秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອັດຕາການສັກວັກຊີນໂຄວິດ-19 ຄົບສອງເຂັມຢູ່ນູແວນເຊລັງສູງກວ່າ 80%

2021-11-14 14:05:13 cri

ວັນ​ທີ 14 ພະ​ຈິກ​ນີ້, ພາກ​ສ່ວນ​ສາ​ທາ​ລະ​ນະ​ສຸກ​ຂອງ​ນູ​ແວນ​ເຊ​ລັງ​ໄດ້​ປະ​ກາດ​ວ່າ: ຊາວ​ນູ​ແວນ​ເຊ​ລັງ​ທີ່​ເໝາະ​ກັບ​ການ​ສັກ​ວັກ​ຊີນ​ໂຄວິ​ດ-19 ​ນັ້ນ ມີ 81% ໄດ້​ສັກ​ວັກ​ຊີນ​ຄົບ​ສອງ​ເຂັມ​ແລ້ວ. ນັບ​ມາ​ຮອດ​ຕອນ​ທ່ຽງ​ຂອງວັນ​ທີ 14 ພະ​ຈິກ​ນີ້, ໃນ 24 ຊົ່ວ​ໂມງ​ທີ່​ຜ່ານ​ມາ, ຢູ່​ທົ່ວ​ປະ​ເທດ​ນູ​ແວນ​ເຊ​ລັງ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ-19 ທີ່​ເພີ່ມ​ໃໝ່ 207 ກໍ​ລະ​ນີ, ໃນ​ນັ້ນ, ມີ 192 ກໍ​ລະ​ນີແມ່ນ​ພົ​ບ​ຢູ່​ນະ​ຄອນ​ອອັກ​ແລນ.

ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິ​ດ-19 ຢູ່ນູ​ແວນ​ເຊ​ລັງ​ຮອບ​ນີ້​ ແມ່​ນ​ເກີດ​ຂຶ້ນ​ໃນ​ເດືອ​ນ​ສິງ​ຫາ​ປີ​ນີ້, ແຕ່​ຈົນ​ຮອ​ດ​ປັດ​ຈຸ​ບັນ ຍັງ​ບໍ່​ສາ​ມາດ​ຄວບ​ຄຸມ​ຈຳ​ນວນ​ກໍ​ລະ​ນີ​ຕິດ​ເຊື້ອ​ພະ​ຍາດ​ທີ່​ເພີ່ມ​ໃໝ່​ເທື່ອ. ລັດ​ຖະ​ບານ​ນູ​ແວນ​ເຊ​ລັງ​ໄດ້​ຕົກ​ລົງ​ວ່າ: ເມື່ອ​ຮອດ​ເວ​ລາ​ທີ່​ອັດ​ຕາ​ການ​ສັກ​ວັກ​ຊີນ​ຄົບ​ສອງ​ເຂັມ​ຢູ່​ນູ​ແວນ​ເຊ​ລັງ​ບັນ​ລຸ​ເຖິງ 90% ແລ້ວ, ​ຈຶ່ງຈະ​ປັບ​ປຸງ​ລະ​ບົບ​ປ້ອງ​ກັນ​ພະ​ຍາດ ແລະ​ຜ່ອນ​ຜັນ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ.

ຄຳ​ເຫັນ

0