李敏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄາດ​ວ່າ, ງານ​ມະ​ຫະ​ກຳ​ກິລາ​ຊີ​ເກມຄັ້ງ​ທີ 31 ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ໜ້າ

2021-11-06 14:40:42 cri

ວັນ​ທີ 5 ພະ​ຈິກ​ນີ້​, ຄະ​ນະ​ກຳ​ມະ​ການຈັດ​ງານ​ມະ​ຫະ​ກຳ​ກິ​ລາ​ຊີ​ເກມ (South East Asia Games) ​ຫວຽດ​ນາມ​ແຈ້ງ​ວ່າ, ຄາດ​ວ່າ, ງານ​ມະ​ຫະ​ກຳ​ກິລາ​ຊີ​ເກມຄັ້ງ​ທີ 31 ຈະ​ຈັດ​ຂຶ້ນ​ແຕ່​ວັນ​ທີ 12 ຫາ​ວັນ​ທີ 23 ​ພຶດ​ສະ​ພາ​ປີ​ 2022.

ຂ່າວ​ແຈ້ງວ່າ, ບ່ອນ​ຈັດ​ງານ​ມະ​ຫະ​ກຳ​ກິລາ​ຊີ​ເກມຄັ້ງ​ທີ 31 ລວມ​ທັງ​ນະ​ຄອນ​ຫຼວງ​ຮ່າ​ໂນ້ຍ​ແລະ 11 ເຂດ​ແລະ​ແຂວງ​ອື່ນໆ​ຂອງ​ຫວຽດ​ນາມ. ເພື່ອ​ຫຼີກ​ເວັ້ນ​ບໍ່​ໃຫ້​ງານ​ກິ​ລາ​ຕົກ​ຢູ່​ໃນ​ສະ​ພາບ​ຫຍຸ້ງ​ຍາກ​ອີກ​ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19, ຄະ​ນະ​ກຳ​ມະ​ການດັ່ງ​ກ່າວ​ໄດ້​ສະ​ເໜີ​ໃຫ້​ເພີ່ມ​ບ່ອນ​ຈັດ​ງານສຳ​ຮອງ. ອົງ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຈະ​​ຈັດ​ສັນ​ງົບ​ປະ​ມານ 69 ລ້ານ​ໂດ​ລາ​ສະ​ຫະ​ລັດ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ຈັດ​ງານ​ກິ​ລາ​ຄັ້ງ​ນີ້.

ຄາດ​ວ່າ, ງານ​ມະ​ຫະ​ກຳ​ກິລາ​ຊີ​ເກມຄັ້ງ​ທີ 31 ຈະ​ມີເກືອບ 2 ໝື່ນ​ຄົນ​ເຂົ້າ​ຮ່ວມ.

ຄຳ​ເຫັນ

0