吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ເນື້ອ​ໃນ​ກ່ຽວ​ກັບ​ຈີນ​​ໃນ​ຍັດຕິ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະສະພາ​ອາ​ເມຣິກາ​ບິດ​ເບືອນ​ຄວາມ​ຈິງ

2021-11-16 14:06:08 CRI

​ເນື້ອ​ໃນ​ກ່ຽວ​ກັບ​ຈີນ​​ໃນ​ຍັດຕິ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະສະພາ​ອາ​ເມຣິກາ​ບິດ​ເບືອນ​ຄວາມ​ຈິງ_fororder_微信图片_20211116135827


     ​ວັນ​ທີ 15 ພະຈິກ​ນີ້, ​ໃນ​ເວລາ​ຕອບ​ຄຳ​ຖາມ​​ຂອງ​ນັກ​ຂ່າວໃນ​ກອງ​ປະຊຸມ​​ຖະ​ແຫຼງຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ສະມາຊິກ​ລັດຖະ
ສະພາ​ອາ​ເມຣິກາ​ຄວນ​ປັບປຸງຈິດ​ໃຈ​ຂອງ​ຕົນ ຢຸດ​ຕິ​​ການ​ຄົ້ນ​ຄວ້າພິຈາລະນາ ​ແລະ ຊຸກ​ຍູ້​ຍັດຕິ​ໃນ​ທາງ​ລົບກ່ຽວ​ກັບ​ຈີນ​, ຢຸດຕິ​ແຊກ​ແຊງ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ ​ເພື່ອ​ຫຼີກ​ເວັ້ນ​ການ​ທຳ​ລາຍ​ສາຍ​ພົວພັນ​ຈີນ​-ອາ​ເມຣິກາ ​ແລະ ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຳຄັນ​ລະຫວ່າງ​ສອງ​ຝ່າຍ.


     ມີ​ນັກ​ຂ່າວ​ຖາມ​ວ່າ, ​ຂ່າວ​ແຈ້ງວ່າ​, ຫວ່າງ​ມໍ່ໆ​ມາ​ນີ້ ສະຖາ​ນທູດ​ຈີນ​ປະຈຳ​ອາ​ເມຣິກາພວມ​ເລັ່ງ​ຊີ້​ແຈ້ງ​ໃຫ້ຄະນະ​ການ​ຄ້າ ​ແລະ ​ຜູ້​ບໍ​ລິ​ຫານວິ​ສາ​ຫະກິດຂອງ​ອາ​ເມຣິກາ ​ໄດ້​ຮັບ​ຮູ້ເພື່ອ​ຮຽກຮ້ອງ​ໃຫ້​ເຂົາ​​ເຈົ້າ​ຄັດຄ້ານ​ຍັດຕິໃນ​ທາງ​ລົບ​ກ່ຽວ​ກັບ​ຈີນ​ທີ່​ສະ​ເໜີ​ໂດຍ​ລັດຖະສະພາ​ອາ​ເມຣິກາ.


     ​ໃນ​ເວລາ​ຕອບ​ຄຳ​ຖາມ​ດັ່ງກ່າວ, ທ່ານ​ຈ້າວລີ້​ຈ່ຽນກ່າວ​ເນັ້ນ​ວ່າ, ​ເນື້ອ​ໃນ​ກ່ຽວ​ກັບ​ຈີນ​ໃນ​ຍັດຕິ​ທີ່​ກ່ຽວຂ້ອງ​ຂອງ​ລັດຖະສະພາ​ອາ​ເມຣິກາ​ບິດ​ເບືອນ​ຄວາມ​ຈິງ, ​ໃສ່​ຮ້າຍ​ປ້າຍ​ສີ​​ເສັ້ນທາງການ​ພັດທະນາ ​ແລະ ນະ​ໂຍບາຍ​ພາຍ​ໃນ ​ແລະ ​ຕ່າງ​ປະ​ເທດ​ຂອງ​ຈີນ, ​ແ​ຊ​ກ​ແຊກ​ວຽກ​ງານ​ພາຍ​ໃນ​ຂອງ​ຈີນ​ຢ່າງ​ຮ້າຍ​ແຮງ​ໃນ​ບັນຫາ​ຕ່າງ​ໆ ​ເຊັ່ນ: ​ໄຕ້​ຫວັນ, ບັນຫາ​ກ່ຽວ​ກັບ​ຮົງ​ກົງ, ບັນຫາ​ກ່ຽວ​ກັບ​ຕິ​ເບ​ດ ​ແລະ ບັນຫາ​ກ່ຽວ​ກັບ​​ຊິນ​ຈຽງ​ເປັນ​ຕົ້ນ, ​ເຮັດ​ໃຫ້​ບັນຫາ​ເສດຖະກິດ​ການ​ຄ້າ​ຫັນ​ເປັນ​ບັນ​ຫາ​ການ​ເມືອງ. ຍັດຕິ​ເຫຼົ່ານີ້​ຖ້າ​ຜ່ານ​ການ​ຮັບຮອງ​ຈະ​ກາຍ​ເປັນ​ກົດໝາຍ, ຍ່ອມ​ຈະ​ທຳລາຍ​ການ​ພົວພັນ​ລະຫວ່າງ​ຈີນ ກັບ ອາ​ເມຣິກາ​ຢ່າງ​ຮ້າຍ​ແຮງ, ​ຂັດ​ຂວາງ​ການ​ໄປມາຫາສູ່​ກັນ ​ແລະ ການ​ຮ່ວມ​ມື​ທີ່​ເປັນ​ປົກ​ກະຕິ​ລະຫວ່າງ​ສອງ​ປະ​ເທດ​ຢ່າງໜັກໜ່ວງ, ສ້າງ​​ຜົນ​ຮ້າຍ​ຕໍ່​ຜູ້​ອື່ນ​ແຕ່​ກໍ່​ບໍ່​ມີ​ຜົນ​ປະ​ໂຫຍດ​ຕໍ່​ຝ່າຍ​ຕົນ. ກ່ຽວ​ກັບ​ເລື່ອງ​ນີ້, ຈີນ​ເດັດ​ດ່ຽວ​ຄັດ​ຄ້ານ​ມາ​ໂດຍ​ຕະ​ຫຼອດ.

ຄຳ​ເຫັນ

0