尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາ​ແຫ່ງ​ຊາດ​ອາ​ເມ​ຣິ​ກາ​ຜ່ານ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ໃນ​ດ້ານພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ມູນ​ຄ່າ​ 1 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ

2021-11-07 16:49:38 cri

      ຕອນ​ຄ່ຳ​ວັນ​ທີ 5 ພະ​ຈິກ​ນີ້, ​ສະ​ພາ​ຕ່ຳ​ຂອງ​ລັດ​ຖະສະ​ພາ​ອາ​ເມ​ຣິ​ກາ​ໄດ້​ລົງ​ຄະ​ແນນ​ສຽງຜ່ານ​ການຮັບ​ຮອງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ແບບ​ຂ້າມ​ພັກ​ການ​ເມືອງ​ທີ່​​ມີ​ມູນ​ຄ່າປະ​ມານ 1 ພັນ​ຕື້​ໂດ​ລາ​ສະ​ຫະ​ລັດ. ​ກ່ອ​ນ​ໜ້າ​ນີ້, ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ໄດ້​​ຜ່ານ​ການ​ຮັບ​ຮອງຈາກ​ສະ​ພາ​ສູງ​ອາ​ເມ​ຣິ​ກາ​ແລ້ວ,ມາ​ຮອດ​ປັດ​ຈຸ​ບັນ​ໄດ້​ຜ່ານ​ການ​ຮັບ​ຮອງ​ໃນ​ສອງ​ສະ​ພາ​ຂອງ​ລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ,ຫຼັງ​ຈາກ​ນີ້​ຈະ​ມອບສົ່ງທ່ານ ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາເພື່ອ​ລົງ​ລາຍ​ເຊັນ​ແລະ​ມີ​ຜົນ​ບັງ​ຄັບ​ໃຊ້.

      ​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ລວມ​ທັງ​ການ​​ເບີກ​ງົບ​ປະ​ມານ​​ໃຫ້​ແກ່​ໂຄງ​ການ​ວິ​ສະ​ວະ​ກຳ​ສາ​ທາ​ລະ​ນະ​ຂອງ​ລັດ​ຖະ​ບານອາ​ເມ​ຣິ​ກາ​ໃນ​ປັດ​ຈຸ​ບັນ,ພ້ອມ​ກັນ​ນັ້ນ​ເພີ່ມ​ການ​ລົງ​ທຶນ​ປະ​ມານ 550 ຕື້​ໂດ​ລາ​ສະ​ຫະ​ລັດ​ພາຍ​ໃນ 5 ປີ,ເພື່ອ​ໃຊ້​ເຂົ້າ​ໃນ​ການ​​ກໍ່ສ້າງ​ຫົນ​ທາງ,ຂົວ​ແລະ​​ພື້ນ​ຖານ​ໂຄງ​ລ່າງຄົມ​ມະ​ນາ​ຄົມ​ອື່ນໆ,​ດັດ​ສ້າງ​ແລະ​ປັບ​ປຸງ​ລະ​ບົບ​ສະ​ໜອງ​ນ້ຳ,ຕາ​ໜ່າງ​ໄຟ​ຟ້າ​,​ເຄືອ​ຂ່າຍ​ອິນ​ເຕີ​ເນັດແລະ​ອື່ນໆ​ໃຫ້​ສົມ​ບູນ​ຂຶ້ນ. ສະ​ພາ​​ສູງ​ອາ​ເມ​ຣິ​ກາ​ໄດ້​ຜ່ານ​ການ​ຮັບ​ຮອງ​​ກົດ​ໝາຍ​ສະ​ບັບ​ດັ່ງ​ກ່າວ​ໃນ​ເດືອ​ນ​ສິງ​ຫາ​ປີ​ນີ້.

      ນອກ​ນີ້​ຕາມ​ຫ້ອງ​ການ​ງົບ​ປະ​ມານລັດ​ຖະ​ສະ​ພາ​ອາ​ເມ​ຣິ​ກາ​ຄາດ​ຄະ​ເນ​ວ່າ: ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ​ໃນ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ​ຈະ​ເຮັດ​ໃຫ້​ການ​ຂາດ​ດຸນ​ງົບ​ປະ​ມານ​ຂອງ​ລັດ​ຖະ​ບານ​ເພີ່ມຂຶ້ນ​ປະ​ມານ 256 ຕື້​ໂດ​ລາ​ສະ​ຫະ​ລັດພາຍ​ໃນ 10 ປີຂ້າງ​ໜ້າ.

ຄຳ​ເຫັນ

0