蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກວາງ​ຊີ​ຈະ​ເລັ່ງ​ລັດ​ການ​ສ້າ​ງ​ສູນ​ຂໍ້​ມູນ​ຂ່າວ​ສານ​ຈີນ-ອາ​ຊຽນ ເພື່ອ​ສ້າງ “ເສັ້ນ​ທາງ​ສາຍ​ໃໝ​ດີ​ຈີ​ຕອນ”

2021-11-07 16:27:48 CRI

ວັນ​ທີ 3 ພະ​ຈິກ​ນີ້, ທ່ານ​ໂຈ່ວ​ເຟີຍ ຫົວ​ໜ້າ​ສູນ​ຂໍ້​ມູນ​ຂ່າວ​ສານ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈ້ວງກວາງ​ຊີ​ຈີນ​ກ່າວ​ວ່າ: ເຂດກວາງ​ຊີ​ພວມ​ຮ່າງ​ແຜນ​ພັດ​ທະ​ນາ “ເສັ້ນ​ທາງ​ສາຍ​ໃໝ່​ດີ​ຈີ​ຕອນ” ທີ່ອ​ວ່າຍ​ໜ້າ​ໄປ​ສູ່​ອາ​ຊຽນ​ແຕ່​ປີ 2021 ຫາ​ປີ 2025 ເຊິ່ງ​ຈະ​ຊ່ວຍກວາງ​ຊີ​ສ້າງ​ເປັນ​ສູນ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ ແລະ ການ​ຮ່ວມ​ມື​ທີ່​ມີ​ລະ​ດັບ​ສູງກວ່າ​ເກົ່າ.

ທ່ານ​ໂຈ່ວ​ເຟີຍ​ກ່າວ​ຕື່ມ​ວ່າ: ປັດ​ຈຸ​ບັນີ້, 46 ໂຄງ​ການ​ໃນ​ແຜນ​ພັດ​ທະ​ນາ​ສູນ​ຂໍ້​ມູນ​ຂ່າວ​ສານ​ໄດ້​ລົງ​ມື​ກໍ່​ສ້າງ 24 ໂຄງ​ການ​ແລ້ວ ແລະ ສ້າງ​ສຳ​ເລັດ 16 ໂຄງ​ການ. ໃນ​ໄລ​ຍະ​ຕໍ່​ໄປ, ເຂດກວາງ​ຊີ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ກໍ່​ສ້າງ​ຕົວ​ເມືອງ​ອັດ​ສະ​ລິ​ຍະ, ຊຸກ​ຍູ້​ໃຫ້​ວິ​ສາ​ຫະ​ກິດ​ຫົວ​ຈັກຫຼັກ​ແຫຼ່ງ ແລະ ມະ​ຫາ​ວິ​ທະ​ຍາ​ໄລ​ໃນ​ດ້ານ​ເສດ​ຖະ​ກິດ​ດີ​ຈີ​ຕອນ​ຂອງກວາງ​ຊີ​ແລ​ກ​ປ່ຽນ​ແລະ​ຮ່ວມ​ມື​ກັບ​ປະ​ເທດ​ອາ​ຊຽນ, ເພີ່ມ​ທະ​ວີ​ການ​ດຶງ​ດູດ​ການ​ລົງ​ທຶນ​ໃນ​ດ້ານ​ເສ​ດ​ຖະ​ກິດ​ດີ​ຈີ​ຕອນ ແລະ ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​ໃນ​ດ້ານ​ດີ​ຈີ​ຕອນ.

ຄຳ​ເຫັນ

0