ​ສ້າງ​ຂ່າວ​ລືແລະ​ຂໍ້​ມູນ​ປອມ ໂດຍ​ອ້າງ​ເສ​ລີພາບ​ດ້ານ​ການ​ອອກ​ຂ່າວ ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ແລະ​ທຳ​ລາຍ​ບົດ​ບາດ​ຊື່​ສຽງ​ຂອງ​ຈີນ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງ.

ຄຳ​ເຫັນ

0