秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານວາງສະແດງສິນຄ້ານຳເຂົ້າສາກົນຈີນຄັ້ງທີ 4 ໄດ້ຮັບຜົນສຳເລັດຢ່າງຫຼວງຫຼາຍ

2021-11-11 15:11:20 cri

ວັນ​ທີ 10 ພະ​ຈິກ​ນີ້, ງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 4 ທີ່​ໄດ້​ດຳ​ເນີນມ​າ​ເປັນ​ເວ​ລາ 6 ວັນ ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ຊຽງ​ໄຮ​ ປະ​ເທດ​ຈີນ. ງານ ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ນີ້ ໄດ້​ດຶງ​ດູດ​ວິ​ສາ​ຫະ​ກິດ​ເກືອບ 3000 ແຫ່ງ​ ທີ່​ມາຈາກ 127 ປະ​ເທດ​ ແລະ​ເຂດ​ແຄວ້ນ​ເຂົ້າ​ຮ່ວມ. ຜະ​ລິດ​ຕະ​ພັນຫຼາຍ​ຊະ​ນິດ​ໄດ້​ນຳ​ມາ​ແນະ​ນຳ​ເປັນ​ຄັ້ງ​ທຳ​ອິດ​ຢູ່​ໃນ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້, ວິ​ສາ​ຫະ​ກິດ​ຕ່າງໆໄດ້​ເຊັນ​ສັນ​ຍາ​ການ​ຮ່ວມ​ມື​ທີ່​ມີ​ມູນ​ຄ່າ 70.720.000.000 ໂດ​ລາ​ສະ​ຫະ​ລັດ. ນອກ​ນີ້, ຍັງ​ມີ​ວິ​ສາ​ຫະ​ກິດ​ຂ້າມ​ຊາດຫຼາຍ​ແຫ່ງ​ໄດ້​ເຊັນ​ສັນ​ຍາ​ຈະ​ເຂົ້າ​ຮ່ວມງານ​ວາງ​ສະ​ແດງ​ສິນ​ຄ້າ​ນຳ​ເຂົ້າ​ສາ​ກົນ​ຈີນ​ຄັ້ງ​ທີ 5.

ຄຳ​ເຫັນ

0