蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

“ແລວ​ທາງ​ອາ​ກາດ​ແກ່ນ​ຕົ້ນ​ສົນ” ຊ່ວຍ​ອັ​ຟ​ກາ​ນິ​ສະ​ຖານຜ່ອນ​ຄາຍ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ

2021-11-08 16:53:46 CRI

ຕອນ​ຄ່ຳ​ວັນ​ທີ 6 ພະ​ຈິກ​ນີ້, ​ສູນ​ອາ​ຊີ​ແລະ​ອາ​ຟ​ຣິ​ກາ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ​ໂທ​ລະ​ພາບ​ສູນ​ກາງ​ຈີນ ຫຼື CMG ໄດ້​ຈັດ “ເທດ​ສະ​ການ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຂອງ​ອາ​ຊີ​ແລະ​ອາ​ຟ​ຣິ​ກາ 2021” ໃນ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ​ໄດ້​ມີ​ສິນ​ຄ້າ​ທີ່​ມີ​ຄຸນ​ນະ​ພາບ​ດີຫຼາຍ​ຊະ​ນິດ​ຈາກຫຼາຍ​ປະ​ເທດ​ອາ​ຊີ​ແລະ​ອ​າ​ຟ​ຣິ​ກາ ໄດ້​ນຳ​ມາ​ໂຄ​ສະ​ນາ​ຂາຍ​ຢູ່​ໃນ​ເທດ​ສະ​ການ​ດັ່ງ​ກ່າວ. ໃນ​ສິນ​ຄ້າ​ເຫຼົ່າ​ນີ້, ​ອາດ​ເວົ້າ​ໄດ້​ວ່າ: ແກ່ນ​ຕົ້ນ​ສົນ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຈາກ​ອັ​ຟ​ກາ​ນິ​ສະ​ຖານເປັນ​ໜຶ່ງ​ໃນ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ຄວາມນິ​ຍົມ​ຊົມ​ຊອບ​ທີ່​ສຸດ​ຈາກ​ລູກ​ຄ້າ. ໃນ​ການ​ໄລ​ສົດ​ໂຄ​ສະ​ນາ​ຂາຍ​ສິນ​ຄ້າ​ມື້​ນັ້ນ, ແກ່ນ​ຕົ້ນ​ສົນ​ອັ​ຟ​ກາ​ນິ​ສະ​ຖານ 26 ໂຕນ​ໄດ້​ຂາຍ​ໝົດ​ກ້ຽງ ແລະ ຕົກ​ເປັນ​ມູນ​ຄ່າຫຼາຍ​ສິບ​ລ້ານຢວນ.

ແກ່ນ​ຕົ້ນ​ສົນ​ແມ່ນ​ພືດ​ເສດ​ຖະ​ກິດ​ຕົ້ນ​ຕໍ​ທີ່​ອັ​ຟ​ກາ​ນິ​ສະ​ຖານ​ສົ່ງ​ອອກ​ສູ່​ປະ​ເທດ​ຈີນ, ​ທັງ​ແມ່ນ​ແຫຼ່ງ​ລາຍ​ຮັບ​ສຳ​ຄັນ​ຂອງ​​ຊາວກ​ະ​ສິ​ກອນ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ອັ​ຟ​ກາ​ນິ​ສະ​ຖານ. ​ເປັນ​ເວ​ລາ​ດົນ​ນານ​ມາ​ແລ້ວ, ແກ່ນ​ຕົ້ນ​ສົນ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ຈີນ ຍ້ອນ​​ແກ່ນ​ໃຫຍ່ ແລະ ເປືອກ​ບາງ, ແຕ່​ຍ້ອນ​ສາຍ​ເຫດ​ຕ່າງໆ, ແກ່ນ​ຕົ້ນ​ສົນ​ອັ​ຟ​ກາ​ນິ​ສະ​ຖານ​​ຈິ່ງຈະ​ບໍ່​ສາ​ມາດ​ສົ່ງ​ເຂົ້າ​​ສູ່​ປະ​ເທດຈີນ​ໄດ້​ໂດຍ​ກົງ. ຈົນ​ເຖິງ​ປີ 2018, ບົນ​ພື້ນ​ຖານ​​ການຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ສອງ​ປະ​ເທດ​ຈີນ​ແລະ​ອັ​ຟ​ກາ​ນິ​ສະ​ຖານໄດ້​ເປີດ “ແລວ​ທາງ​ອາ​ກາດ​ແກ່ນ​ຕົ້ນ​ສົນ” ຢ່າງ​ເປັນ​ທາງ​ການ, ຫຼັງ​ຈາກ​ນັ້ນ, ແກ່ນ​ຕົ້ນ​ສົນ​ອັ​ຟ​ກາ​ນິ​ສະ​ຖານ​​ຈິ່ງສາ​ມາດ​ຂົນ​ສົ່ງ​ເຂົ້າ​ປະ​ເທດ​ຈີນ​ດ້ວຍ​ເຮືອ​ບິນ​ເໝົາ​ລຳ​ໂດຍ​ກົງ.

ນັບ​ແຕ່​ເດືອນ​ສິງ​ຫາ​ປີ​ນີ້​ເປັນ​ຕົ້ນ​ມາ, ສະ​ຖາ​ນະ​ການ​ການ​ເມືອງ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ເກີດ​ມີ​ການ​ປ່ຽນ​ແປງ​ອັນ​ໃຫຍ່ຫຼວງ, ອາ​ເມ​ຣິ​ກາ​ໄດ້​ຖອນ​ທະ​ຫານ​ໂຕນ​ໜີ​ອອກ​ຈາກ​ອັ​ຟ​ກາ​ນິ​ສະ​ຖານ ແລະ ໄດ້​ອາ​ຍັດ​ຊັບ​ສິນ​​ທະ​ນາ​ຄານ​ກາງ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ​ໄວ້​ໃນ​ປະ​ເທດ​ຕົນ. ໃນ​ຂະ​ນະ​ດຽວ​ກັນ, ຍ້ອນ​ວ່າ​ການ​ຊ່ວຍ​ເຫຼືອ​ຂອງ​ສາ​ກົນ​ໃຫ້​ກັບ​ອັ​ຟ​ກາ​ນິ​ສະ​ຖານ​ຖືກ​ໂຈະເປັນ​ຈຳ​ນວນຫຼວງຫຼາຍ, ລາ​ຄາ​ສິນ​ຄ້າ​ໃນ​ຕະຫຼາດ​ອັ​ຟ​ກາ​ນິ​ສະ​ຖານ​ໄດ້​ຖີບ​ຕົວ​ສູງ​ຂຶ້ນ​ຢ່າງ​ວ່ອງ​ໄວ, ສະ​ບຽງ​ອາ​ຫານ​ຂາດ​ເຂີນ​ຢ່າງ​ໜັກ​ໜ່ວງ, ອັ​ຟ​ກາ​ນິ​ສະ​ຖານ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ທີ່​ໜັກ​ໜ່ວງ.

ວັນ​ທີ 26 ຕຸ​ລາ​ຜ່ານ​ມາ​ນີ້, ທ່ານ​ວາງ​ຢີ້ ທີ່​ປຶ​ກ​ສາ​ແຫ່ງ​ລັດ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ກາ​ຕາ, ຢູ່​ນະ​ຄອນຫຼວງ​ໂດ​ຮາ​ຂອງ​ກາ​ຕາ, ທ່ານ​ວາງ​ຢີ້​ໄດ້​ພົບ​ປະ​ກັບ​ທ່ານ​ອັບ​ດຸນ ກາ​ນີ ບາ​ຣາ​ດາ ຮັກ​ສາ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ ແລະ ທ່ານ​ອາ​ເມຍ ຄານ ມູ​ຕາ​ຈີ ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຂອງ​ລັດ​ຖະ​ບານ​ຊົ່ວ​ຄາວ​ອັ​ຟ​ກາ​ນິ​ສະ​ຖານ ແລະ ໄດ້​​ພ້ອມ​ກັນ​ຮັບ​ຮອງ​ຕໍ່ແຜນ​ການ “ແລວ​ທາງ​ອາ​ກາດ​ແກ່ນ​ຕົ້ນ​ສົນ”. ຫຼັງ​ຈາກ​ນັ້ນ​ບໍ່​ເທົ່າ​ໃດ​ມື້, ແກ່ນ​ຕົ້ນ​ສົນ​ອັ​ຟ​ກາ​ນິ​ສະ​ຖານງວດ​ທຳ​ອິດ​ກໍ​ໄດ້​ຖືກ​ຂົນ​ສົ່ງ​ເຂົ້າ​ສູ່​ປະ​ເທດ​ຈີນ ແລະ ຂາຍ​ໝົດ​ກ້ຽງ. ຫຼາຍ​ເດືອນ​ຕໍ່​ມາ, ໂຄງ​ການ “ແລວ​ທາງ​ອາ​ກາດ​ແກ່ນ​ຕົ້​ນ​ສົນ” ຍັງ​ໄດ້​ຂົນ​ສົ່ງ​ແກ່ນ​ຕົ້ນ​ສົນ​ອັ​ຟ​ກາ​ນິ​ສະ​ຖານຫຼາຍ​ໝື່ນ​ໂຕນ​ເຂົ້າ​ປະ​ເທດ​ຈີນ ເຊິ່ງ​ໄດ້​ສ້າງ​ລາຍ​ຮັບຫຼາຍ​ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ​ໃຫ້​ແກ່​ຊາວກ​ະ​ສິ​ກອນ​ອັ​ຟ​ກາ​ນິ​ສະ​ຖານ ພ້ອມ​ທັງ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ຜ່ອນ​ຄາຍ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​ຂອງ​ອັ​ຟ​ກາ​ນິ​ສະ​ຖານ.

ເຖິງວ່າແກ່ນ​ຕົ້ນ​ສົນ​​ເມັດ​ນ້ອຍ​ຂອງອັ​ຟ​ກາ​ນິ​ສະ​ຖານ​ທີ່​​ຂົນ​ສົ່ງ​ມາ​ຈາກ​ແດນ​ໄກກໍ​ຕາມ, ແຕ່​ພັດ​ສາ​ມາດ​ນຳ​ເອົາ​ລົດ​ຊາດ​ອັນ​ແຊບ​ຊ້ອຍ​ມາ​ສູ່​ປະ​ຊາ​ຊົນ​ຈີນ, ສິ່ງ​ທີ່​ສຳ​ຄັນ​ກວ່າ​ນັ້ນ​ແມ່ນ, ສ​າ​ມາດ​ນຳ​ເອົາ​ຄວາມ​ສຸກ​ກັບ​ຄືນ​ສູ່​ປະ​ຊາ​ຊົນ​ອັ​ຟ​ກາ​ນິ​ສະ​ຖານ. ໃນ​ຂະ​ນະ​ດຽວ​ກັນ, ມັນ​ຍັງ​ເປັນ​ສັກ​ຂີ​ພິ​ຍານ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຈີນ​ແລະ​ອັ​ຟ​ກາ​ນິ​ສະ​ຖານ​ໃຫ້​ພັດ​ທະ​ນາ​ຢ່າງ​ໜັກ​ແໜ້ນ. “ແລວ​ທາງ​ອາ​ກາດ​ແກ່ນ​ຕົ້ນ​ສົນ” ບໍ່​ພຽງ​ແຕ່​ຈະ​ຊ່ວຍ​ຜ່ອນ​ຄາ​ຍ​ວິ​ກິດ​ການ​ດ້ານ​ມະ​ນຸດ​ສະ​ທຳ​​ໃຫ້​ອັ​ຟ​ກາ​ນິ​ສະ​ຖານ​ເທົ່າ​ນັ້ນ, ມັນ​ຍັງ​ເປັນຂົວ​ຕໍ່​ທີ່​ສຳ​ຄັນ​ທີ່​ຮັດ​ແໜ້ນ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຈີນ​ແລະ​ອັ​ຟ​ກາ​ນິ​ສະ​ຖານ​ອີກ​ດ້ວຍ.

ຄຳ​ເຫັນ

0