郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ຈັດ​ການ​ຊ້ອມ​ຮົບ​ຕ້ານ​​​ເຮືອ​​ດຳນ້ຳ​ຢູ່​ທະ​ເລ​ຈີນ​ໃຕ້

2021-11-17 15:12:07 cri

ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ຈັດ​ການ​ຊ້ອມ​ຮົບ​ຕ້ານ​​​ເຮືອ​​ດຳນ້ຳ​ຢູ່​ທະ​ເລ​ຈີນ​ໃຕ້_fororder_762470345

​ວັນ​ທີ16ພະ​ຈິກນີ້ ກອງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ​ໄດ້​ເປີ​ດ​ເຜີຍ​ໃຫ້​ຮູ້​ວ່າ: ​ເຮືອ​ດຳນ້ຳ​ຂອງກອງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລ​ຂອງ​ຍີ່​ປຸ່ນ​ໄດ້​ຮ່ວມ​ກັບ​ກອງ​ທັບ​ເຮືອ​ອາ​ເມ​ຣິ​ກາ​ຈັດ​ການ​ຊ້ອມ​​ຮົບ​ຮ່ວມ​ເພື່ອ​ຕ້ານ​ເຮືອ​ດຳນ້ຳ​​ເປັນ​ຄັ້ງ​ທຳ​ອິດ. ​ເຮືອ​ບິນ​ລາດ​ຕະ​ເວນ​ຕ້ານເຮືອ​​ດຳນ້ຳ P-1ຂອງ​ຍີ່​ປຸ່ນ​ໄດ້​​ເຂົ້າ​ຮ່ວມ​ການ​ຊ້ອມຮົບ​ຮ່ວມອາ​ເມ​ຣິ​ກາ-ຍີ່​ປຸ່ນຢູ່​ທະ​ເລ​ຈີນ​ໃຕ້​ເປັນ​​ຄັ້ງທຳ​ອິດ.

ຝ່າຍ​ຍີ່​ປຸ່ນ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ16ພະ​ຈິກນີ້​ວ່າ: ສາ​ມາດ​ປະ​ຕິ​ບັດ​ການຝຶກ​ຊ້ອມທີ່​ຫຍຸ້ງ​ຍາກ​ຢູ່​ເຂດ​ທະ​ເລ​ໃດໆ ໄດ້ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສາ​ມາດ​ໃນ​ລະ​ດັບ​ສູງ​ໃນ​ການ​ຮ່ວມ​ກັນ​ຊ້ອມ​ຮົມ​ລະ​ຫວ່າງ​ຍີ່​ປຸ່ນ​ກັບ​ອາ​ເມ​ຣິ​ກາ. ການ​ເ​ຝຶກ​ຊ້ອມ​ຄັ້ງນີ້​ເປັນ​ສັນ​ຍ​ະ​ລັກ​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ໜ້າ​ເກງ​ຂາມແລະ​ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື​ຂອງກອງ​ປ້ອງ​ກັນ​ຕົນ​ເອງ​ທາງ​ທະ​ເລຂອງ​ຍີ່​ປຸ່ນ​ແລະ​ກອງ​ທັງ​ເຮືອ​ອາ​ເມ​ຣິ​ກາ.

ວັນ​ທີ28ຕຸ​ລາ​ຜ່ານ​ມານີ້ ກອງ​ທັບເຮືອອາ​ເມ​ຣິ​ກາ​ໄດ້ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ: ກອງ​ທັງ​ເຮືອ​ອາ​ເມ​ຣິ​ກາ​ແລະ​ຍີ່​ປຸ່ນ​ໄດ້​ຈັດ​ການ​ເຄື່ອນ​ໄຫວ​ຢູ່​ທະ​ເລ​ຈີນ​ໃຕ້​,ຈັດ​ການ​ຊ້ອມ​ຮົບ​ປະ​ເພດ​ຕ່າງໆ​ເຊັ່ນ: ໜ້າ​ທີ່​ການ​ບິນ, ການ​ຝຶກ​ຊ້ອມ​ແບບ​ປະ​ສົມ​ປະ​ສານ​ຍຸດ​ທະ​ວີ​ທີລະ​ຫວ່າງກອງ​ທັບເຮືອ​ກັບ​ກອງ​ທັບອາ​ກາດ, ການ​ຕື່ມ​ນ້ຳ​ມັນ​ເທິງ​ທະ​ເລ ແລະ​ການ​ບຸກ​ໂຈມ​ຕີ​ທາງ​ທະ​ເລ​ເປັນ​ຕົ້ນ.

ຄຳ​ເຫັນ

0