秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຝຣັ່ງມີຄວາມອາດເປັນໄປໄດ້ສູງ ທີ່ຈະເຂົ້າສູ່ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຮອບທີ 5

2021-11-11 17:20:56 cri

ວັນ​ທີ 10 ພະ​ຈິກ​ນີ້, ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ, ທ່ານ​ໂອ​ລີ​ເວຍ ເວ​ຣານ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຝ​ຣັ່ງ​ກ່າວ​ວ່າ: ຝ​ຣັ່ງ​ມີ​ຄວາມ​ອາດ​ເປັ​ນ​ໄປ​ໄດ້​ສູງ ​ທີ່​​ພະ​ຍາດ​ໂຄວິດ-19 ຈ​ະ​ແຜ່​ລະ​ບາດ​ເປັນຮອບ​ທີ 5. ປັດ​ຈຸ​ບັນ, ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຝ​ຣັ່ງ​ກຳ​ລັງ​ຮ້າຍ​ແຮງ​ຂຶ້ນ​ຕື່ມ, ອັດ​ຕາ​ຕິດ​ເຊື້ອ ແລະ​ອັດ​ຕາ​ເຂົ້າ​ນອນ​ປິ່ນ​ປົວ​ຢູ່​ໂຮງ​ໝໍ ຕ່າງ​ກໍ​ໄດ້​ເພີ່ມ​ຂຶ້ນ. ທ່ານ ເວ​ຣານ ກ່າວ​ວ່າ: ຍັງ​ຕ້ອ​ງ​ລໍ​ຖ້າ​ອີກ 2 ອາ​ທິດ ຈຶ່ງ​ຈະ​ສາ​ມາດຢືນ​ຢັນ​ໄດ້​ວ່າ: ຝ​ຣັ່ງ​​ໄດ້​ເຂົ້າ​ສູ່​ສະ​ພາບການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ເປັນຮອບ​ທີ 5 ແລ້ວຫຼື​ບໍ.

ທ່ານ ເວ​ຣານ ກ່າວ​ເນັ້ນ​ວ່າ: ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຢູ່​ຝ​ຣັ່ງ​ໃນ​ປີ​ນີ້​ ແມ່ນ​ຕ່າງ​ກັນ​ກັບ​ຮອບ​ທຳ​ອິດ​ໃນ​ປີ​ກາຍ​ນີ້ ​ຍ້ອນ​ການ​ສັກ​ວັກ​ຊີນໂຄວິດ-19. ປັດ​ຈຸ​ບັນ, ຢູ່​ຝ​ຣັ່ງ​ມີ​ຄົນສັກ​ວັກ​ຊີນ​ໂຄວິດ-19 ເຂັມ​ທີ​ໜຶ່ງ​ແລ້ວ 76,3% ແລະ​ສັກ​ຄົບ​ສອງ​ເຂັມ​ແລ້ວ 74,7%.

 

ຄຳ​ເຫັນ

0