吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄຳອະທິບາຍກ່ຽວກັບ “ມະຕິຂອງສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ”

2021-11-16 18:49:39 cri

ຄຳອະທິບາຍກ່ຽວກັບ “ມະຕິຂອງສູນກາງພັກກອມມູນິດຈີນ 
ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດ
ຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ”

ໂດຍ: ທ່ານ ສີຈິ້ນຜິງ

 

    ໂດຍໄດ້ຮັບການມອບໝາຍຈາກກົມການເມືອງສູນກາງພັກ, ຂ້າພະເຈົ້າຂໍກ່າວຄຳອະທິບາຍສະ ພາບການຮ່າງ “ມະຕິຂອງສູນກາງພັກກອມມູນິດຈີນ ກ່ຽວກັບຜົນງານອັນໃຫຍ່ຫຼວງ ແລະ ບົດ ຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ” ຕໍ່ກອງປະຊຸມຄົບຄະນະ.
 

  1. ການພິຈາລະນາກ່ຽວກັບຫົວຂໍ້ຫາລືຂອງກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 6 ສະ ໄໝທີ 19
     

    ແຕ່ໃດມາ, ພັກພວກເຮົາກໍໄດ້ໃຫ້ຄວາມສຳຄັນຢ່າງສູງຕໍ່ການສະຫຼຸບບົດຮຽນປະຫວັດສາດ. ຕັ້ງແຕ່ສະໄໝຢູ່ຢຽນອ່ານ, ສະຫາຍ ເໝົາເຈີຕຸ່ງ ກໍໄດ້ຊີ້ໃຫ້ເຫັນວ່າ: “ຖ້າບໍ່ຮູ້ແຈ້ງກ່ຽວກັບປະຫວັດສາດຂອງພັກ, ບໍ່ຮູ້ແຈ້ງເສັ້ນທາງ​ທີ່ພັກ​ໄດ້​ເດີນ​ຜ່ານໃນປະຫວັດສາດ, ກໍບໍ່ສາມາດເຮັດວຽກໃຫ້ດີຍິ່ງຂຶ້ນໄດ້.” ໃນເວລາອັນສຳຄັນ ແຫ່ງການຍາດເອົາໄຊຊະນະຄັ້ງສຸດທ້າຍຂອງສົງຄາມຕໍ່ຕ້ານ​ຟາ​ຊິດຍີ່ປຸ່ນ, ປີ 1945, ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄັ້ງທີ 7 ສະໄໝທີ 6 ໄດ້ຮັບຮອງເອົາ “ມະຕິກ່ຽວກັບບາງບັນຫາປະຫວັດສາດ”, ໂດຍໄດ້ສະຫຼຸບປະຫວັດສາດ ພ້ອມດ້ວຍບົດ ຮຽນຂອງພັກ ນັບແຕ່ການສ້າງຕັ້ງພັກເປັນຕົ້ນມາ ໂດຍສະເພາະ ນັບແຕ່ກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 4 ສະໄໝທີ 6 ຈົນຮອດກ່ອນກອງປະຊຸມຈຸ່ນຢີ້, ໄດ້ມີຂໍ້ສະຫຼຸບຕໍ່ບາງບັນຫາປະ ຫວັດສາດທີ່ໃຫຍ່ຫຼວງ, ຈຶ່ງເຮັດໃຫ້ທົ່ວພັກ ໂດຍສະເພາະແມ່ນ ພະນັກງານຊັ້ນສູງຂອງພັກ ມີຄວາມຮັບຮູ້ຢ່າງເປັນເອກະພາບກັນຕໍ່ບັນຫາພື້ນຖານຂອງການປະຕິວັດຈີນ, ໄດ້ເພີ່ມຄວາມສາມັກຄີຂອງທົ່ວພັກ, ໄດ້ສ້າງເງື່ອນໄຂ​ຢ່າງເຕັມສ່ວນໃຫ້ແກ່ການໄຂກອງປະຊຸມໃຫຍ່ຄັ້ງທີ 7 ຂອງພັກຢ່າງມີໄຊ, ທັງໄດ້ຊຸກຍູ້ການພັດທະນາພາລະກິດການປະຕິວັດຈີນຢ່າງແຂງແຮງ.
 

    ຫຼັງຈາກເຂົ້າສູ່ໄລ​ຍະໃໝ່ແຫ່ງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກ, ສະຫາຍ ເຕີ້ງສຽວພິງ ໄດ້ກ່າວວ່າ: “ບົດຮຽນສຳເລັດຜົນໃນປະຫວັດສາດ ແມ່ນຊັບສົມບັດອັນລ້ຳຄ່າ, ບົດຮຽນທີ່ຜິດພາດ ແລະ ​ບໍ່​ສຳ​ເລັດ​ຜົ​ນນັ້ນ ກໍແມ່ນຊັບສົມບັດອັນລ້ຳຄ່າເຊັ່ນກັນ. ສະຫຼຸບແລ້ວຈຶ່ງມາຈັດວາງທິດທາງນະ ໂຍບາຍ, ກໍຈະສາມາດເຮັດໃຫ້ແນວຄິດຂອງສະມາຊິກທົ່ວພັກ ເປັນເອກະພາບກັນໄດ້, ແລ້ວບັນລຸຄວາມສາມັກຄີອັນໃໝ່. ພື້ນຖານແບບນີ້ ແມ່ນໄວ້ໃຈໄດ້ທີ່ສຸດ.” ປີ 1981 ກອງປະຊຸມຄົບຄະນະຂອງຄະນະກຳມະການສູນກາງພັກຄັ້ງທີ 6 ສະໄໝທີ 11 ໄດ້ຮັບຮອງເອົາ “ມະຕິກ່ຽວກັບບາງບັນ ຫາປະຫວັດສາດຂອງພັກ ນັບແຕ່ການສະຖາປະນາປະເທດເປັນຕົ້ນມາ”, ໂດຍໄດ້ຫວນຄືນປະຫວັດ ສາດຂອງພັກ ກ່ອນການສ້າງຕັ້ງ ສປ ຈີນ, ໄດ້ສະຫຼຸບບົດຮຽນປະຫວັດສາດຂອງການປະຕິວັດ ແລະ ການກໍ່ສ້າງສັງຄົມນິຍົມ, ໄດ້ຕີລາຄາບາງເຫດການທີ່​ສຳ​ຄັນ ແລະ ບຸກຄົນທີ່ສຳຄັນ, ໂດຍສະເພາະແມ່ນ ໄດ້ຕີລາຄາຢ່າງຖືກຕ້ອງ ຕໍ່ສະຫາຍ ເໝົາເຈີຕຸ່ງ ແລະ ແນວຄິດເໝົາເຈີຕຸ່ງ, ເຊິ່ງໄດ້ຈຳແນກຄວາມຖືກຄວາມຜິດ, ໄດ້ແກ້ໄຂທັດສະນະອັນຜິດພາດຂອງຝ່າຍຊ້າຍ ແລະ ຝ່າຍຂວາ, ເຮັດໃຫ້ສະ ມາຊິກທົ່ວພັກມີແນວຄິດທີ່ເປັນເອກະພາບກັນ, ທັງໄດ້ເກີດມີຜົນສະທ້ອນອັນໃຫຍ່ຫຼວງ ຕໍ່ການຊຸກຍູ້ພັກໃຫ້ສາມັກຄີເປັນເອກະພາບກັນເບິ່ງໄປໜ້າ, ຊຸກຍູ້ການປະຕິຮູບ-ເປີດປະຕູສູ່ພາຍນອກ ແລະ ການ​ສ້າງສັງຄົມນິຍົມທັນສະໄໝໃຫ້ດີຍິ່ງຂຶ້ນ.
 

    ປັດຈຸບັນ ການຈັດວາງມະຕິປະຫວັດສາດສະບັບທຳອິດ ໄດ້ຜ່ານໄປ 76 ປີແລ້ວ, ການຈັດວາງມະຕິປະຫວັດສາດສະບັບທີສອງ ກໍໄດ້ຜ່ານໄປ 40 ປີແລ້ວ. ໃນຮອບ 40 ປີທີ່ຜ່ານມາ, ພາລະກິດຂອງພັກ ແລະ ປະເທດຊາດໄດ້ຂະຫຍາຍຕົວໄປໜ້າຢ່າງຫຼວງຫຼາຍ, ທິດສະດີ ແລະ ພຶດຕິກຳຂອງພັກ ກໍໄດ້ຂະຫຍາຍຕົວໄປໜ້າຢ່າງຫຼວງຫຼາຍເຊັ່ນກັນ. ເມື່ອຢືນຢູ່ຈຸດເລີ່ມຕົ້ນຄັ້ງໃໝ່ໃນປະຫວັດສາດ, ບໍ່ວ່າຈະຫວນຄືນອະດີດ, ຫຼືວ່າຈະຈ້ອງມອງອະນາຄົດ, ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຮອບ ດ້ານ ໂດຍສະເພາະແມ່ນຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການປະຕິຮູບ-ເປີດປະຕູສູ່ພາຍນອກເປັນເວລາ 40 ກວ່າປີນັ້ນ ທັງແມ່ນຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ທາງພາວະວິໄສ, ທັງມີເງື່ອນໄຂອັດຕະວິໄສນຳອີກ.
 

    ສູນກາງພັກເຫັນວ່າ, ໃນເວລາປະຫວັດສາດທີ່ສຳຄັນ ຄື ການສ້າງຕັ້ງພັກຄົບຮອບ 100 ປີ, ໃນເວລາອັນສຳຄັນຄັ້ງປະຫວັດສາດທີ່ພັກ ແລະ ປະຊາຊົນໄດ້ບັນລຸເປົ້າໝາຍສູ້ຊົນຄົບຮອບ 100 ປີເຫດ ການທີໜຶ່ງຢ່າງມີໄຊ ຄື: ໄດ້ສ້າງສັງຄົມທີ່ອີ່ມໜຳສຳລານໃຫ້ສຳເລັດຢ່າງຮອບດ້ານ ແລະ ພວມກ້າວໄປສູ່ເປົ້າໝາຍສູ້ຊົນຄົບຮອບຮ້ອຍປີເຫດການທີສອງ ຄື: ຈະສ້າງປະເທດສັງຄົມນິຍົມທັນສະໄໝເຂັ້ມ ແຂງໃຫ້ສຳເລັດຢ່າງຮອບດ້ານ, ການທີ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກ ໃນຮອບ 100 ປີຜ່ານມາ ຢ່າງຮອບດ້ານນັ້ນ ແມ່ນມີຄວາມໝາຍສະ ເພາະໜ້າອັນໃຫຍ່ຫຼວງ ແລະ ຄວາມໝາຍປະຫວັດສາດທີ່ເລິກເຊິ່ງຍາວໄກ ຕໍ່ການຊຸກຍູ້ສະມາຊິກທົ່ວພັກໃຫ້ມີແນວຄິດທີ່ເປັນເອກະພາບກັນ ເຈຕະນາລົມທີ່ເປັນເອກະພາບກັນ ແລະ ການເຄື່ອນໄຫວທີ່ເປັນເອກະພາບກັນຕື່ມອີກ, ທັງສາມັກຄີ ແລະ ນຳພາປະຊາຊົນບັນດາເຜົ່າທົ່ວປະເທດຍາດເອົາໄຊ ຊະນະອັນຍິ່ງໃຫຍ່ຄັ້ງໃໝ່ໃນການສ້າງສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່.

 

    ສູນກາງພັກເຫັນວ່າ, ຂະບວນການບຸກບືນສູ້ຊົນເປັນເວລາຮ້ອຍປີຂອງພັກພວກເຮົາ ມີຄວາມສະ ຫງ່າ​ຜ່າ​ເຜີຍ, ໃຊ້ເວລາຍາວນານ, ປົກຫຸ້ມຂອບເຂດກວ້າງຂວາງ, ທັງມີບັນຫາທີ່ຕ້ອງຄົ້ນຄວ້ານັ້ນຢ່າງຫຼວງຫຼາຍ. ເວົ້າລວມແລ້ວ, ຕ້ອງອີງຕາມຄວາມຮຽກຮ້ອງຕ້ອງການທີ່ສະຫຼຸບປະຫວັດສາດ ຄົ້ນ ຄວ້າໃຫ້ພົບກົດເກນ ສ້າງຄວາມໝັ້ນໃຈ ແລະ ກ້າວໄປສູ່ອະນາຄົດ, ສະຫຼຸບປະຫວັດສາດອັນສະຫງ່າ​ລາ​ສີຂອງພັກໃຫ້ດີ, ສະຫຼຸບຜົນງານອັນຍິ່ງໃຫຍ່ທີ່ພັກສາມັກຄີ ແລະ ນຳພາປະຊາຊົນໄດ້ຮັບນັ້ນໃຫ້  ດີ, ສະຫຼຸບບົດຮຽນອັນລ້ຳຄ່າຂອງພັກໃນການຊຸກຍູ້ການປະຕິວັດ ການ​ກໍ່ສ້າງ ແລະ ການປະຕິຮູບ, ແລະ ສະຫຼຸບທິດສະດີ ແລະ ພຶດຕິກຳທີ່ພາລະກິດຂອງພັກ ແລະ ປະເທດຊາດໄດ້ຮັບຄວາມຄືບໜ້າຢ່າງບໍ່ຢຸດຢັ້ງ ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ. ເວົ້າລະອຽດກໍຄື: ຕ້ອງລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ນຳພາປະຊາຊົນດຳເນີນການປະຕິວັດ ການກໍ່ສ້າງ ແລະ ການປະຕິຮູບ, ສະຫຼຸບຂະບວນການປະຫວັດສາດອັນຍິ່ງໃຫຍ່ທີ່ຈາກໄຊຊະນະກ້າວໄປສູ່ໄຊຊະນະອີກຄັ້ງໜຶ່ງຂອງພັກ ແລະ ສ້າງຄຸນງາມຄວາມດີຄັ້ງປະຫວັດສາດອັນຍິ່ງໃຫຍ່ເພື່ອປະເທດຊາດ ແລະ ປະຊາຊາດຢ່າງຮອບດ້ານ; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ຍຶດໝັ້ນເອົາຫຼັກມູນພື້ນຖານຂອງລັດທິມາກປະສົມປະສານສະພາບຄວາມເປັນຈິງຂອງຈີນ, ປະສົມປະສານກັບວັດທະນະທຳ​ອັນ​ເປັນ​ມູນ​ເຊື້ອທີ່ດີງາມຂອງປະຊາຊາດຈີນ ແລະ ຊຸກຍູ້ລັດທິມາກໃຫ້ຫັນເປັນແບບຈີນ, ລົງເລິກການເຂົ້າໃຈຕໍ່ທິດສະດີ​ແບບປະດິດສ້າງໃໝ່ຂອງພັກໃນຍຸກໃໝ່; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ປົກປັກຮັກສາຄວາມສາມັກຄີຂອງຕົນ, ປົກປັກຮັກສາສິດອຳນາດ ແລະ ການນຳພາຢ່າງໂຮມສູນເປັນເອ ກະພາບກັນຂອງສູນກາງພັກ, ລົງເລິກເຂົ້າໃຈການເພີ່ມທະວີການກໍ່ສ້າງດ້ານການເມືອງຂອງພັກ ທີ່ເປັນຈຸດພິເສດອັນພົ້ນເດັ່ນ ແລະ ທ່າແຮງດ້ານການເມືອງຂອງພັກການເມືອງລັດທິມາກ; ລົງເລິກຄົ້ນຄວ້າປະຫວັດສາດຮ້ອຍປີທີ່ພັກໄດ້ສະແຫວງຫາຄວາມສຸກໃຫ້ແກ່ປະຊາຊົນຈີນ ແລະ ສະແຫວງ ຫາການຟື້ນຟູຄວາມຈະເລີນຮຸ່ງເຮືອງຄືນໃໝ່ໃຫ້ແກ່ປະຊາຊາດຈີນ, ເຂົ້າໃຈຢ່າງເລິກເຊິ່ງຕໍ່ການພົວ ພັນແບບກາຍອິນຊີທີ່ພັກ ແລະ ປະຊາຊົນຮ່ວມເປັນຮ່ວມຕາຍຮ່ວມທຸກຮ່ວມສຸກ, ສະແຫວງຫາຄວາມ ສຸກໃຫ້ແກ່ປະຊາຊົນໃຫ້ດີກວ່າເກົ່າ ແລະ ອາໄສປະຊາຊົນສ້າງພາລະກິດອັນຍິ່ງໃຫຍ່​ໃນປະຫວັດສາດ; ລົງ​ເລິກ​ຄົ້ນ​ຄວ້າປະຫວັດສາດຮ້ອຍປີຂອງພັກໃນການເພີ່ມທະວີການກໍ່ສ້າງຕົນເອງ ແລະ ຊຸກຍູ້ການປະຕິວັດໂດຍຕົນເອງ, ເພີ່ມທະວີຄວາມເດັດດ່ຽວໜຽວແໜ້ນ ໃນການດຳເນີນການຄຸ້ມຄອງພັກຢ່າງເຂັ້ມງວດຮອບດ້ານຕະຫຼອດໄປ, ຮັບປະກັນໃຫ້ພັກເປັນແກນນຳທີ່ເຂັ້ມແຂງໃນຂະບວນການຍຶດໝັ້ນ ແລະ ພັດທະນາສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ ຢ່າງສະເໝີຕົ້ນສະເໝີປາຍ; ລົງເລິກຄົ້ນຄວ້າກົດເກນ ແລະ ທ່າຂະຫຍາຍໃຫຍ່ໃນການພັດທະນາປະຫວັດສາດ, ກຳແໜ້ນຄວາມເປັນເຈົ້າການຄັ້ງປະຫວັດສາດໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່ຢ່າງສະ​ເໝີຕົ້ນສະເໝີປາຍ, ເພີ່ມທະວີຄວາມອົງອາດກ້າຫານ ແລະ ພະລັງແຮງທີ່ແນໃສ່ເປົ້າໝາຍສູ້ຊົນທີ່ໄດ້ກຳ ນົດໄວ້ ແລະ ກ້າວໄປສູ່ອະນາຄົດດ້ວຍຈິດໃຈຫ້າວຫັນ.
 

    ສູນກາງພັກເຫັນວ່າ, ການສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມານັ້ນ ຕ້ອງຍຶດໝັ້ນວິທີ​ການຂອງວັດຖຸນິຍົມສັດຈະວິພາກ ແລະ ວັດຖຸນິຍົມປະຫວັດສາດ, ນຳໃຊ້ທັດສະນະທີ່ເປັນປະຫວັດສາດອັນລະອຽດ ພາວະວິໄສຮອບ ດ້ານ ແລະ ພົວພັນກັນທັງມີການພັດທະນານັ້ນ ມາຄົ້ນຄວ້າປະຫວັດສາດຂອງພັກ. ຕ້ອງຍຶດໝັ້ນທັດ ສະນະ ກ່ຽວກັບປະຫວັດສາດຂອງພັກຢ່າງຖືກຕ້ອງ ແລະ ຕ້ອງມີທັດສະນະປະຫວັດສາດໃນພາບ ໃຫຍ່, ເຂົ້າໃຈເສັ້ນທາງຫຼັກ ກະແສຫຼັກ ແລະ ທາດແທ້ໃນການພັດທະນາຂອງພັກໃນປະຫວັດສາດຢ່າງຖືກຕ້ອງ, ມີ​ທັດ​ສະ​ນະຢ່າງຖືກຕ້ອງຕໍ່ກັບຄວາມຜິດພາດ ແລະ ​ຄວາມ​ລະ​ອິ​ດ​ລະ​ອ້ຽວຂອງພັກທີ່ໄດ້ປະສົບບົນເສັ້ນທາງກ້າວໄປໜ້າ, ຖອດຖອນບົດຮຽນທາງບວກຈາກຄວາມສຳເລັດຜົນ, ຖອດຖອນບົດຮຽນທາງລົບຈາກຄວາມ​ຜິດ​ພາດ ທັງບຸກເບີກເສັ້ນທາງກ້າວໄປສູ່ໄຊຊະນະຢ່າງ​ຕໍ່​ເນື່ອງ. ຕ້ອງຊູຄັນທຸງອັນຄັກແນ່ໃນການຄັດຄ້ານລັດທິສູນຍະພາບປະຫວັດສາດ, ເພີ່ມທະວີການຊັກນຳດ້ານແນວຄິດ ແລະ ການວິໄຈໄຈ້ແຍກດ້ານທິດສະດີ, ໃຫ້ຄວາມກະຈ່າງແຈ້ງຕໍ່ກັບຄວາມເຂົ້າໃຈທີ່ບໍ່ແຈ້ງ ແລະ ບໍ່ຮອບດ້ານກ່ຽວກັບບາງບັນຫາອັນໃຫຍ່ຫຼວງໃນປະຫວັດສາດຂອງພັກ ເພື່ອເຂົ້າໃຈບັນຫາທາດແທ້ໃຫ້ດີກວ່າເກົ່າ.
 

    ກ່ຽວກັບການຮ່າງມະຕິຂອງກອງປະຊຸມຄົບຄະນະຄັ້ງນີ້, ສູນກາງພັກໄດ້ມີຂໍ້ຮຽກຮ້ອງຢ່າງແຈ່ມແຈ້ງວ່າ ຕ້ອງເນັ້ນໜັກຫຼາຍຂໍ້ດັ່ງນີ້ໃຫ້ດີ ຄື:

 

    ຂໍ້ທີໜຶ່ງ, ສຸມໃສ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ. ພັກພວກເຮົາໄດ້ຈັດວາງມະຕິສອງສະບັບໃນປະຫວັດສາດຕາມລຳດັບ ເຊິ່ງໄດ້ແກ້ໄຂບັນຫາຄວາມຖືກຄວາມຜິດທີ່ສຳຄັນໃນປະຫວັດສາດຂອງພັກ ນັບແຕ່ການສ້າງຕັ້ງພັກ ຈົນຮອດໄລຍະຕົ້ນຂອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກໂດຍພື້ນຖານ, ​ຈົນມາຮອດປັດຈຸບັນ, ຄຳບັນຍາຍ ແລະ ຂໍ້ສະຫຼຸບພື້ນຖານຂອງມະຕິສອງສະບັບດັ່ງກ່າວ ຍັງ ເໝາະ​ສົມຄືເກົ່າ. ນັບແຕ່ດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກເປັນຕົ້ນມາ, ເຖິງວ່າໃນການປະຕິບັດງານຂອງພັກ ກໍເຄີຍປາກົດມີບັນຫາຈຳນວນໜຶ່ງກໍຕາມ, ແຕ່ໂດຍລວມແລ້ວ ພາລະກິດຂອງພັກ ແລະ ປະເທດຊາດ ໄດ້ຮັບການພັດທະນາຢ່າງເດີນແມ່ນແລ່ນສະດວກ, ທິດທາງກ້າວໄປ  ໜ້າແມ່ນຖືກຕ້ອງ, ທັງໄດ້ຮັບຜົນງານທີ່ປະຈັກຕາຊາວໂລກ. ບົນພື້ນຖານດັ່ງກ່າວ, ມະຕິຂອງກອງປະຊຸມຄົບຄະນະຄັ້ງນີ້ ຕ້ອງສຸມໃສ່ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບຮ້ອຍປີຜ່ານມາ ເພື່ອຊຸກຍູ້ສະມາຊິກທົ່ວພັກໃຫ້ເພີ່ມສະຕິປັນ ຍາ ເພີ່ມຄວາມສາມັກຄີ ເພີ່ມຄວາມໝັ້ນໃຈ ແລະ ເພີ່ມ​ນ້ຳໃຈສູ້ຊົນ.

 

    ຂໍ້ທີສອງ, ເຮັດໃຫ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ເປັນຈຸດໜັກນັ້ນພົ້ນເດັ່ນຂຶ້ນ. ການທີ່ມະຕິຂອງກອງປະຊຸມຄົບຄະນະຄັ້ງນີ້ ຈະເຈາະຈົງສະຫຼຸບຜົນງານຄັ້ງປະຫວັດສາດທີ່ໄດ້ຮັບ ການປ່ຽນແປງຄັ້ງປະຫວັດສາດທີ່ໄດ້ເກີດຂຶ້ນ ແລະ ບົດຮຽນໃໝ່ໆທີ່ໄດ້ສະສົມຈາກພາລະກິດຂອງພັກ ແລະ ປະເທດຊາດໃນຍຸກໃໝ່ນັ້ນ ຕົ້ນຕໍແມ່ນຍ້ອນພິຈາລະນາວ່າ ກ່ຽວກັບປະຫວັດສາດຂອງພັກໃນໄລຍະປະຕິວັດປະຊາທິປະໄຕໃໝ່, ໄລຍະການປະຕິວັດ ແລະ ການສ້າງສາສັງຄົມນິຍົມ ພ້ອມດ້ວຍໄລຍະນັບແຕ່ກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 3 ສະໄໝທີ 11 ຈົນຮອດກອງປະຊຸມຄົບຄະນະຂອງສູນກາງພັກຄັ້ງທີ 6 ສະໄໝທີ 11, ມະຕິໃນປະຫວັດສາດສອງສະບັບກ່ອນ ໄດ້ມີການສະຫຼຸບຢ່າງເປັນລະບົບແລ້ວ; ກ່ຽວກັບຜົນງານ ແລະ ບົດຮຽນໃນໄລຍະໃໝ່ແຫ່ງການປະຕິຮູບ ເປີດປະຕູສູ່ພາຍນອກ ແລະ ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ​, ສູນກາງພັກກໍໄດ້ດຳ ເນີນການສະຫຼຸບຢ່າງຕັ້ງໃຈ ໃນເວລາການໄຂກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 3 ສະໄໝທີ 11 ຄົບຮອບ 20 ປີ ແລະ ຄົບຮອບ 30 ປີ, ນອກນີ້ ໃນເວລາກ່າວຄຳປາໄສໃນພິທີສະຫຼອງການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຄົບຮອບ 40 ປີ, ຂ້າພະເຈົ້າກໍໄດ້ດຳເນີນການສະຫຼຸບຢ່າງເປັນລະບົບ.​ ດັ່ງນັ້ນ, ສຳລັບໄລຍະປະຫວັດສາດກ່ອນກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກ, ມະຕິຂອງກອງປະຊຸມຄົບຄະນະຄັ້ງນີ້ ຕ້ອງໄດ້ສັງເຂບບົນພື້ນຖານການສະຫຼຸບ ແລະ ຂໍ້ສະຫຼຸບທີ່ມີຢູ່ແລ້ວ. ການທີ່ເຮັດໃຫ້ສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກໃໝ່ທີ່ເປັນຈຸດໜັກນັ້ນພົ້ນເດັ່ນຂຶ້ນ ມີຜົນດີຕໍ່ການຊັກນຳທົ່ວພັກ ໃຫ້ມີຄວາມໝັ້ນໃຈອັນເດັດດ່ຽວຕື່ມອີກ, ສຸມໃສ່ວຽກງານທີ່ພວກເຮົາກຳລັງປະຕິບັດ ເພື່ອກ້າວໄປສູ່ຂະບວນການໃໝ່ ແລະ ສ້າງຄຸນງາມຄວາມດີໃນຍຸກໃໝ່ດ້ວຍຈິດໃຈທີ່ຫ້າວຫັນກວ່າເກົ່າ.
 

    ຂໍ້ທີສາມ, ການຕີລາຄາຕໍ່ເຫດການສຳຄັນ, ກອງປະຊຸມສຳຄັນ ແລະ ບຸກຄົນສຳຄັນນັ້ນ ຕ້ອງເອົາໃຈໃສ່ການເຊື່ອມຕໍ່ກັບຂໍ້ສະຫຼຸບທີ່ມີຢູ່ແລ້ວຂອງສູນກາງພັກ. ກ່ຽວກັບເຫດການສຳຄັນ ກອງປະ ຊຸມສຳຄັນ ແລະ ບຸກຄົນສຳຄັນໃນປະຫວັດສາດກ່ອນກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກ, ມະຕິໃນປະຫວັດສາດສອງສະບັບກ່ອນ ແລະ ເອກະສານທີ່ສຳຄັນອື່ນໆຂອງພັກ ລ້ວນແຕ່ໄດ້ບັນລະຍາຍຢ່າງຫຼວງຫຼາຍແລ້ວ ທັງໄດ້ມີຂໍ້ສະຫຼຸບຢ່າງເຄັ່ງຂຶມ. ມະຕິຂອງກອງປະຊຸມຄົບຄະນະຄັ້ງນີ້ ຈະຍຶດໝັ້ນຄຳບັນຍາຍ ແລະ ຂໍ້ສະຫຼຸບອັນພື້ນຖານເຫຼົ່ານີ້. ນັບແຕ່ກອງປະຊຸມໃຫຍ່ຄັ້ງທີ 18 ຂອງພັກເປັນຕົ້ນມາ, ໃນພິທີທີ່ສຳຄັນຕ່າງໆ ເຊັ່ນ: ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບ ຮອບ 95 ປີິ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປົດປ່ອຍປະຊາຊົນຈີນຄົບຮອບ 90 ປີ, ພິທີສະເຫຼີມສະຫຼອງວັນສ້າງຕັ້ງປະເທດສາທາລະນະລັດປະຊາຊົນຈີນຄົບຮອບ 70 ປີ ໂດຍສະເພາະແມ່ນ ພິທີສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຈີນຄົບຮອບ 100 ປີ, ຂ້າພະເຈົ້າລ້ວນແຕ່ໄດ້ບັນລະຍາຍ ແລະ ມີຂໍ້ສະຫຼຸບ​ກ່ຽວ​ກັບປະຫວັດສາດຂອງພັກ ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມເຂົ້າໃຈ ໃໝ່ຂອງສູນກາງພັກທີ່ມີຕໍ່ການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ. ມະ​ຕິ​ຂອງກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້ ຕ້ອງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຮັບ​ຮູ້​ໃໝ່​ເຫຼົ່າ​ນີ້.

 

  1. ຂະບວນການຮ່າງມະຕິ
     

    ເດືອນມີນາປີນີ້, ກົມການເມືອງສູນກາງພັກໄດ້ຕົກລົງວ່າ, ກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 19 ຈະເຈາະຈົງຄົ້ນຄວ້າບັນຫາຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຮອບດ້ານ, ໂດຍໄດ້ສ້າງຕັ້ງໜ່ວຍງານຮ່າງມະຕິຕົກລົງ, ໃຫ້ຂ້າພະເຈົ້າເປັນຫົວໜ້າໜ່ວຍງານ, ສະຫາຍ ວາງຮູ້ນິງ ແລະ ສະຫາຍ ຈ້າວເລີ້ຈີ້ ເປັນຮອງຫົວໜ້າ, ສະຫາຍຜູ້ນຳທີ່ກ່ຽວຂ້ອງຂອງພັກ ແລະ ລັດທ່ານ​ອື່ນໆ ພ້ອມດ້ວຍຜູ້ຮັບ ຜິດຊອບພາກສ່ວນສູນກາງ ແລະ ທ້ອງຖິ່ນໄດ້ເຂົ້າຮ່ວມວຽກງານຮ່າງມະຕິຕົກລົງ ພາຍໃຕ້ການນຳພາຂອງຄະນະກຳມະການປະຈຳກົມການເມືອງສູນກາງພັກ.
 

    ວັນທີ 1 ເມສາ, ສູນກາງພັກໄດ້ອອກ “ແຈ້ງການກ່ຽວກັບການຂໍຄວາມເຫັນຕໍ່ບັນຫາທີ່ກອງປະ ຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 19 ຈະເຈາະຈົງຄົ້ນຄວ້າ ແລະ ສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຂອງພັກຢ່າງຮອບດ້ານ” ເພື່ອຂໍຄວາມເຫັນໃນຂອບເຂດໃດໜຶ່ງຢູ່ພາຍໃນ ແລະ ນອກພັກ.
 

    ເມື່ອເບິ່ງຄວາມເຫັນທີ່ສົ່ງມາໃຫ້ແລ້ວເຫັນວ່າ, ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍມີຄວາມເຫັນເປັນເອກະພາບກັນວ່າ, ການທີ່ສູນກາງພັກຕົກລົງໄຂກອງປະຊຸມຄົບຄະນະສູນກາງພັກຄັ້ງທີ 6 ສະໄໝທີ 19 ເພື່ອສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາຢ່າງຮອບດ້ານນັ້ນ ​ເປັນການຕົກລົງທີ່ມີລັກສະນະປະ ຫວັດສາດ ແລະ ຍຸດທະສາດທີ່ເຄັ່ງຂຶມ, ເປັນການສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງເຈດຕະນາລົມອັນເຂັ້ມແຂງ ແລະ ຄວາມຕັດສິນໃຈອັນເດັດດ່ຽວຂອງພັກໃນການ​ຈື່ຈຳອຸດົມການແຕ່ຫົວທີ ແລະພາ ລະກຳ ທັງຮັກສາຄວາມມີຊີວິດຊີວາ ແລະ ພະລັງຊີວິດຕະຫຼອດໄປ, ເປັນການສະແດງໃຫ້ເຫັນຢ່າງເຕັມສ່ວນວ່າ ພັກໄດ້​ເຂົ້າ​ໃຈກົດເກນການພັດທະນາປະຫວັດສາດຢ່າງເລິກເຊິ່ງ, ໄດ້ກຳແໜ້ນຄວາມເປັນເຈົ້າການທາງປະຫວັດສາດ ທັງມີການແບກຫາບພາລະກຳໃນການພັດທະນາພາລະກິດຂອງພັກ ແລະ ປະເທດຊາດຢ່າງສະເໝີຕົ້ນສະເໝີປາຍ, ເປັນການສະແດງໃຫ້ເຫັນຢ່າງເຕັມສ່ວນເຖິງການເບິ່ງກວ້າງມອງໄກ ແລະ ການພິຈາລະນາໃນໄລຍະຍາວຂອງພັກທີ່ເລີ່ມຈາກສະພາບໃນປັດຈຸບັນ ເລັງສາຍຕາໃສ່ອະນາຄົດ ເອົາໃຈໃສ່ການສະຫຼຸບ ແລະ ນຳໃຊ້ບົດຮຽນປະຫວັດສາດ. ໄດ້ເປັນເອກະສັນກັນເຫັນດີໃຫ້ກອງປະຊຸມຄົບຄະນະຄັ້ງນີ້ ເຈາະຈົງສະຫຼຸບຜົນງານອັນໃຫຍ່ຫຼວງ ແລະ ບົດຮຽນປະ ຫວັດສາດຈາກການບຸກບືນສູ້ຊົນຂອງພັກໃນຮອບ 100 ປີຜ່ານມາ, ທັງໄດ້ປະກອບຄຳເຫັນ ແລະ ສະ ເໜີຂໍ້ສະເໜີທີ່ດີຢ່າງຫຼວງຫຼາຍ ກ່ຽວກັບບັນຫາອັນໃຫຍ່ຫຼວງທີ່ມະຕິຕ້ອງໄດ້ຄົ້ນຄວ້າແກ້ໄຂ.
 

    ບັນດາທ້ອງຖິ່ນ ບັນດາພາກສ່ວນ ແລະ ບັນດາຝ່າຍມີຄວາມເຫັນໂດຍທົ່ວໄປວ່າ, ໃນຮອບຮ້ອຍປີຜ່ານມາ, ພັກໄດ້ສາມັກຄີ ແລະ ນຳພາປະຊາຊົນດຳເນີນການບຸກບືນສູ້ຊົນຢ່າງຕໍ່ເນື່ອງໃນ​ແຕ່​ລະ​ໄລ​ຍະປະຫວັດສາດຄື: ການປະຕິວັດ, ການກໍ່ສ້າງ ແລະ ການປະຕິຮູບ, ໂດຍໄດ້ສ້າງສິ່ງມະຫັດສະຈັນໃນປະຫວັດການພັດທະນາຂອງປະຊາຊາດຈີນ ປະຫວັດການພັດທະນາສັງຄົມນິຍົມຂອງໂລກ ແລະ ປະຫວັດການພັດທະນາສັງຄົມມະນຸດ, ໄດ້ປ່ຽນແປງ​ປະຫວັດສາດຂອງປະຊາຊາດຈີນ ນັບແຕ່ປີ 1840 ເປັນຕົ້ນມາຢ່າງເຖິງຖອງ, ເປັນການຂຽນປະຫວັດສາດໜ້າ​ໃໝ່ທີ່ສະຫງ່າງາມ ກ່ຽວກັບການພັດທະນາສັງຄົມນິຍົມໃນໂລກຢ່າງມີຊີວິດຊີວາ, ໄດ້ສ້າງສະພາບການໃໝ່ຂອງລັດທິມາກຢ່າງສຳເລັດຜົນ, ໄດ້ສ້າງຄຸນງາມຄວາມດີທີ່ບໍ່ມີວັນ​ເສົ້າ​ໝອງ ເພື່ອບັນລຸການຟື້ນຟູ​ຄວາມ​ຈ​ະ​ເລີນ​ຮຸ່ງ​ເຮືອງ​ທີ່ຍິ່ງໃຫຍ່ຂອງປະຊາຊາດຈີນ, ແລະໄດ້ປະກອບສ່ວນອັນໃຫຍ່ຫຼວງເພື່ອຊຸກຍູ້ຄວາມກ້າວໜ້າຂອງມວນມະນຸດ. ໃນຂະບວນການອັນຍິ່ງໃຫຍ່ດັ່ງກ່າວນີ້, ພັກ ແລະ ປະຊາຊົນ ໄດ້ສະສົມບົດຮຽນອັນລ້ຳຄ່າຢ່າງຫຼວງຫຼາຍທີ່ສຸດ, ທັງ​ໝົດ​ເຫຼົ່​າ​ນີ້​ລ້ວນ​ແຕ່​ເປັນຕາ​ສະຫຼຸບ​ຢ່າງ​ເປັນ​ລະ​ບົບ. ບັນ​ດາ​ທ້ອງ​ຖິ່ນ ບັນ​ດາ​ພາກ​ສ່ວນ ແລະ​ ບັນ​ດາ​ຝ່າຍ​ມີ​ຄຳສະ​ເໜີ​ໃຫ້ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ຢູ່​ບົນ​ພື້ນ​ຖານ​ທີ່​ສະຫຼຸບ​ຜົນງານ​ອັນ​ໃຫຍ່ຫຼວງ ​ແລະ ​ບົດ​ຮຽນ​ປະ​ຫວັດ​ສາດຈາກ​ການບຸກ​ບືນ​ສູ້​ຊົນຂອງ​ພັກ​ໃນ​ຮອບ100 ປີຜ່ານ​ມາ​ຢ່າງ​ຮອບ​ດ້ານ​ນັ້ນ, ເຈາະ​ຈົງ​ສະຫຼຸບ​ຜົນງານ​ລັກ​ສະ​ນະ​ປະ​ຫວັດ​ສາດ ການ​ປ່ຽນ​ແປງ​ລັກ​ສະ​ນະ​ປະ​ຫວັດ​ສາດ ​ແລະ ​ບົດ​ຮຽ​ນ​ໃໝ່​ໃນ​ພາ​ລະ​ກິດ​ຂອງ​ພັກ​ ແລະ ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່.
 

    ອີງ​ຕາມ​ແຜນ​ການ​ຂອງ​ສູນ​ກາງ​ພັກ, ໜ່ວຍ​ງານ​ຮ່າງ​ມະ​ຕິ ໄດ້​ຕັ້ງ​ໃຈ​ເຊື່ອມ​ຊຶມ​ເອ​ກະ​ສານ​ປະ​ຫວັດ​ສາດ​ອັນ​ສຳ​ຄັນ​ຂອງ​ພັກ, ຮັບ​ເອົາ​ຄວາມ​ຄິດ​ເຫັນ​ ແລະ ​ຂໍ້​ສະ​ເໜີ​ຂອງ​ບັນ​ດາ​ທ້ອ​ງ​ຖິ່ນ ບັນ​ດາພາກ​ສ່ວນ ​ແລະ​ບັນ​ດາ​ຝ່າຍ​ຢ່າງ​ເຕັມ​ສ່ວນ, ລົງ​ເລິກ​ຄົ້ນ​ຄວ້າ​ບັນ​ຫາ​ສຳ​ຄັນ ທັງເອົາ​ໃຈ​ໃສ່​​ດຳ​ເນີນ ວຽກ​ງານ​​ການຮ່າ​ງ​ມະ​ຕິ.

 

    ວັນ​ທີ 6 ກັນ​ຍາ, ອີງ​ຕາມ​ຂໍ້​ຕົກ​ລົງ​ຂອງກອງ​ປະ​ຊຸມ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ​ໄດ້ແຈກ​ຢາຍ​ມະ​ຕິ​ສະ​ບັບ​ຂໍ​ຄວາມ​ເຫັນ​ໄປ​​ໃຫ້​ຂອບ​ເຂດ​ໃດ​ໜຶ່ງ​ພາຍ​ໃນ​ພັກ​ເພື່ອ​ຂໍ​ຄວາມ​ເຫັນ ເຊິ່ງ​ລວມ​ທັງ​ການ​ຂໍ​ຄວາມ​ເຫັນ​ຂອງ​ສະ​ຫາຍ​ອາ​ວຸ​ໂສ​ຈຳ​ນວນ​ໜຶ່ງ​ພາຍ​ໃນ​ພັກ, ຍັງ​ໄດ້​ຮັບ​ຟັງ​ຄວາມ​ຄິດ​ເຫັນ​ຂອງ​ສູນ​ກາງ​ພັກ​ຝ່າຍ​ປະ​ຊາ​ທິ​ປະ​ໄຕຕ່າງໆ, ຜູ້​ຮັບ​ຜິດ​ຊອບ​ສະ​ຫະ​ພັນ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ແຫ່ງ​ຊາດ​ ແລະ ​ຜູ້​ຕາງ​ໜ້າ​ບຸກ​ຄົນ​ທີ່​ບໍ່​ສັງ​ກັດພັກ​ຝ່າຍ​ໃດ.

 

    ເມື່ອເບິ່ງຄວາມເຫັນທີ່ສົ່ງມາໃຫ້ແລ້ວເຫັນວ່າ, ບັນ​ດາ​ທ້ອງ​ຖິ່ນ ບັນ​ດາ​ພາກ​ສ່ວນ ແລະ​ ບັນ​ດາ​ຝ່າຍ ​ໄດ້​ໃຫ້​ການ​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ​ຕໍ່​ມະ​ຕິ​ສະ​ບັບ​​ຂໍ​ຄວາມ​ເຫັນ ໂດຍ​ເປັນ​ເອ​ກະ​ພາບ​ກັນ​ເຫັນ​ດີ​ນຳ​ໂຄ​ງ​​ຮ່າງ​ ແລະ ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​​ມະ​ຕິ​ສະ​ບັບ​​ຂໍ​ຄວາມ​ເຫັນ. ຍັງ​ເປັນ​ເອ​ກະ​ພາບກັນ​ເຫັນ​ວ່າ: ຈຸດ​ພິ​ເສດ​ອັນ​ພົ້ນ​ເດັ່ນ​ທີ່​ສຸດ​ຂອງມະ​ຕິສະ​ບັບ​​ຂໍ​ຄວາມ​ເຫັນ​ຄື ສະ​ແຫວງ​ຫາ​ສັດ​ຈະ​ທຳ​ຈາກ​ຄວາມ​ເປັນ​ຈິງ ເຄົາ​ລົບ​ປະ​ຫວັດ​ສາດ ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ອຸ​ດົມ​ການ​ແຕ່​ຫົວ​ທີ​ ແລະ ​ພາ​ລະ​ກຳ​ແຫ່ງ​ການ​ສູ້​ຊົນ100 ປີ​ຂອງ​ພັກ, ສອດ​ຄ່ອງ​ກັບສະ​ພາບຄວາມ​ເປັນ​ຈິງໃນ​ປະ​ຫວັດ​ສາດ; ​ມະ​ຕິສະ​ບັບ​​ຂໍ​ຄວາມ​ເຫັນ​ໄດ້​ບັນ​ຍາຍ ​ແລະ ​ຕີ​ລາ​ຄາ​ຕໍ່​ເຫດ​ການ​ສຳ​ຄັນ ກອງ​ປະ​ຊຸມ​ສຳ​ຄັນ ແລະ ​ບຸກ​ຄົນ​ສຳ​ຄັນ ໂດຍ​ເຊື່ອມ​ຕໍ່​ກັບ​ຄຳ​ບັນ​ຍາຍ ແລະ ​ຂໍ້​ສະຫຼຸບ​ທີ່​ມີ​ຢູ່​ແລ້ວ​​ໃນ​ເອ​ກະ​ສານ​ປະ​ຫວັດ​ສາດ​ຂອງ​ພັກ, ເຊິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄ​ວາມ​ຮັບ​ຮູ້​ໃໝ່​ຂອງ​ສູນ​ກາງ​ພັກ ​ກ່ຽວ​ກັບ​ປະ​ຫວັດ​ສາດ​ຂອງ​ພັກ​ ນັບ​ຕັ້ງ​ແຕ່ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ​ຂອງ​ພັກເປັນ​ຕົ້ນ​ມາ. “ຄວາ​ມ​ໝາຍ​ປະ​ຫວັດ​ສາດ​ແຫ່ງ​ການ​ສູ້​ຊົນ 100 ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ” ເຊິ່ງມະ​ຕິສະ​ບັບ​​ຂໍ​ຄວາມ​ເຫັນໄດ້​ສະຫຼຸບສັງ​ເຂບ​ນັ້ນ ​ໄດ້​ສ່ອງ​ແສງໃຫ້​ເຫັນ​ເຖິງ​ການ​ປະ​ກອບ​ສ່ວນ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ພັກ​ ທີ່​ມີ​ຕໍ່​ປະ​ເທດ​ຈີນ ​ກໍ​ຄື​ມວນ​ມະ​ນຸດ​ຢ່າງ​ຮອບ​ດ້ານ ເລິກ​ເຊິ່ງ​ ແລະ ​ເປັນ​ລະ​ບົບ; “ບົດ​ຮຽນ​ປະ​ຫວັດ​ສາດ​ແຫ່ງ​ການ​ສູ້​ຊົນ100 ປີ​ຂອງ​ພັກ​ກອມ​ມູ​ນິດ​ຈີນ” ທີ່ໄດ້​ສະຫຼຸບ​ສັງ​ເຂບນັ້ນ​ໄດ້​ກວມ​ເຖິງອະ​ດີດ ປັດ​ຈຸ​ບັນ ​ແລະ ​ອະ​ນາ​ຄົດ, ​ມີ​ຄວ​າມ​ໝາຍ​ສຳຄັນ​ທາງ​ປະ​ຫວັດ​ສາດ​ ແລະ ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຊີ້​ນຳ​ວ​ຽກ​ງານ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ.

 

    ບັນ​ດາທ້ອງ​ຖິ່ນ ບັນ​ດາພາກ​ສ່ວນ ​ແລະ ​ບັນ​ດາ​ຝ່າຍ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ: ມະ​ຕິ​ສະ​ບັບ​​ຂໍ​ຄວາມ​ເຫັນ​ ເປັນ​ຄຳ​ຖະ​ແຫຼງ​ທາງ​ການ​ເມືອງ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ​ຍຸກ​ໃໝ່ ​ທີ່​ຈະ​ຈື່​ຈຳ​ອຸ​ດ​ດົມ​ການ​ແຕ່​ຫົວ​ທີ​ແລະ​ພາ​ລະ​ກຳ​ຢ່າງ​ໜັກ​ແໜ້ນ, ຍຶດ​ໝັ້ນ ​ແລະ ​ພັດ​ທະ​ນາ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ເປັນ​ທິດ​ຊີ້​ນຳ​ການ​ດຳ​ເນີນ​ງານ​ທີ່​ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ ບຸກ​ເບີກ​ອະ​ນາ​ຄີດ ແລະ ບັນ​ລຸ​ເປົ້າ​ໝາຍກ​ານ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​​​ປະ​ຊາຊາດ​ຈີນ, ເຊິ່ງ​ເປັນ​ການ​ສືບ​ທອດ​ຈາກ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ມະ​ຕິຄັ້ງ​ປະ​ຫວັດ​ສາດ​ສອງ​ສະ​ບັບ​ກ່ອນ​ຂອງ​​ພັກ ທັງ​​ມີ​ເນື້ອ​ໃນ​ຈິດ​ໃຈ​ທີ່ກ້າວ​​ໄປ​ໜ້າ​ພ້ອມ​ກັບ​ຍຸກ​ສະ​ໄໝ, ຍ່ອມ​ຈະ​​ເຊີດ​ຊູ​ກຳ​ລັງ​ໃຈ​ໃຫ້​ທົ່ວ​ພັກ​ຍາດ​ເອົາ​ກຽດ​​ສະ​ຫງ່າ​ທີ່​ຍິ່ງ​ໃຫຍ່ກວ່າ​ເກົ່າ​ບົນ​ຂະ​ບວນ​ການ​ເດີນ​ທາງ​ຄັ້ງ​ໃໝ່​ໃນ​ຍຸກ​ໃໝ່.

 

    ໃນ​ຂະ​ບວນ​ການ​ຂໍ​ຄວາມ​ເຫັນ, ບັນ​ດາ​ທ້ອ​ງ​ຖິ່ນ ບັນ​ດາ​​ພາກ​ສ່ວນ ແລະ​ ບັນ​ດາ​ຝ່າຍ​ໄດ້​ສະ​ເໜີ​ຄຳ​ຄິດ​ເຫັນ​ ແລະ​ ຂໍ້​ສະ​ເໜີ​ທີ່​ດີ​ຈຳ​ນວນຫຼາຍ. ໜ່ວຍ​ງານ​ຮ່າງ​ມະ​ຕິ​ ​ໄດ້​ວິ​ເຄາະ​ຄຳ​ຄິດ​ເຫັນ​ ແລະ​ ຂໍ້​ສະ​ເໜີ​ເຫຼົ່າ​ນີ້​ແຕ່​ລະ​ຂໍ້, ແລ້ວ​ຮັບ​ເອົາ​ໃຫ້ຫຼາຍ​ເທົ່າ​ທີ່​ຈະຫຼາຍ​ໄດ້. ຜ່ານ​ການ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາຫຼາຍ​ລົບຫຼາຍ​ຕ່າວ, ໄດ້​ປັບ​ປຸງ​ເນື້ອ​ໃນເຖິງ 547 ບ່ອນ, ເຊິ່ງ​ໄດ້​ສ່ອງ​ແສງ​ຢ່າງ​ເຕັມ​ສ່ວນ​ເຖິງ​ຄວາມ​ເຫັນ​ ແລະ​ ຂໍ້​ສະ​ເໜີ​ຂອງ​ບັນ​ດາທ້ອງ​ຖິ່ນ ບັນ​ດາພາກ​ສ່ວນ ​ແລະ ​ບັນ​ດາ​ຝ່າຍ.

 

    ໃນ​ຂະ​ບວນ​ການ​ຮ່າງ​ມະ​ຕິສະ​ບັບ​ນີ້, ຄະ​ນະ​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາ​ງ​ພັກ​ໄດ້​ຈັດ​ກອງ​ປະ​ຊຸມ​ 3 ​ເທື່ອ, ກົມ​ການ​ເມືອງ​ສູນ​ກາງ​ພັກ​ໄດ້​ຈັດ​ກອງ​ປະ​ຊຸມ ​2​ ເທື່ອ​ເພື່ອ​ຄົ້ນ​ຄວ້າພິ​ຈາ​ລະ​ນາ​, ແລ້ວກ​າຍ​ເປັນ​ມະ​ຕິ​ທີ່​ໄດ້​ຍື່ນ​ໃຫ້​ກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້ ​ເພື່ອ​ນຳ​ໄປ​ຄົ້ນ​ຄວ້າ​ພິ​ຈາ​ລະ​ນາ.

 

    ສາມ, ໂຄງ​ຮ່າງ​ພື້ນ​ຖານ ​ແລະ​ ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ມະ​ຕິ

 

    ​ນອກ​ຈາກ​ຄຳ​ນຳ​ ແລະ​ ຄຳ​ມ້ວນ​ທ້າຍແລ້ວ ມະ​ຕິສະ​ບັບ​ນີ້ລວມ​ທັງ​ໝົດ​ໄດ້​​ແບ່ງ​ອອກ​ເປັນ 7 ພາກ.

 

    ພາກ​ທີໜຶ່ງ: “ຍາດ​ເອົາ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະ​ຕິ​ວັດປ​ະ​ຊາ​ທິ​ປະ​ໄຕ​ໃໝ່”. ໄດ້​ຊີ້​ແຈງ​ຢ່າງ​ຈະ​ແຈ້ງກ່​ຽວ​ກັບ​ໜ້າ​ທີ່​ຕົ້ນ​ຕໍ​​ຂອງ​ພັກໃນ​ໄລ​ຍະ​ນີ້​, ຄື: ຕໍ່​ຕ້ານຈັກ​ກະ​ພັດນິ​ຍົມ, ລັດ​ທິ​ສັກດີ​ນາ ​ແລະ ​ລັດ​ທິ​ທຶນ​ນິ​ຍົມ​ອາ​ຍາ​ສິດ,​ ຍາດ​ເອົາຄວາມ​ເປັນ​ເອ​ກະ​ລາດ​ແຫ່ງ​ຊາດ ​ແລະ ​ການ​ປົດ​ປ່ອຍ​ປະ​ຊາ​ຊົນ, ​ສ້າງ​ເງື່ອນ​ໄຂ​ພື້ນ​ຖານ​ທາງ​ສັງ​ຄົມ​ໃຫ້​ແກ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ​ວິ​ໄຈ​ສະ​ພາບ​ປະ​ຫວັດ​ສາດ​ແຫ່ງການ​ກຳ​ເນີດ​ຂອງ​ພັກ, ສະຫຼຸບ​ຂະ​ບວນ​ວິ​ວັດປະ​ຫວັ​ດ ສາດ​​ທີ່​ພັກ​ນຳ​ພາ​ປະ​ຊ​າ​ຊົນ​​ດຳ​ເນີນ​ການ​ຕໍ່​ສູ້​ປະ​ຕິ​ວັດ​ໃນ​ໄລ​ຍະ​ເບື້ອງ​ຕົ້ນ​ຂອງ​ການ​ສ້າງ​ຕັ້ງ​ພັກ ໄລ​ຍະ ສົງ​ຄາມກາງ​ເມືອງຄັ້ງ​ທີ​ໜຶ່ງ ໄລ​ຍະສົງ​ຄາມ​ປະ​ຕິ​ວັດ​ທີ່​ດິນ ໄລ​ຍະສົງ​ຄາມ​ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຍີ່​ປຸ່ນ ແລະ ໄລ​ຍະສົງ​ຄາມ​ປົດ​ປ່ອຍຊາດ ພ້ອມ​ດ້ວຍຜົນ​ງານ​ອັນ​ຍິ່ງ​ໃຫຍ່​​ທີ່​ສ້າງ​ຂຶ້ນ​ໃນ​ໄລ​ຍະ​ດັ່ງ​ກ່າວ ກໍ​ຄື​ຜົນ​​ງານອັນ​ສຳ​ຄັນ​ໃນ​ການ​ສ້າງ​ຕັ້ງ​ແນວ​ຄິດ​ເໝົາ​ເຈີ​ຕຸ່ງ, ​ຈັດ​ຕັ້ງປະ​ຕິ​ບັດ​ ແລະ ​ຊຸກ​ຍູ້​ໂຄງ​ການ​ຍິ່ງ​ໃຫຍ່​ແຫ່ງ​ການ​ກໍ່​ສ້າງພັກ. ເນັ້ນ​ໜັກເຖິງ​ການ​ສະ​ຖາ​ປະ​ນາ​ປະ​ເທດ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ, ບັນ​ລຸ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ຊາດ ແລະ ການ​ປົດ​ປ່ອຍ​ປະ​ຊາ​ຊົນ, ບັນ​ລຸ​ການ​ກ້າວ​ກະ​ໂດດ​ຂັ້ນ​ຄັ້ງ​ຍິ່ງ​ໃຫຍ່​ຂອ​ງ​ຈີນ ຈາກ​​ອຳ​ນາດ​ການ​ປົກ​ຄອງ​ແບບຜະ​ເດັດ​ການ​ສັກ​ດີ​ນາ​ທີ່​ມີ​ມາ​ເປັນ​ເວ​ລາຫຼາຍ​ພັນ​ປີ​ສູ່​ປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ; ​ດ້ວຍ​ການ​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ ແລະ ເດັດ​ດ່ຽວ​ໜຽວ​ແໜ້ນ, ພັກ​ກອມ​ມູ​ນິດ​ຈີນ ​ແລະ ​ປະ​ຊາ​ຊົນ​ຈີນ​ໄດ້ປະ​ກາດ​ຕໍ່​ຊາວໂລກ​ຢ່າງ​ເຄັ່ງ​ຂຶມວ່າ: ​ນັບ​ແຕ່​ເວ​ລານີ້​ເປັນ​ຕົ້ນ​ໄປ ປະ​ຊາ​ຊົນ​ຈີນ ​ໄດ້​ລຸກ​ຢືນ​ຂຶ້ນ​ແລ້ວ, ​ຍຸກ​ສ​ະ​ໄໝ​ທີ່ປະ​ຊາ​ຊາດ​ຈີນ​ຖືກ​ປະ​ເທດ​ອື່ນ​ກົດ​ຂີ່​ຂົ່ມ​ເຫັງ​ຕາມ​ລຳ​ພັງ​ໃຈ​ນັ້ນ​ໄດ້​ຜ່ານ​ພົ້ນ​ໄປ​ໂດຍ​ບໍ່​ມີ​ວັນ​ກັບ​ຄືນ​ມາ​ອີກ​ແລ້ວ, ນັບ​ແຕ່​ເວ​ລານີ້​ເປັນ​ຕົ້ນ​ໄປ, ກາ​ນ​ພັດ​ທະ​ນາ​ຂອງ​ຈີນ​ໄດ້​ເປີດ​ສັງ​ກາດ​ໃໝ່.
 

    ພາກ​ທີ​ສອງ, “ສຳ​ເລັດການ​ປະ​ຕິ​ວັດ​ສັງ​ຄົມ​ນິ​ຍົມ​ ແລະ​ ຊຸກ​ຍູ້​ການສ້າງ​​ສັງ​ຄົມ​ນິ​ຍົມ.” ໄດ້​ຊີ້​ແຈງ​ຢ່າງ​ຈະ​ແຈ້ງ ກ່​ຽວ​ກັບ​ໜ້າ​ທີ່​ຕົ້ນ​ຕໍຂອງ​ພັກ​ໃນ​ໄລ​ຍະ​ນີ້​ຄື: ບັນ​ລຸ​ການ​ຫັນ​ປ່ຽນ​ຈາ​ກລັດ​ທິປະ​ຊາ​ທິ​ປະ​ໄຕ​ໃໝ່​ສູ່​ສັງ​ຄົມ​ນິ​ຍົມ, ດຳ​ເນີນ​ການ​ປະ​ຕິວັດສັງ​ຄົມ​ນິ​ຍົມ, ຊຸກ​ຍູ້​ການ​ສ້າງ​ສັງ​ຄົມ​ນິ​ຍົມ, ​ສ້າງປະ​ຖົມ​ປັດ​ໄຈ​ທາງ​ການ​ເມືອງ​ ແລະ​ພື້ນ​ຖານ​ດ້ານ​ລະ​ບອບ​ ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ​ສະຫຼຸບຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ ຫຼັງ​ສະ​ຖາ​ປະ​ນາ​ປະ​ເທດ​ຈີນ​ໃໝ່, ພັກ​ນຳ​ພາ​ປະ​ຊາ​ຊົນ​ເອົາ​ຊະ​ນະ​ສິ່ງ​ທ້າ​ທາຍ​ທີ່​ຂ້ຽວ​ຂາດ​ຕ່າງໆ, ປັບ​ປຸງ​ອຳ​ນາດ​ການ​ປົກ​ຄອງ​ທີ່​ກຳ​ເນີດ​ໃໝ່​ໃຫ້​ໝັ້ນ​ຄົງ, ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ດັດ​ສ້າງ​ສັງ​ຄົມ​ນິ​ຍົມ, ສ້າງ​ຕັ້ງ​ລະ​ບອບສັງ​ຄົມ​ນິ​ຍົມ, ​ດຳ​ເນີນ​ການ​ສ້າງ​ສັງ​ຄົ​ມ​ນິ​ຍົມ​ຢ່າງ​ຂະ​ໜາດ​ໃຫຍ່​ ແລະ​ ຮອບ​ດ້ານ, ບຸກ​ເບີກ​ສະ​ພາບ​ການ​ໃໝ່​ຂອງວຽກ​ງານ​ການ​ຕ່າງ​ປະ​ເທດ ພ້ອມ​ດ້ວຍ​ຜົນ​ງານ​ອັນ​ຍິ່ງ​ໃຫຍ່​ທີ່​ສ້າງ​ຂຶ້ນ​ໃນ​ໄລ​ຍະ​ດັ່ງ​ກ່າວ. ​ສະຫຼຸ​ບ​ຄວາມ​ພະ​ຍາ​ຍາມ​ຂອງ​ພັກ​ໃນ​ການ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພັກ​ກຳ​ອຳ​ນາດ​ ແລະ​ ບົດ​ຮຽນ​ເບື້ອງ​ຕົ້ນ​ທີ່ສະ​ສົມ​ມາ​ໄດ້, ຕີ​ລາ​ຄາ​ຕາມຫຼັກ​ວິ​ທະ​ຍາ​ສາດ​ຕໍ່​ແນວ​ຄິດ​ເໝົາ​ເຈີ​ຕຸ່ງ​ ບົນ​ພື້ນ​ຖານ​ທີ່​ຊີ້​ແຈງ​ໝາກ​ຜົນ​ດ້ານ​ທິດ​ສະ​ດີ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ແຕ່​ຝ່າຍ​ດຽວ ເຊິ່ງ​ພັກ​ໄດ້​ຮັບ​ໃນ​ໄລ​ຍະ​ນີ້. ເນັ້ນ​ໜັກ​ເຖິງ​ຜົນ​ງານອັນ​ຍິ່ງ​ໃຫຍ່​ທີ່​ພັກ​ນຳ​ພາ​ປະ​ຊາ​ຊົນ​ປະ​ດິດ​ສ້າງ​ຂຶ້ນໃນໄລ​ຍະ​ນີ້, ໄດ້​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດຂັ້ນ​​ທີ່​ຍິ່ງ​ໃຫຍ່​ຈາກ​ປະ​ເທດ​ໃຫຍ່​ຕາ​ເວັນ​ອອກ​ທີ່​ທຸກ​ຍາກຫຼ້າຫຼັງ ທັງມີ​ປະ​ຊາ​ກອນ​ຢ່າງຫຼວງຫຼາຍ​ນັ້ນ ກ້າວ​ໄປ​ສູ່​ສັງ​ຄົມ​ສັງ​ຄົມ​ນິ​ຍົມ; ​​ດ້ວຍ​ການບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ ແລະ ເດັດ​ດ່ຽວ​ໜຽວ​ແໜ້ນ, ພັກ​ກອມ​ມູ​ນິດ​ຈີນ​ ແລະ ​ປະ​ຊາ​ຊົນ​ຈີນ​ໄດ້ປະ​ກາດ​ຕໍ່​ຊາວໂລກ​ຢ່າງ​​ເຄັ່ງ​ຂຶມ​ວ່າ: ປະ​ຊາ​ຊົນ​ຈີນ​ບໍ່​ພຽງ​ແຕ່​ຮູ້​ວິ​ທີທຳ​ລາຍ​ໂລກ​ເກົ່າ​ເທົ່າ​ນັ້ນ ​ຍັງ​ຮູ້​ຈັກ​ວິ​ທີກໍ່​ສ້າງ​ໂລກ​ໃໝ່, ມີ​ແຕ່​​ສັງ​ຄົມ​ນິ​ຍົມ​​ເທົ່າ​ນັ້ນຈິ່ງ​ຈະ​ສາ​ມາດ​ກູ້​​ຊາດ​​ຈີນ​ໄດ້, ມີ​ແຕ່​ສັງ​ຄົມ​ນິ​ຍົມ​ເທົ່າ​ນັ້ນ ​ຈິ່ງ​ຈະ​ສາ​ມາດ​ພັດ​ທະ​ນາຈີນ​ໄດ້.
 

    ພາກ​ທີສາມ, “ດຳ​ເນີນ​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ​ ແລະ​ ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ”. ໄດ້​ຊີ້​ແຈງ​ຢ່າງ​ຈະ​ແຈ້ງກ່​ຽວ​ກັບ​ໜ້າ​ທີ່​ຕົ້ນ​ຕໍຂອງ​ພັກໃນ​ໄລ​ຍະ​ນີ້​ຄື: ສືບ​ຕໍ່ຊອກ​ສະ​ແຫວງ​ຫາ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ໃນ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ຢູ່​ຈີນ, ປົດ​ປ່ອຍ​ ແລະ ​ພັດ​ທະ​ນາ​ກຳ​ລັງ​ການ​ຜະ​ລິດທາງສັງ​ຄົມ, ເຮັດ​ໃຫ້​ປະ​ຊາ​ຊົນຫຼຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ ແລະ ຮັ່ງ​ມື​ຂຶ້ນ​ໂດຍ​ໄວ, ສະ​ໜອງຫຼັກ​ປະ​ກັນ​ດ້ານ​ໂຄງ​ປະ​ກອບ​​ທີ່​ເຕັມ​ໄປ​ດ້ວຍ​​ພະ​ລັງ​ຊີ​ວິດອັນ​ໃໝ່​ ແລະ ​ເງື່ນ​ໄຂ​ດ້ານ​ວັດ​ຖຸ​​ທີ່​ພັດ​ທະ​ນາ​ຢ່າງວ່ອງ​ໄວ ​ໃຫ້​ແກ່​ການ​ບັນ​ລຸ​ເປົ້າ​ໝາຍ ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.​ ເນັ້ນ​ເຖິງ​ຄວາມ​ໝາຍ​ປະ​ຫວັດ​ສາດຂອງກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 3 ຂອງ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນສະ​ໄໝທີ 11, ສະຫຼຸບ​ການ​ປະ​ກອບ​ສ່ວນ​ທາງ​ປະ​ຫວັດ​ສາດ​ຂອງ​ຊາວ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີສະ​ຫາຍ ​ເຕີ້ງ​ສ້ຽວ​ພິງ ​​ເປັນ​ຕົວ​ແທນຕົ້ນ​ຕໍ ​ຊາວ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີສະ​ຫາຍ ​ຈ່ຽງ​ເຈີ​ມິນ ​​ເປັນ​ຕົວ​ແທນຕົ້ນ​ຕໍ ແລະ ຊາວ​ພັກ​ກອມ​ມູ​ນິດ​ຈີນ​ທີ່​ມີ​ສະ​ຫາຍ ຮູ​ຈິນ​ທ່າວ ເປັນ​ຕົວ​ແທນ​ຕົ້ນ​ຕໍ, ສະ​ແດງ​ໃຫ້​ເຫັນ​​ເຖິງຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ອັນ​ສະ​ຫງ່າ​ຜ່າ​ເຜີຍ ແລະ ​​ຜົນ​ງານ​ອັນ​ຍິ່ງ​ໃຫຍ່ທີ່​ປະ​ຈັກ​ຕາ​ຊາວ​ໂລກ​ໃນ​ຍຸກ​ໃໝ່ຈາກ​ດ້ານ​ຕ່າງ​ໆ​, ເຊັ່ນ: ພັກ​ນຳ​ພາ​ດຳ​ເນີນການ​ຟື້ນ​ຟູ​ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍຂອງ​ພັກຢ່າງ​ຮອບ​ດ້​ານ,ກຳ​ເນີດ​ໃຫ້​ເປັນ​ລະ​ບົບ​ທິດ​ສະ​ດີ​ສັງ​ຄົມ​ນິ​ຍົມ​ ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ, ຊຸກ​ຍູ້​ການ​ປະ​ຕິ​ຮູບ ເປີດ​ປະ​ຕູ​ສູ່​ພາຍນອກ​ ແລະ ​ການ​ສ້າງ​ສັງ​ຄົມ​ນິ​ຍົມ​ທີ່​ທັນ​ສະ​ໄໝ, ຮັບ​ມື​ກັບ​ຄວາມ​ສ່ຽງ ​ແລະ ​ການ​ທົດ​ສອບ​ຕ່າງໆ​ທີ່ກະ​ທົບ​ເຖິງ​ພາກ​ສ່ວນ​ລວມ​ຂອງ​ການ​ປະ​ຕິ​ຮູບ ກາ​ນ​ພັດ​ທະ​ນາ​ ແລະ ​​ການ​ຮັກ​ສາຄວາມ​ສະ​ຫງົບຂອງ​ປະ​ເທດ​ພວກ​ເຮົາ​ນັ້ນ ​ຢ່າງ​ທຸ່ນ​ທ່ຽງ, ຊຸກ​ຍູ້​ພາ​ລະ​ກິດ​ອັນ​ຍິ່ງ​ໃຫຍ່​ໃນ​ການທ້ອນ​ໂຮມ​ປະ​ເທດ​ຊາດ​ເຂົ້າ​ເປັນ​ເອກ​ະ​ພາບ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ໂລກ​ກັບ​ການ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ຮ່ວມ​ກັນ, ສ້າງ​ສັນ ແລະ ​ຊຸກ​ຍູ້​ໂຄງ​ການ​ຍິ່ງ​ໃຫຍ່​ອັນ​ໃໝ່​ໃນ​ການ​ກໍ່​ສ້າງ​ພັກ​ເປັນ​ຕົ້ນ. ເນັ້ນ​ໜັກ​ເຖິງ​ຜົນ​ງານ​ອັນ​ຍິ່ງໃຫຍ່​ທີ່​ພັກ​ນຳ​ພາ​ປະ​ຊາ​ຊົນ​ປະ​ດິດ​ສ້າງ​ຂຶ້ນ​ໃນ​ໄລ​ຍະ​ນີ້, ຊຸກ​ຍູ້​ໃຫ້​ປະ​ຊ​າ​ຊາດ​ຈີນໄດ້​ພັດ​ທະ​ນາ​ແບບ​ກ້າວ​ກະ​ໂດດ​ຂັ້ນອັນ​ຍິ່ງ​ໃຫຍ່ຈາກ​ການ​ລຸກ​ຢືນ​ຂຶ້ນຈົນ​ຮອດຮັ່ງ​ມີ​ຂຶ້ນ; ດ້ວຍ​ການບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ​ ແລະ​ ເດັດ​ດ່ຽວ​ໜຽວ​ແໜ້ນ, ພັກ​ກອມ​ມູ​ນິດ​ຈີນ​ ແລະ​ ປະ​ຊາ​ຊົນ​ຈີນ​ໄດ້​​ປະ​ກາດ​ຕໍ່​ຊາວໂລກ​ຢ່າງ​ເຄັ່ງ​ຂຶມ​ວ່າ: ການ​ປະ​ຕິ​ຮູບ ​ແລະ ​ເປີ​ດ​ປະ​ຕູ​ສູ່​ພາຍນອກ​ແມ່ນ​ມາດ​ຕະ​ການ​ທີ່​ເປັນ​ຂໍ​ກຸນ​ແຈ ເຊິ່ງ​ຕັດ​ສິນ​ອະ​ນາ​ຄົດ​ ແລະ ​ຊາ​ຕາ​ກຳ​ຂອງ​ຈີນ​ໃນ​ຍຸກ​ປັດ​ຈຸ​ບັນ, ເສັ້ນ​ທາງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ ເປັນ​ເສັ້ນ​ທາງ​ທີ່​ຖືກ​ຕ້ອງ​ໃນ​ການ​ຊີ້​ນຳ​ກາ​ນ​ພັດ​ທະ​ນາ​ຈີນ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ, ຈີນ​ໄດ້​ກ້າວ​ໄປ​ທ່ວງ​ທັນ​ກັບ​ຍຸກ​ສະ​ໄໝ​ດ້ວຍ​ບາດ​ກ້າວ​ໃຫ​ຍ່!

 

    ພາກ​ທີສີ່, “ເປີດ​ຍຸກ​ໃໝ່ແຫ່ງ​ສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ”. ໄດ້​ຊີ້​ແຈງ​ຢ່າງ​ຈະ​ແຈ້ງກ່​ຽວ​ກັບ​ໜ້າ​ທີ່​ຕົ້ນ​ຕໍ​ຂອງ​ພັກໃນ​ໄລ​ຍະ​ນີ້​ຄື: ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນຄົບ​ຮອບ 100 ປີ​​ເຫດ​ການ​ທີ​ໜຶ່ງ ຄື​ການ​ສ້າງ​ສັງ​ຄົມ​ທີ່​ອີ່ມ​ໜຳ​ສຳ​ລານ​ໃຫ້​ສຳ​ເລັດ​ ຢ່າງຮອບ​ດ້ານ, ເປີດ​ການເດີນ​ທາງ​ຄັ້ງ​ໃໝ່ ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ປີ​ເຫດ​ການ​ທີ​ສອງ ​ຄືການ​ສ້າງ​ປະ​ເທດ​ສັງ​ຄົມ​ນິ​ຍົມ​ທີ່ທັນ​ສະ​​ໄໝ​​ເຂັ້ມ​ແຂງ​ໃຫ້​ສຳ​ເລັດຢ່​າງ​ຮອບ​ດ້ານ, ​ສືບ​ຕໍ່​ກ້າວ​ເດີນ​ໄປ​ໜ້າ​ສູ່​ເປົ້າ​ໝາຍ​​ອັນ​ຍິ່ງ​ໃຫຍ່​ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ. ຊີ້​ແຈງສັງ​ຄົມ​ນິ​ຍົມ​ທີ່​ມີ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ໃນ​ຍຸກ​ໃໝ່ ເຊິ່ງ​ເປັນ​ທີ່​ຕັ້ງ​ປະ​ຫວັດ​ສາດ​ອັນ​ໃໝ່​ແຫ່ງ​ກາ​ນ​ພັດ​ທະ​ນາ​ຂອງປະ​ເທດ​ພວກ​ເຮົາ, ສັງ​ເຂບ​ໝາກ​ຜົນ​ໃໝ່​ດ້ານ​ການ​ປະ​ດິດ​ສ້າງ​ທິດ​ສະ​ດີ​ຂອງ​ພັກ​ນັບ​ແຕ່ກອງ​ປ​ະ​ຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ເປັນ​ຕົ້ນ​ມາ, ລົງ​ເລິກວິ​ໄຈ​ສະ​ຖາ​ນະ​ການ ແລະ ສິ່ງ​ທ້າ​ທາຍ​ທີ່​ພັກ​ພວມ​ຜະ​ເຊີນ​ໃນ​ຍຸກ​ໃໝ່, ສຸມ​ໃສ່​​ຂົງ​ເຂດ​ວຽກ​ງານ​ຕ່າງໆ​ເປັນ​ຕົ້ນແມ່ນ: ການ​ຍຶດ​ໝັ້ນ​ການ​ນຳ​ພາ​ຢ່າງ​ຮອບ​ດ້ານ​ຂອງ​ພັກ, ການ​ຄຸ້ມ​ຄອງ​ພັກ​ຢ່າງ​ເຂັ້ມ​ງວດ​ຮອບ​ດ້ານ, ການກໍ່​​ສ້າງດ້ານ​ເສດ​ຖະ​ກິດ, ລົງ​ເລິກ​ການ​ປະ​ຕິ​ຮູບ ແລະ​ເປີດ​ປ​ະ​ຕູ​ສູ່​ພາຍນອກ​ຢ່າງ​ຮອບ​ດ້ານ, ​ການກໍ່​ສ້າງ​ດ້ານ​ການ​ເມືອງ, ການ​ປົກ​ຄອງ​ປະ​ເທດ​ຕາມ​ກົດ​ໝາຍ​ຢ່າງ​ຮອບ​ດ້ານ, ການກໍ່​​ສ້າງດ້ານວັດ​ທະ​ນະ​ທຳ, ການ​ກໍ່​ສ້າງດ້ານ​ສັງ​ຄົມ, ການ​ກໍ່ສ້າງດ້ານ​ຄວາມ​ສິ​ວິ​ໄລ​ລະ​ບົບ​ນິ​ເວດ, ການ​ກໍ່​ສ້າງດ້ານ​ການ​ປ້ອງ​ກັນ​ປະ​ເທດ​ ແລະ​ ກອງ​ທັບ, ​ການ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ, ການ​ຍຶດ​ໝັ້ນ​ແນວ​ທາງ “ປະ​ເທດ​ດຽວ​ສອງ​ລະ​ບອບ” ​ກັບ​ການ​ຊຸກ​ຍູ້​ການ​ທ້ອນ​ໂຮມ​ປະ​ເທດ​ຊາດເຂົ້າ​ເປັນ​ເອ​ກະ​ພາບ ແລະ ວຽກ​ງ​ານການ​ຕ່າງ​ປະ​ເທດ ລວມ​ທັງ​ໝົດ 13 ດ້ານ​, ໂດຍ​​ແນ​ໃສ່ແຕ່​ລະ​ຂົງ​ເຂດ​ວຽກ​ງານ ເພື່ອ​ສະຫຼຸບ​ຜົນ​ງານເປັນ​ຄັ້ງ​ປະ​ຫວັດ​ສາດ ແລະ ​ການ​ປ່ຽ​ນ​ແປງ​ຄັ້ງ​ປະ​ຫວັດ​ສາດ​​ຂອງພາ​ລະ​ກິດ​ຂອງ​ພັກ ແລະ ​ປະ​ເທດ​ຊາດ​ໃນ​ຍຸກ​ໃໝ່, ​ໃນ​ນັ້ນ ​ໄດ້ເຈາະ​ຈົງ​ສະຫຼຸບ​ແນວ​ຄິດ​ທີ່​ປະ​ດິດ​ສ້າງ​ດ້ວຍ​ຕົນ​ເອງ ພຶດ​ຕິ​ກຳ​ຕົວ​ຈິງໃນ​ລັກ​ສະ​ນະ​ປ່ຽນ​ແປງ​ໃໝ່ ຄວາມ​ຄືບ​ໜ້າ​ແບບ​ບຸກ​ທະ​ລຸ ແລະ​ ໝາກ​ຜົນ​ທີ່​ເປັນ​ຂີດ​ໝາຍໃນ​ຮອບ 9 ປີ​ຜ່ານ​ມາ.​  ເນັ້ນ​ໜັກ​ເຖິງ​ຜົນ​ງານ​ອັນ​ຍິ່ງໃຫຍ່ ​ທີ່​ພັກ​ນຳ​ພາ​ປະ​ຊາ​ຊົນ​ປະ​ດິດ​ສ້າງ​ຂຶ້ນ ​ໃນ​ໄລ​ຍະ​ນີ້, ​ເປັນ​ການ​ສ້າງ​ສິ່ງ​ຮັບ​ປະ​ກັນ​ດ້ານ​ລະ​ບຽບ​ການ​ທີ່​ສົມ​ບູນກວ່າ​ເກົ່າ ພື້ນ​ຖານ​ວັດ​ຖຸ​ທີ່​ໜັກ​ແໜ້ນກວ່າ​ເກົ່າ ແລະ ​ກຳລັງ​ໃຈ​ທີ່​ເປັນ​ເຈົ້າ​ການກວ່າ​ເກົ່າ​ໃຫ້​ແກ່​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ອັນ​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ; ດ້ວຍ​ການ​ບຸກ​ບືນ​ສູ້​ຊົນ​ຢ່າງ​ອົງ​ອາດ​ກ້າ​ຫານ ແລະ ເດັດ​ດ່ຽວ​ໜຽວ​ແໜ້ນ, ພັກ​ກອມ​ມູ​ນິດ​ຈີນ ແລະ ປະ​ຊາ​ຊົນ​ຈີນ ໄດ້​ປະ​ກາດ​ຕໍ່​ຊາວ​ໂລກ​ຢ່າງ​ເຄັ່ງ​ຂຶມ​ວ່າ, ປະ​ຊາ​ຊາດ​ຈີນ​ໄດ້​ບັນ​ລຸ​ການ​ກ້າວ​ກະ​ໂດດ​ຂັ້ນ​ອັນ​ຍິ່ງ​ໃຫຍ່​ຈາກ​ການ​ລຸກ​ຢືນ​ຂຶ້ນ ຮັ່ງ​ມີ​ຂຶ້ນ ຮອດ​ເຂັ້ມ​ແຂງ​ຂຶ້ນ.
 

    ພາກ​ທີ 5 “ຄວາມ​ໝາຍປະ​ຫວັດ​ສາດ​ຂອງ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ ໃນ​ຮອບ 100 ປີ​ຜ່ານ​ມາ”. ບົນ​ພື້ນ​ຖານ​ທີ່​ໄດ້ຫວນ​ຄືນ​ ແລະ ​ສະຫຼຸບ​ຂະ​ບວນ​ການ ແລະ ​ຜົນ​ງານ​ອັນ​ໃຫຍ່ຫຼວງ ຂອງ​ການ​ບຸ​ກ​ບືນ​ສູ້​ຊົນ​ໃນ​ຮອບ 100 ​ປີຜ່ານ​ມາ​ຂອງພັກ, ຈາກ​ແງ່​ມູມ​ທີ່ກວ້າງ​ຂວາງກວ່າ​ເກົ່າ, ເພື່ອ​ສະຫຼຸບ​ຄວາມ​ໝາຍ​ປະ​ຫວັດ​ສາດ​ຂອງ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບຮ້ອຍປີ​ຜ່​ານ​ມາ ຄື: ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ໃນ​ຮອບ 100 ປີ​ຜ່​ານ​ມາ ​ໄດ້​ປ່ຽນ​ແປງ​ອະ​ນາ​ຄົດ ​ແລະ ​ຊາ​ຕາ​ກຳ​ຂອງ​ປະ​ຊາ​ຊົນ​ຈີນ​ຈາກ​ຂັ້ນ​ພື້ນ​ຖານ, ​ໄດ້ບຸກ​ເບີກ​ເສັ້ນ​ທາງ​ອັນ​ຖືກ​ຕ້ອງ​ ໃນ​ການ​ບັນ​ລຸ​ເປົ້າ​ໝາຍ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ, ໄດ້​ສະ​ແດງ​ໃຫ້​ເຫັນ​ພະ​ລັງ​ຊີ​ວິດ​ອັນ​ເຂັ້ມ​ແຂງ​ຂອງ​ລັດ​ທິ​ມາກ, ໄດ້​ສົ່ງ​ຜົນ​​ສະ​ທ້ອນ​ອັນ​ເລິກ​ເຊິ່ງ​ໃຫ້​ກັບ​ຂະ​ບວນ​ວິ​ວັດ​ປະ​ຫວັດ​ສາດ​ຂອງ​ໂລກ, ໄດ້​ຝຶກ​ຝົນຫຼໍ່​ຫຼອມ​ພັກ​ກອມ​ມູ​ນິດ​ຈີນ​ໃຫ້​ສາ​ມາດ​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ, ຊີ້​ແຈງ​ການ​ປະ​ກອບ​ສ່ວນ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຂອງ​ພັກ​ເພື່ອ​ປະ​ຊາ​ຊົນ​ຈີນ ເພື່ອ​ປະ​ຊາ​ຊາດ​ຈີນ ເພື່ອ​ລັດ​ທິ​ມາກ ເພື່ອ​ພາ​ລະ​ກິດ​ຄວາມ​ກ້າວ​ໜ້າ​ຂອງ​ມະ​ນຸດ ເພື່ອ​ການ​ກໍ່​ສ້າງ​ພັກ​ການ​ເມືອງ​ລັດ​ທິ​ມາກ. ທັງ 5 ຂໍ້​ນີ້​ສັງ​ເຂບ​ແລ້ວ​ກໍ​ຄື: ອີງ​ໃສ່​ດິນ​ແດນປະ​ເທດ​ຈີນ​ເປັນ​ພື້ນ​ຖານ ທັງ​ມີ​ວິ​ໄສ​ທັດ​ຕໍ່​ອະ​ນາ​ຄົດ​ຂອງມວນ​ມະ​ນຸດ, ເຊິ່ງ​ໄດ້​ສ່ອງ​ແສງໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ​ ກັບ​ ປະ​ຊາ​ຊົນ​ຈີນ​ ແລະ​ ປະ​ຊາ​ຊາດ​ຈີນ, ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ພົວ​ພັນ​ລະ​ຫວ່າງ​ພັກ​ກອມ​ມູ​ນິດ​ຈີນ ກັບ ລັດ​ທິ​ມາກ ສັງ​ຄົມ​ນິ​ຍົມ​ໂລກ ແລະ ການ​ພັດ​ທະ​ນາ​ສັງ​ຄົມ​ມະ​ນຸດ, ໄດ້​​ຊີ້​ແຈງ​ໃຫ້​ເຫັນ​ເຫດ​ຜົນ​ດ້ານ​ປະ​ຫວັດ​ສາດ ເຫດ​ຜົນ​ດ້ານ​ທິດ​ສະ​ດີ​ ແລະ ​ເຫດ​ຜົນ​ດ້ານ​ພຶດ​ຕິ​ກຳ​​ຂອງ​ການ​ບຸກ​ບືນ​ສູ້​ຊົນ​ຂອງ​ພັກ​ກອມ​ມູ​ນິດ​ຈີນ​ໃນ​ຮອບຮ້ອຍປີ​ຜ່ານ​ມາ​ຢ່າງ​ຈະ​ແຈ້ງ.
 

    ພາກ​ທີ 6 “ບົດ​ຮຽນ​ປະ​ຫວັດ​ສາດ​ຈາກ​ການ​ບຸກ​ບືນ​ສູ້​ຊົ​ນ​ຂອງ​ພັກກອມ​ມູ​ນິດ​ຈີນ​ໃນ​ຮອບ 100 ປີ​ຜ່ານ​ມາ”. ​ໄດ້ສັງ​ເຂບ​ບົດ​ຮຽນ​ປະ​ຫວັດ​ສາດ 10 ຂໍ້​ທີ່​ມີ​ຄວາມ​ໝາຍ​ຂັ້ນ​ພື້ນ​ຖານ ​ແລະ ​ມີ​ລັກ​ສະ​ນະ​ຊີ້​ນຳ​ວຽກ​ງານ​ໃນ​ໄລ​ຍະ​ຍາວ​ໄກຄື: ຍຶດ​ໝັ້ນ​ການ​ນຳ​ພາ​ຂອງ​ພັກ, ຍຶດ​ໝັ້ນ​ຖື​ປະ​ຊາ​ຊົນ​ສຳ​ຄັນ​ກວ່າ​ໝູ່, ຍຶດ​ໝັ້ນ​ການ​ປະ​ດິດ​ສ້າງ​ໃໝ່​ໃນ​ດ້ານ​ທິດ​ສະ​ດີ, ຍຶດ​ໝັ້ນຄວາມ​ເປັນເອ​ກະ​ລາດ​ເປັນ​ເຈົ້າ​ຕົນ​ເອງ, ຍຶດ​ໝັ້ນ​ເສັ້ນ​ທາງ​ຈີນ, ຍຶດ​ໝັ້ນ​ໃນ​ການ​ຫ່ວງ​ໃຍ​ຊາ​ຕາ​ກຳ​ຂອງ​ໂລກ, ຍຶດ​ໝັ້ນ​ການ​ບຸກ​ເບີກ​ປະ​ດິດ​ສ້າງໃໝ່, ຍຶດ​ໝັ້ນ​ໃນ​ການ​ກ້າ​ຕໍ່​ສູ້, ຍຶດ​ໝັ້ນ​ແນວ​ໂຮມ​ເອ​ກະ​ພາບ ແລະ ຍຶດ​ໝັ້ນ​ການ​ປະ​ຕິ​ວັດ​ໂດຍຕົນ​ເອງ. ບົດ​ຮຽນ​ປະ​ຫວັດ​ສາດ 10 ຂໍ້ນີ້​ເປັນ​ເອ​ກະ​ພົບດຽວ​ແບບ​ກາຍ​ອິນ​ຊີ​ທີ່​ມີ​ລະ​ບົບ​ຄົບ​ຖ້ວນ ​ແລະ ​ເຊື່ອມ​ສານ​ກັນ, ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ສິ່ງ​ຮັບ​ປະ​ກັນ​ຂັ້ນ​ພື້ນ​ຖານ​ທີ່​ເຮັດ​ໃຫ້​ພາ​ລະ​ກິດ​ຂອງ​ພັກ​ ແລະ ​ປະ​ຊ​າ​ຊົນ​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ບໍ່​ຢຸດ​ຢັ້ງ, ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ແຫຼ່ງ​ກຳ​ເນີດ​ພະ​ລັງ​ແຮງ​ທີ່​ເຮັດ​ໃຫ້​ພັກ​ຄອງ​ຖາ​ນະ​ມີ​ໄຊ​​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ, ໄດ້​ເປີດ​ເຜີຍ​ໃຫ້​ເຫັນ​ສາ​ເຫດ​ພື້ນ​ຖານ​ທີ່​ພັກ​ກຳ​ໄດ້​ທ່າ​ບຸກ​ທາງ​ປະ​ຫວັດ​ສາດ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ໄດ້​ເປີດ​ເຜີຍ​ໃຫ້​ເຫັນຊ່ອງ​ທາງ​ພື້ນ​ຖານ​ທີ່​ເຮັດ​ໃຫ້​ພັກ​ມີ​ຄວາມ​ກ້າວ​ໜ້າ​ ແລະ ​ຄວາມ​ບໍ​ລິ​ສຸດ​ຜຸດ​ຜ່ອງ​ຕະຫຼອດ​ການ​ ທັງ​ກ້າວ​ເດີນ​ຢູ່​ແຖວ​ໜ້າ​ຂອງ​ຍຸກ​ສະ​ໄໝ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ເນັ້ນ​ໜັກ​ວ່າ ບົດ​ຮຽນ​ປະ​ຫວັດ​ສາດ 10 ຂໍ້​ນີ້ ເປັນ​ບົດ​ຮຽນ​ອັນ​ປະ​ເສີດ​ທີ່​ສະ​ສົມ​ມາ​ໄດ້​ໂດຍ​ຜ່ານ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ເປັນ​ໄລ​ຍະ​ຍາວ​ນານ, ເປັນ​ສົມ​ບັດ​ດ້ານ​ຈິດ​ໃຈ​ທີ່​ພັກ​ ແລະ ​ປະ​ຊາ​ຊົນ​​ສ້າງ​ຂຶ້ນຮ່ວມ​ກັນ, ຕ້ອງ​ໄດ້ຖະ​ໜອມ​ຮັກ​ສາ​ຢ່າງ​ສຸດ​ຂີດ​ ແລະ​ ຍຶດ​ໝັ້ນ​ປະ​ຕິ​ບັດ​ຢ່າງ​ຍາວ​ນານ ທັງ​ພັດ​ທະ​ນາ​ໃຫ້​ອຸ​ດົມ​ສົມ​ບູນ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນການ​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ຍຸກ​ໃໝ່​.

 

    ພາກ​ທີ 7 “ພັກ​ກອມ​ມູ​ນິດ​ຈີນ​ໃນ​ຍຸກ​ໃໝ່”. ໂດຍ​ປິ່ນ​ອ້ອມ​ການ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນຄົບ​ຮອບ 100 ປີ​ເຫດ​ການ​ທີ​ສອງ, ເນັ້ນ​​ໜັກວ່າ ທົ່ວ​ພັກ​ຕ້ອງບຸກບືນ​ສູ້​ຊົນ ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ທີ່​ກຳ​ນົດ​ໄວ້​ດ້ວຍ​ຄວາມ​ອົດ​ທົນຄື​ດັ່ງກອນ​ບູ​ຮານ​ຈີນ​ທີ່​ວ່າ “ຍຶດເກາະພູຂຽວໄວ້​ບໍ່ປ່ອຍວາງ”, ມີ​ສະ​ຕິ​ຕື່ນ​ຕົວຢ່າງ​ຈະ​ແຈ້ງ​ດັ່ງ​ຄຳ​ສຸ​ພາ​ສິດ​ຈີນ​ທີ່​ວ່າ “ເດີນ​ທາງ 100 ​​ລີ້, ສຳ​ເລັດ 90 ​ລີ້​ແລ້ວ​ກໍ​ຍັງ​ສ່ຳ​ວ່າ​ ຫາ​ກໍ​ຮອດ​ເຄິ່ງ​ທາງ” ເພື່ອຊຸກ​ຍູ້​ການ​ຟື້​ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປ​ະ​ຊາ​ຊາດ​ຈີນຢ່າງ​ບໍ່​ລົດ​ລະ; ເນັ້ນ​ໜັກວ່າ ຕ້ອງ​ຍຶດ​ໝັ້ນ​ທິດ​ສະ​ດີ​ພື້ນ​ຖານ ແນວ​ທາງ​ພື້ນ​ຖານ​ ແລະ ​ຍຸດ​ທະ​ສາດ​ພື້ນ​ຖານ​ຂອງ​ພັກ, ເລີ່ມ​ຕົ້ນ​ຈາກ​ໄລ​ຍະ​ພັດ​ທະ​ນາ​ອັນ​ໃໝ່, ຈັດ​ຕັ້ງ​ປະ​ຕິ​ບັດ​ແນວ​ຄວາມ​ຄິດການ​ພັດ​ທະ​ນາ​ອັນ​ໃໝ່, ສ້າງ​ສະ​ພາບ​ກ​ານ​ພັດ​ທະ​ນາ​ອັນໃໝ່, ຊຸ​ກ​ຍູ້​ການ​ພັດ​ທະ​ນາ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຮ່ວມ​ກັນ​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົນ​ຮັ່ງ​ຂຶ້ນ ປະ​ເທດ​ເຂັ້ມ​ແຂງ ແລະ ​ດິນ​ແດນສວຍ​ງາມ; ເນັ້ນ​ໜັກ​ວ່າ ຕ້ອງ​ຮັດ​ແໜ້ນ​ສາຍ​ພົວ​ພັນ​ກັບ​ປະ​ຊາ​ຊົນ​ແບບ​ກາຍ​ອີນ​ຊີ​ຕະ​ຫຼອດ​ໄປ, ເຮັດ​ໃຫ້​ຜົນ​ປະ​ໂຫຍດ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ອັນ​ໄພ​ສານ​ທີ່​ສຸດ​ໄດ້​ປາ​ກົດ​ຜົນ​ເປັນ​ຈິງໃຫ້​ດີ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ໃຫ້​ດີ​ ແລະ ​ໄດ້​ຮັບ​ການພັດ​ທະ​ນາ​ໃຫ້​ດີ​ຢ່າງ​ບໍ່​ຢຸດຢັ້ງ; ເນັ້ນ​ໜັກວ່າ ​ຕ້ອງ​ຈື່​ຈຳຄຳ​ບູ​ຮານ​ທີ່​ວ່າ “ລອດ​ຕົວ​ຍ້ອນ​ມີ​ສະ​ຕິ​ລະ​ວັງ​ຕົວ, ຕາຍ​ຍ້ອນ​ຫຼົງ​ໄຫຼນຳຄວາມ​ສະ​ໜຸກ”, ຕ້ອງ​ມີສະ​ຕິ​ຫ່ວງ​ໃຍ​ເຖິງ​ໄລ​ຍະ​ຍາວ​​ໄກ, ຍາມ​ສະ​ໜຸ​ກ​ກໍ​ຕ້ອງ​ຄຳ​ນຶງ​ເຖິງ​ໄພ, ສືບ​ຕໍ່​ຊຸກ​ຍູ້​ໂຄງ​ການ​ຍິ່ງ​ໃຫຍ່​ອັນ​ໃໝ່​ໃນ​ການ​ກໍ່​ສ້າງ​ພັກ​ໃນ​ຍຸກ​ໃໝ່; ເນັ້ນ​ໜັກ​ວ່າ ຕ້ອ​ງປະ​ຕິ​ບັດ​ວຽກ​ງານ​ອົບ​ຮົມ​ບົ່ມ​ສ້າງ​ຜູ້​ສືບ​ທອດ​ ເຊິ່ງ​ເປັນ​ວຽກ​ງານ​ຂັ້ນ​ພື້ນ​ຖານ​​ໃຫ້​ດີ. ຮຽກ​ຮ້ອງ​ໃຫ້​ທົ່ວ​ພັກ ​ທົ່ວ​ກອງ​ທັບ​ ແລະ ​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ທົ່ວ​ປະ​ເທດ​ ຢ່າ​ລືມ​ຄວາມຍາກ​ເຂັນ ​ແລະ ​ຄວາມ​ສະ​ຫງ່າ​ຜ່າ​ເຜີຍ​ໃນ​ອະ​ດີດ, ສົມ​ກຽດ​ຕໍ່​ກັບ​ການແບກ​ຫາ​ບ​ພາ​ລະ​ກຳ​ໃນ​ທຸກ​ມື້​ນີ້, ເຮັດ​ໃຫ້​ຄວາມ​ໃຝ່​ຝັນ​ທີ່​ຍິ່ງ​ໃຫຍ່​ປາ​ກົດ​ຜົນ​ເປັນ​ຈິງ​ໃນ​ອະ​ນາ​ຄົດ, ຖື​ປະ​ຫວັດ​ສາດ​ເປັນ​ແວ່ນ​ແຍງ, ບຸກ​ເບີກ​ອະ​ນາ​ຄົດ, ເຮັດ​ວຽກ​ຢ່າງ​ຫ້າວ​ຫັນ​ອົດ​ທົນ, ກ້າວ​ເດີນ​ໄປ​ໜ້າ​ຢ່າງ​ກ້າ​ຫານ, ບຸກ​ບື​ນສູ້​ຊົນ​ຢ່າງ​ບໍ່​ລົດ​ລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ສູ້​ຊົນ​ຄົບ​ຮອບ 100 ປີ​ເຫດການ​ທີ​ສອງ, ເພື່ອ​ບັນ​ລຸ​ຄວາມ​ໃຝ່​ຝັນ​ຂອງ​ຈີນ​ ໃນ​ການ​ຟື້ນ​ຟູ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ທີ່​ຍິ່ງ​ໃຫຍ່​ຂອງ​ປະ​ຊາ​ຊາດ​ຈີນ.

 

    ບັນ​ດາ​ສະ​ຫາຍທັງຫຼາຍ! ການ​ຄົ້ນ​ຄວ້າພິ​ຈາ​ລະ​ນາ​ ແລະ ​ຮັບ​ຮອງ​ມະ​ຕິ​ສະ​ບັບ​ນີ້ ເປັນ​ໜ້າ​ທີ່​ຕົ້ນ​ຕໍ​ຂອງກອງ​ປ​ະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້. ບັນ​ດາ​ສະ​ຫາ​ຍ​ ຕ້ອງ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ສູນ​ກາງ​ພັກ, ກຳ​ແໜ້ນ​​ປະ​ຫວັດ​ສາດ ປັດ​ຈຸ​ບັນ ​ແລະ​ ອະ​ນາ​ຄົດໃຫ້​ເຊື່ອມ​ສານ, ລົງ​ເລິກ​ຄົ້ນ​ຄິດ, ລົງ​ເລິກ​ຄົ້ນ​ຄວ້າ​ຫາ​ລື, ສຸມ​ຈິດ​ສຸມ​ໃຈ, ເຕົ້າ​ໂຮມສະ​ຕິ​ປັນ​ຍາ​ຂອງ​ຝ່າຍ​ຕ່າງ​ໆ​ຢ່າງກວ້າງ​ຂວາງ, ປະ​ກອບ​ຄຳ​ເຫັນ ​ແລະ ​ຂໍ້​ສະ​ເໜີ​ທີ່​ສ້າງ​ສັນ, ຮ່ວມ​ກັນ​ຈັດ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ນີ້​ໃຫ້​ປະ​ສົບ​ຜົນ​ສຳ​ເລັດ  ແລະ ​ດັດ​ແກ້ມະ​ຕິ​ໃຫ້​ດີ.

 

 

 

ຄຳ​ເຫັນ

0