郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ຈະ​ຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຕາມ​ທີ່​ເຄີຍ​ໄດ້​ເຮັດ​ຜ່ານ​ມາ

2021-11-16 14:50:44 cri

图片默认标题_fororder_824557927

ວັນ​ທີ15ພະ​ຈິກນີ້,​ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ຕອບ​ຄຳ​ຖາມ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໂດຍ​ກ່າວ​ເນັ້ນວ່າ: ຈີນ​ຈະຕັ້ງ​ໜ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນເພື່ອຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຕາມ​​ທີ່​ເຄີຍ​ໄດ້​ເຮັດ​ຜ່ານ​ມາ,ຊຸກ​ຍູ້ການ​ຈັດ​ຕັ້ງ​ປະ​ຕິ​ບັດ “ສັນ​ຍາ​ປາ​ຣີ”ຢ່າງ​ຮອບ​ດ້ານ​ແລະ​ມີ​ປະ​ສິດ​ທິ​ຜົ​ນ,ສ້າງ​ລະ​ບົບ​ຄຸ້ມ​ຄອງ​ດິນ​ຟ້າ​ອາ​ກາດ​ທົ່ວ​ໂລກ​ທີ່​ທ່ຽງ​ທຳ ສົມ​ເຫດ​ສົມ​ຜົນ ແລະ​ຮ່ວມ​ມື​ກັນ​​ແບບ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບຜົນ​ປະ​ໂຫຍດ,ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາຕາ​ກຳ​ຂອງມວນ​ມະ​ນຸດ.

ຕາມ​ຂ່າວ​ແຈ້ງວ່າ: ວັນ​ທີ13ພະ​ຈິກນີ້ ກອງ​ປະ​ຊຸມ​ປະ​ເທດ​ພາ​ພີ​ໃນ“​ສົນ​ທິ​ສັນ​ຍາຂອບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊ​າ​ຊາດ​”ຄັ້ງ​ທີ26ໄດ້​ກ້າວ​ເຖິງ​ຂັ້ນ​ເຊັນ “ສັນ​ຍາ​ວ່າ​ດ້ວຍ​ດິນ​ຟ້າ​ອາ​ກາດ​ກ​ລາ​ສ​ໂກ”,ທ່ານ​ຈ້າວ​ລີ້​ຈ່ຽນ​ກ່າວ​ວ່າ,ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ຍຶດ​ໝັ້ນ​ໃນ​ລັດ​ທິ​ຫຼາຍ​ຝ່າຍ,​ໄດ້​ກ່າວ​ເນັ້ນ​ໜັກ​ຕື່ມ​ອີກ​ເຖິງ​ຫຼັກ​ການ​ມີ​ຄວາມ​ຮັບ​ຜິດ​ຊອ​ບ​ຮ່ວມ​ກັນ​ແຕ່​​ມີ​ພັນ​ທະຕ່າງ​ກັນ,ໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນ​ດ້​ານການ​ຊຸກ​ຍູ້​ການ​ນຳໃຊ້​ພະ​ລັງ​ງານ​ສະ​ອາດ​ກາກ​ບອນ​ຕ່ຳ ແລະ​ອື່ນໆ, ແຕ່​ຍ້ອນ​ວ່າ​ປະ​ເທດ​ທີ່​ພັດ​ທະ​ນາ​ແລ້ວ​ບໍ່​ໄດ້​ໃຫ້​ຄຳ​ຕອບ​ຢ່າງ​ເຕັມ​ສ່ວນ​ຕໍ່​ຄວາມສົນ​ໃ​ຈ​ສຳ​ຄັນຂອງ​ປະ​ເທດ​ພວມ​ພັດ​ທະ​ນາຄື ການ​ສະໜອງກອງ​ທຶນແລະ​ເຕັກ​ນິກ​ເປັນ​ຕົ້ນ,ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ​ໂລກ​ຍັງ​ຜະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຫຼາຍ​ຢ່າງ​ຢູ່.

ຄຳ​ເຫັນ

0