徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ເຂົ້າ​ຮ່ວມ​ WTO ເປັນ​ເວ​ລາ 20 ປີໄດ້​ຮັບ​ການ​ຕີ​ລາ​ຄາສູງວ່າ​ເປັນ​ການ​ແບ່ງ​ປັນໂອ​ກາດໃຫ້​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ

2021-11-10 16:54:34 CRI

ຈີນ​ເຂົ້າ​ຮ່ວມ​ WTO ເປັນ​ເວ​ລາ 20 ປີໄດ້​ຮັບ​ການ​ຕີ​ລາ​ຄາສູງວ່າ​ເປັນ​ການ​ແບ່ງ​ປັນໂອ​ກາດໃຫ້​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ_fororder_c8ea15ce36d3d5398a18195aaea18e59352ab035

ຕາມ​ຂ່າວCRI:ວັນ​ທີ 5 ພະ​ຈິກ​ນີ້, ເວ​ທີ​ປຶກ​ສາ​ຫາ​ຂັ້ນ​ສູງ​ກ່ຽວ​ກັບ​ຈີນ​​ເຂົ້າ​ຮ່ວມ​ອົງ​ການ​ການ​ຄ້າ​ໂລກ​ຫຼື WTO ຄົບ​ຮອບ 20 ປີ​ໄດ້​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຊຽງ​ໄຮ້​ປະ​ເທດ​ຈີນ. ວັນ​ທີ 9 ພະ​ຈິກ​ນີ້, ທ່ານ​ຫວ່າງ​ເວີນ​ປີ່ນ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ວ່າ: ໃນ​ໄລ​ຍະ​ຈັດ​ເວ​ທີ​ປຶກ​ສາ​ຫາ​ລື, ຜູ້​ເຂົ້າ​ຮ່ວມ​ທັງ​ຈີນ​ແລະ​ຕ່າງ​ປະ​ເທດລ້ວນ​ແຕ່​ເຫັນ​ວ່າ​ການ​ເຂົ້າ​ຮ່ວມ WTO ຂອງ​ຈີນ​ເປັນເຫດ​ການ​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ WTO , ໂດຍກ່າວ​ວ່າ​ການ​ເຂົ້າ​ຮ່ວມ WTO ແມ່ນ​ການ​ຕັດ​ສິນ​ໃຈ​ທີ່ຖືກ​ຕ້ອງ​ຂອງ​ຈີນ​ແລະ​ສອດ​ຄ່ອງ​ກັບ​ກະ​ແສ​ການ​ພັດ​ທະ​ນາເສດ​ຖະ​ກິດ​ໂລ​ກາ​ພິ​ວັດ, ບໍ່​ພຽງ​ແຕ່​ໄດ້ເຮັດ​ໃຫ້​ສາຍ​ລົມ​ແຫ່ງ​ລະ​ດູ​ໃນ​ການ​ພັດ​ທະ​ນາ​ຂອງ​ຕົນເປັນ​ຂະ​ບວນ​ຟົດ​ຟື້ນ​ເທົ່າ​ນັ້ນ, ຍັງ​ໄດ້​ເຮັດ​ໃຫ້​ສາຍ​ລົມ​ໃນ​ລະ​ດູ​ບານ​ໃໝ່​ໃນ​ການ​ພັດ​ທະ​ນາເສດ​ຖະ​ກິດ​ຂອງ​ໂລກມີ​ຊີ​ວິດ​ຊີ​ວາ.

 

  ທ່ານ​ຫວ່າງ​ເວີນ​ປີ່ນ​ຍັງກ່າວ​ເນັ້ນ​ວ່າ: ປັດ​ຈຸ​ບັນ​ນີ້​ເສດ​ຖະ​ກິດ​​ໂລກ​ໄດ້​ເຊື່ອມ​ໂຍງເຂົ້າ​ກັນ​ຢ່າງ​ເລິກ​ເຊິ່ງ, ຜົນ​ປະ​ໂຫຍດ​ຂອງ​ແຕ່​ລະ​ປ​ະ​ເທດໄດ້​​ເຊື່ອມ​ໂຍງ​ເຂົ້າ​ກັນ​ຢ່າງ​ແໜ້ນ​ແຟ້ນກວ່າ​ເກົ່າ. ຈີນ​ຈະ​ຖືເອົາ​ການ​ເຂົ້າ​ຮ່ວມ WTO ຄົບ​ຮອບ 20 ປີ​ເປັນ​ຈຸດ​ເລີ່ມ​ຕົ້ນ​ໃໝ່, ສືບ​ຕໍ່​ການ​ເປີດກວ້າງ​ການ​ເປີດ​ປະ​ຕູ​ສູ່​ພາຍນອກ​ທີ່​ມີ​ລະ​ດັບ​ສູງ, ຍຶດ​ໝັ້ນ​ການ​ປົກ​ປ້ອງ​ລະ​​ບົບ​ການ​ຄ້າຫຼາຍ​ຝ່າຍ, ສືບ​ຕໍ່​ລົງ​ເລິກ​ການ​ຮ່ວມ​ມື​​

ເສ​ດ​ຖະ​ກິດ​ການຄ້າ​ພາຍ​ໃນ​ພາກ​ພື້ນ​ແລະ​ສອງ​ຕໍ່​ສອງ.

 

 

ຄຳ​ເຫັນ

0