蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ນາງ​ເພິງ​ລີ້ຢວນ​ໃຫ້​ສຳ​ພາດ​ຕໍ່​ວາ​ລະ​ສານ“The UNESCO Courier”ຂອງ​ອົງ​ການ​ອຸຍເນັ​ສ​ໂກສະ​ຫະ​ປະ​ຊາ​ຊາດ

2021-11-11 11:50:21 CRI

     ຫວ່າງ​ກ່ອນນີ້ບໍ່​ດົນ, ທ່ານ​ນາງ​ເພິງ​ລີ້ຢວນ ພັນ​ລະ​ຍາ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ ທັງ​ເປັນ​ທູ​ດ​ພິ​ເສດເພື່ອ​ຊຸກ​ຍູ້ການ​ສຶກ​ສາສຳ​ລັບ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​ອຸຍເນັ​ສ​ໂກແຫ່ງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ໃຫ້​ສຳ​ພາດ​ເປັນ​ລາຍ​ລັກ​ອັກ​ສອນ​ຕໍ່ວາ​ລະ​ສານ“The UNESCO Courier”ຂອງ​ອົງ​ການ​ອຸຍເນັ​ສ​ໂກແຫ່ງສະ​ຫະ​ປະ​ຊາ​ຊາດ.

     ທ່ານ​ນາງ​ເພິງ​ລີ້ຢວນ​ກ່າວ​ວ່າ: ຜ່ານ​ການ​ສຸມຄວາມ​ພະ​ຍາ​ຍາມ​ຢ່າງບໍ່​ລົດ​ລະ, ຈີນ​ໄດ້​ບັນ​ລຸ​ເປົ້າ​ໝາຍ​ລຶບ​ລ້າງ​ຄວາມ​ທຸກ​ຍາກ​ເດັດ​ຖານ, ການ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກດ້ວຍ​ການ​ສຶກ​ສາ​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ທີ່​ສຸດ​ອັນ​ໜຶ່ງ. ພວກ​ເຮົາ​ຄວນ​ມີ​ຄວາມ​ຕັດ​ສິນ​ໃຈ​ໃຫ້​ຫຼາຍກວ່າ​ເກົ່າ​ເພື່ອ​ຊຸກ​ຍູ້​ການ​ສຶກ​ສາ​ສຳ​ລັບ​ເດັກ​ຍິງ​ແລະ​ແມ່​ຍິງຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ, ພະ​ຍາ​ຍາມ​ເຮັດ​ໃຫ້​ຜູ້​ຍິງ​ຫຼາຍກວ່າ​ເກົ່າ​ໄດ້​ຮັບ​ການ​ສຶກ​ສາ​ທີ່​ດີ, ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຮອດ​ປີ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.

     ທ່ານ​ນາງ​ເພິງ​ລີ້ຢວນ​ຫວັງ​ວ່າ, ລັດ​ຖະ​ບານ​ປະ​ເທດ​ຕ່າງ​ໆ​ພ້ອມ​ທັງ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ອົງ​ການ​ຝ່າຍ​ພົນ​ລະ​ເຮືອນ ແລະ​ບຸກ​ຄົນໃຈ​ບຸນ​ນັບ​ມື້​ນັບ​ຫຼາຍກວ່າ​ເກົ່າ​ຈະ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ຕັ້ງ​ໜ້າ, ຊຸກ​ຍູ້ໃຫ້​ຜູ້​ຍິງ​ມີ​ຄວາມ​ສາ​ມາດ​ດ້ວຍ​ການ​ສຶກ​ສາ, ຊຸກ​ຍູ້​ໃຫ້​ການ​ສຶກ​ສາ​ສຳ​ລັບ​ເດັກ​ຍິງ​ແລະ​ແມ່​ຍິງ​ໄດ້​ຮັບ​ການ​ພັດ​ທະ​ນາ​ຫຼາຍກວ່າ​ເກົ່າ, ແລະ​ເພີ່ມ​ພະ​ລັງ​ແຮງ​ໃໝ່​ໃຫ້​ແກ່​ການ​ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ​ຢ່າງບໍ່​ຢຸ​ດຢັ້ງ.

     ທ່ານ​ນາງ​ເພິງ​ລີ້ຢວນ​ຍັງ​ກ່າວ​ວ່າ: ໃນ​ນາມ​ເປັນ​ທູ​ດ​ພິ​ເສດ​ເພື່ອຊຸກ​ຍູ້ການ​ສຶກ​ສາສຳ​ລັບ​ເດັກ​ຍິງ​ແລະ​ແມ່​ຍິງ​ຂອງ​ອົງ​ການ​​ອຸຍເນັ​ສ​ໂກແຫ່ງ​ສະ​ຫະ​ປະ​ຊາ​ຊາດ, ຂ້າ​ພະ​ເຈົ້າ​ຍິນ​ດີ​ສືບ​ຕໍ່​ປະ​ຕິ​ບັດ​ໜ້າ​ທີ່​ຕາມ​ຄວາມຮັບ​ຜິດ​ຊອບ​ຂອງ​ຕົນ​ໃຫ້​ດີ, ຮ່ວມ​ກັບ​ຝ່າຍ​ຕ່າງໆ​ພ້ອມ​ກັນ​ກ້າວ​ໄປ​ໜ້າ, ເຮັດ​ໃຫ້​ແມ່​ຍິງ​ແລະເດັກ​ນ້ອຍ​​ຫຼາຍກວ່າ​ເກົ່າ​ມີ​ຄວາມ​ຮັກຢູ່​ໃນ​ໃຈ ມີ​ແສງສະ​ຫວ່າງ​ຢູ່​ໃນດວງ​ຕາ ແລະ​ມີ​ກຳ​ລັງແຮງ​ກ້າວເດີນ​ໄປ​ໜ້າ.

ຄຳ​ເຫັນ

0