黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​​ເປີດການ​ຊື້-ຂາຍຈະ​ເປັນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ດີ​ຂຶ້ນ

2021-11-17 10:02:43 cri

​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​​ເປີດການ​ຊື້-ຂາຍຈະ​ເປັນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ດີ​ຂຶ້ນ_fororder_src=http_%2F%2Fwx2.sinaimg.cn%2Flarge%2F001OSGCxly4gwg0zlpv4uj60u00mijwu02&refer=http_%2F%2Fwx2.sinaimg

ວັນ​ທີ 15 ພະ​ຈິກ​ນີ້, ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຈາກ​ຄົນ​ທັງ​ຫຼາຍ​ໄດ້​ເປີດ​ການ​ຊື້-ຂາຍ​ຢ່າງ​ເປັນ​ທາງ​ການ​ແລ້ວ, ຈາກ​ຈຸດເວ​ລາ​ນີ້​​ແມ່ນຫ່າງ​ຈາກ​ວັນ​ທີ່​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ປະ​ກາດ​ຂ່າວ​ດີ​ດັ່ງ​ກ່​າວ​ໃນ​ໂອ​ກາດ​ກ່າວ​ຄຳ​ປາ​ໄສ​ຜ່ານ​ທາງວິ​ດີ​ໂອ​​ຕໍ່​ກອງ​ປະ​ຊຸມ​ສຸດຍອດ​ການ​ຄ້າການ​ບໍ​ລິ​ການ​ສາ​ກົ​ນ​ຈີນ​ພຽງ​​ແຕ່ສອງ​ເດືອນ​ເທົ່າ​ນັ້ນ, ​ຕະ​ຫຼາດ​ຫຼັກ​ຊັ​ບ​ປັກ​ກິ່ງ​ເປີດ​​ການ​ຊື້-ຂາຍໄດ້​ສ້າງ​ສະ​ຖິ​ຕິ​ໃໝ່​ໃນ​ຕະ​ຫຼາດ​ການ​ລົງທຶນ​ຂອງ​ຈີນ​ອີກ​ຄັ້ງ​ໜຶ່ງ.

ໃນ​ມື້​ທຳ​ອິດ​ທີ່​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ເປີດ​​ການ​ຊື້-ຂາຍ, ​ມີ​ວິ​ສາ​ຫະ​ກິດ 81 ​ແຫ່ງ​ໄດ້ເຂົ້າ​ຮ່ວມ​ການ​ຊື້-ຂາຍ​ຫຼັກ​ຊັບ, ​ໃນ​ນັ້ນ​ມີ​ວິ​ສາ​ຫະ​ກິດ 71 ແຫ່ງ​ແມ່ນ​ວິ​ສາ​ຫະ​ກິດດີ​ເດັ່ນ​​ທີ່​ຖືກ​ກັບ​ມາດ​ຕະ​ຖານ​ການ​ຊື້-ຂາຍ​ຢູ່​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ, ມີ​​ວິ​ສາ​ຫະ​ກິດ​ໃໝ່ 10 ແຫ່ງ​​ໄດ້​ເຂົ້າ​ມາ​ຊື້-ຂາຍ​ຫຸ້ນຢູ່​ຕະ​ຫຼາດ​ຫຼັກ​ຊັບ​ໂດຍ​ກົງ. ​ລາ​ຄາ​ຫຸ້ນ​ຂອງ​ວິ​ສາ​ຫະ​ກິດ​ໃໝ່ 10 ແຫ່ງ​ທີ່​ຊື້-ຂາຍ​ໃນ​ວັນ​ທີ 15 ພະ​ຈິກ​ນີ້​ລ້ວນ​ແຕ່​ໄດ້ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ນັບ​ມາ​ຮອດ​ເວ​ລາ​ປິດ​​ການ​ຊື້​ຂ່າຍ​ຕອນ​ທ່ຽງ, ພາຍ​ໃຕ້ລະ​ບຽບ​ການ​ໃໝ່​ທີ່​ບໍ່​ຈຳ​ກັດ​ລາ​ຄາ​ການ​ຊື້-ຂາຍ​ຫຸ້ນໃນ​ມື້​ທຳ​ອິດ​ທີ່​ຊື້-ຂາຍ​ຢູ່​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ, ​ລາ​ຄາຫຸ້ນ​​ຂອງ​​ວິ​ສາ​ຫະ​ກິດ 10 ແຫ່ງ​ດັ່ງ​ກ່າວ​ລ້ວນ​ແຕ່​ໄດ້​ເພີ່ມ​ຂຶ້ນ​ຫຼາຍກວ່າ 100%. ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​​ໄດ້ເປີດ​ເຜີຍ​ວ່າ: ນັບ​ມາ​ຮອດ​ວັນ​ທີ 12 ພະ​ຈິກ​ນີ້, ມີ​ນັກ​ລົງ​ທຶນ​ຫຼາ​ຍກວ່າ 2,1 ລ້ານ​ຄົນ​ໄດ້ນັດ​ເປີດ​ບັນ​ຊີ​ລົງ​ທຶນ​ຢູ່​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ, ສ່ວນ​ນັກ​ລົງ​ທຶນ​ທີ່​ສາ​ມາດ​ເຂົ້າ​ຮ່ວມ​ການ​ຊື້-ຂາຍ​ໃນ​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ພາຍ​ຫຼັງ​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ​ນັ້ນ​​ມີຫຼາຍກວ່າ 4 ລ້ານ​ຄົນ, ກອງ​ທຶນ​ຊື້-ຂາຍ​ຫຸ້ນ​ມະ​ຫາ​ຊົນ 8 ແຫ່ງ​ທີ່​ເນັ້ນ​ຫົວ​ຂໍ້​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ໄດ້​ຮັບ​ອະ​ນຸ​ມັດ…​ນີ້​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ​ຄົນ​ທັງ​ຫຼາຍ​ເຕັມ​ໄປ​ດ້ວຍ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ຕະ​ຫຼາດ​ແຫ່ງ​ນີ້.

​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​​ເປີດການ​ຊື້-ຂາຍຈະ​ເປັນ​ການ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ການ​ພັດ​ທະ​ນາ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ດີ​ຂຶ້ນ_fororder_2021-11-17_095852

ປັດ​ຈຸ​ບັນ, ໃນ​ຕະ​ຫຼາດ​ຈີນ​ມີ​ອົງ​ກອນ​ເສດ​ຖະ​ກິດ​ຫຼາຍກວ່າ 150 ກວ່າ​ແຫ່ງ. ໃນ​ນັ້ນ​, ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍໄ​ດ້​ເສຍ​ອາ​ກອນ​ຫຼາຍກວ່າ 50%, ກວມ GDP ຫຼາຍກວ່າ 60%, ກວມ 70% ຂອງ​ເຕັກ​ນິກ​ທີ່​ປະ​ດິດ​ສ້າງ​ໃໝ່, ແຮງ​ງານ​ຂອງ​ຈີນ​ມີ 80% ເຮັດ​ວຽກ​ຢູ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ແລະ​ຈຳ​ນວນ​ວິ​ສາ​ຫະ​ກິດ​ຂອງ​ຈີນ​ມີ 90% ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ, ເຊິ່ງ​ເປັນ​ກຳ​ລັງ​ສຳ​ຄັນ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ແມ່ນ​​ເສົາຄ້ຳ​ສຳ​ຄັນໃນ​ການ​ປະ​ກອບ​ອາ​ຊີບແລະ​ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​​ຈີນໃຫ້​ດີ​ຂຶ້ນ, ທັງ​ເປັນ​ແຫຼ່ງ​ກຳ​ເນີດ​ຂອງ​ຈິດ​ໃຈ​ບຸກ​ບືນ​ກ້າວ​ໜ້າ​ຂອງນັກ​ທຸ​ລະ​ກິດ​ທີ່​ສຳ​ຄັນ.

ເປັນ​ຫຍັງ​ຈີນ​ຈຶ່ງ​ໄດ້​​ສ້າງຕັ້ງ​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ? ສາ​ເຫດ​ສຳ​ຄັນ​ແມ່ນ​ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ. ເປົ້າ​ໝາຍ​ການ​ເປີດ​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ແມ່ນ​ສຸມ​ກຳ​ລັງ​ເພື່ອ​​ໃຫ້ບໍ​ລິ​ການ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ຊຸດ​ທຳ​ອິດ​ທີ່ “ດີ​ເດັ່ນ​, ຊຳ​ນານ​ການ, ມີ​ເອ​ກະ​ລັກ​ພິ​ເສດ​ແລະ​ມີ​ເຕັກ​ນິກ​ໃໝ່”, ແລະ​ປັບ​ປຸງ​ສະ​ພາບ​ຄ່ອງ​ດ້ານ​ການ​ເງິນ​ຂອງວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ດີ​ຂຶ້ນ, ໂດຍ​ຜ່ານ​ການ​ສະ​ໜັບ​ສະ​ໜູນ​​ວິ​ສາ​ຫະ​ກິດ​ທີ່​ມີ​ທ່າ​ແຮງ​ໃນ​ຂົງ​ເຂດ​ຕ່າງໆຢ່າງ​ຖືກ​ຕ້ອງ, ແກ້​ໄຂ​ບັນ​ຫາ​ການ​ຂາດ​ສະ​ພາບ​ຄ່ອງໃນ​ຂົງ​ເຂດ​ສຳ​ຄັນ, ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້​ສາ​ມາດ​ປັບ​ປຸງ​ການ​ບໍ​ລິ​ຫານ​ພາຍ​ໃນ​ວິ​ສາ​ຫະ​ກິດ​ໃຫ້​ສົມ​ບູນ​ຂຶ້ນ.

ພາຍ​ໃຕ້​ເບື້ອງ​ຫຼັງ​ທີ່​ເສດ​ຖະ​ກິດ​ໂລກ​ຂາດ​ພະ​ລັງ​ແຮງ​ໃນ​ການ​ຟື້ນ​ຟູຄືນ​ໃໝ່ຍ້ອນ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ໃນ​ປັດ​ຈຸ​ບັນ, ຈີນ​ໄດ້​ຕັດ​ສິນ​ໃຈ​ສ້າງ​ຕັ້ງ​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ, ສ້າງຖານ​ທີ່​ໝັ້ນ​ຕົ້ນ​ຕໍ​ເພື່ອ​ຮັບ​ໃຊ້​ວິ​ສາ​ຫະ​ກິດປະ​ດິດ​ສ້າງ​ໃໝ່​ຂະ​ໜາດ​ກາງ​ແລະ​ນ້ອຍ​, ນີ້​ແມ່ນ​ມາດ​ຕະ​ການ​ສຳ​ຄັນ​ທີ່​ລັດ​ຖະ​ບານ​ຈີນປັບ​ປຸງ​ລະ​ບົບ​ການ​ປະ​ດິດ​ສ້າງ​ໃໝ່​ໃຫ້​ສົມ​ບູນ​ຂຶ້ນ​ແລະ​​ສ້າງ​ພະ​ລັງແຮງ​ໃໝ່​ດ້ານ​ການ​ພັດ​ທະ​ນາ​ການປະ​ດິດ​ສ້າງ​ໃໝ່.

ການ​ເປີດ​ຕະ​ຫຼາດ​ຫຼັກ​ຊັບ​ປັກ​ກິ່ງ​ເປັນການ​ສົ່ງ​ສັນ​ຍານ​​ຢ່າງຈະ​ແຈ້ງ​​ໃຫ້​ທັງພາຍ​ປະ​ເທດ​ໃນ​ແລະ​ຕ່າງ​ປະ​ເທດ ​ຄື: ນະ​ໂຍ​ບາຍ​ຂອງ​ຈີນ​ກ່ຽວ​ກັບ​ການ​ລົງ​ທຶນ​ບໍ່​ມີ​ການ​ປ່ຽນ​ແປ​ງ​ແລະ​ຈະ​ບໍ່​ປ່ຽນ​ແປງ​​ຕະ​ຫຼອດ​ໄປ, ຈີນ​ຍິນ​ດີ​ຕ້ອນ​ຮັບ​ການ​ລົງ​ທຶນ​ຫາກ​ບໍ່​ແມ່ນ​​ຕ້ານການ​ລົງ​ທຶນ, ລັດ​ຖະ​ບານ​ຈີນ​ລິ​ເລີ່ມ​ແລະ​ສົ່ງ​ເສີມ​ການ​ລົງ​ທຶນ​ຫຼາຍກວ່າ​ເກົ່າ​​ເພື່ອປັບ​ປຸງ​​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ປະ​ດິດ​ສ້າງ​ໃໝ່ຂະ​ໜາດ​ກາງ​ແລະ​ນ້ອຍ​ໃຫ້​ດີ​ຂຶ້ນ, ພ້ອມ​ກັນ​ນັ້ນ​ຈະ​ສະ​ໜອງ​ໂອ​ກາດ​ໃຫ້​ແກ່​ນັກ​ລົງ​ທຶນ​ທີ່​ກ້າສ່ຽງ​ສູງກວ່າ​ເກົ່າ​ແລະ​ມີ​ລາຍ​ຮັບ​ຫຼາຍກວ່າ​ເກົ່າ. ເມື່ອເຂົ້າ​ໃຈ​ເນື້ອ​ໃນ​ດັ່ງ​ກ່າວ​ກໍ​ຈະ​ສາ​ມາດ​ເຂົ້າ​ໃຈ​ທິດ​ທາງ​​ການພັດ​ທະ​ນາ​​ເສດ​ຖະ​ກິດ​ຂອງ​ຈີນໃນ​ອະ​ນາ​ຄົດ.

ຄຳ​ເຫັນ

0