黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ຫະ​ພາບ​ເອີ​ຣົບ​ຮຽ​ກ​ຮ້ອງ​ໃຫ້​ອັງ​ກິດ​ສະ​ແດງ​ຄວາມ​ຈິງ​ໃຈ​ເພື່ອ​ແກ້​ໄຂ​ບັນ​ຫາຕາມ​ຫຼັງ​ພາຍ​ຫຼັງ​ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ

2021-11-07 17:06:51 cri

 

ວັນ​ທີ 5 ພະ​ຈິກ, ທ່ານ​ມາ​ຣົ​ສ ເຊີ​ຟ​ໂຄວິ​ສ ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ເອີ​ຣົບ​ອອກ​ຖະ​ແຫຼງ​ການ​ວ່າ: ອັງ​ກິດ​ບໍ່​ໄດ້​ສະ​ແດງໃຫ້​ເຫັນ​ເຖິງ​ຄວາມ​ຈິງ​ໃຈ​ກ່ຽວ​ກັບການປະ​ຕິ​ບັດ “ອະ​ນຸ​ສັນ​ຍາ​ອຽກ​ລັງ​ເໜືອ”, ​ໂດຍຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ອັງ​ກິດ​ຈົ່ງ​ຕິດ​ຕໍ່​ພົວ​ພັນ​ກັບ​ສະ​ຫະ​ພາບ​ເອີ​ຣົບ​ຢ່າງ​ຈິງ​ໃຈ.

ທ່ານ​ເຊີ​ຟ​ໂຄວິ​ສ ຊີ້​ໃຫ້​ເຫັນ​ວ່າ: ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຕິດ​ຕໍ່​ກັບ​ອັງ​ກິດ​ຢ່າງ​ໃກ້​ຊິດ​ກ່ຽວ​ກັບ​ ​ການ​ປະ​ຕິ​ບັດ “ອະ​ນຸ​ສັນ​ຍາ​ອຽ​ກ​ລັງ​ເໜືອ” ຕະ​ຫຼອດ​ມາ, ແລະ​ໄດ້​ສະ​ເໜີ​ໃຫ້ປັບ​ປຸງລະ​ບຽບ​ການ​ຜ່ານ​ດ່ານ​ພາ​ສີ​ໃຫ້ກະ​ທະ​ຫັດ​ເກົ່າ​ແລະ​ອື່ນໆ, ແຕ່​ມາ​ຮອດ​ປັດ​ຈຸ​ບັນ, ອັງ​ກິດ​ຍັງ​ບໍ່​ມີ​ການ​ກະ​ທຳ​ໃດໆ​ເລີຍ.

“ອະ​ນຸ​ສັນ​ຍາ​ອຽກ​ລັງ​ເໜືອ” ແມ່ນ​ສ່ວນ​ໜຶ່ງ​ຂອງ​ສັນ​ຍາ​ອັງ​ກິດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ​ເອີ​ຣົບ. ​ນັບແຕ່​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ, ອັງ​ກິດ​ແລະ​ສະ​ຫະ​ພາບ​ເອີ​ຮົບ​ລ້ວນ​ແຕ່​ເຫັນ​ວ່າ​ການ​ປະ​ຕິ​ບັດ​ອະ​ນຸ​ສັນ​ຍາ​ດັ່ງ​ກ່າວ​ເກີດ​ມີ​ບັນ​ຫາ. ວັນ​ທີ 13 ຕຸ​ລາ​ແລ້ວ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​​ມີຂໍ້​ລິ​ເລີ່ມ​​ໃຫ້​ດັດ​ແກ້ “ອະ​ນຸ​ສັນ​ຍາ​ອຽກ​ລັງ​ເໜືອ”, ພາຍ​ຫຼັງ​ສະ​ຫະ​ພາບ​ເອີ​ຣົບ​ປະ​ກາດ​ຂໍ້​ລິ​ເລີ່ມ​ດັດ​ແກ້​ແລ້ວ, ອັງ​ກິດ​ແລະ​ສະ​ຫະ​ພາບ​ເອີ​ຣົບ​ໄດ້​ຈັດ​ກອງ​ປ​ະ​ຊຸມ 3 ເທື່ອ, ແຕ່​ບໍ່​ໄດ້​ກ້າວ​ເຖິງ​ຄວາມ​ເຫັນ​ເປັນ​ເອ​ກະ​ພາບ​ກັນ. ສະ​ຫະ​ພ​າບ​ເອີ​ຣົບ​ແລະ​ອັງ​ກິດ​ຈະ​ຈັດ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​ປະ​ຕິ​ບັດ “ອະ​ນຸ​ສັນ​ຍາ​ອຽກ​ລັງ​ເໜືອ” ອີກ​ຄັ້ງ​ໜຶ່ງ​ຢູ່​ນະ​ຄອນ​ຫຼວງ​ລອນດອນ​ຂອງ​ອັງ​ກິດ​ໃນ​ວັນ​ທີ 12 ພະ​ຈິກ​ນີ້.

ຄຳ​ເຫັນ

0