吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ພະລັງງານ​ຈີນ-​ຣັດ​ເຊຍ​ຄັ້ງ​ທີ 18

2021-11-18 14:25:30 CRI

ຈັດ​ກອງ​ປະຊຸມ​ຄະນະ​ກຳມະການ​ຮ່ວມ​ມື​ພະລັງງານ​ຈີນ-​ຣັດ​ເຊຍ​ຄັ້ງ​ທີ 18_fororder_微信图片_20211118140836

    ວັນ​ທີ 17 ພະຈິກ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮານ​ເຈີ້​ງ ຮອງ​ນາຍົກລັດຖະມົນຕີຈີນ ທັງ​ເປັນ​ປະທານ​ຝ່າຍ​ຈີນ​ຂອງ​ຄະນະ​ກຳມະການຮ່ວມ​ມື​ດ້ານພະລັງງານ​ຈີນ-​ຣັດ​ເຊຍ​​ໄດ້​ຮ່ວມກັບ​ທ່ານອ​ມາເລັກ​ຊານ​ເດີ ​ໂນ​ວັກ ຮອງ​ນາຍົກລັດຖະມົນຕີຣັດ​ເຊຍ ທັງ​​ເປັນ​ປະທານ​ຝ່າຍຣັດ​ເຊຍ​ຂອງ​ຄະນະ​ກຳມະການ​ດັ່ງກ່າວ​​ຈັດ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ດ້ານ​ພະ​ລັງ​ງານ​ຈີນ-ຣັດ​ເຊຍ​ຄັ້ງ​ທີ 18 ດ້ວຍ​ຮູບ​ແບບ​ທາງ​ວິດີ​ໂອ.

 

    ທ່ານ​ຮານ​ເຈີ້​ງກ່າວ​ວ່າ, ການ​ຮ່ວມ​ມື​ດ້ານ​ພະລັງງານ​ເປັນ​ຂົງ​ເຂດສຳຄັນ​ທີ່​ສຸດ, ​ໄດ້​ຮັບ​ໝາກຜົນ​ຫຼາຍ​ທີ່​ສຸດ ​ແລະ ມີ​ຂອບ​ເຂດ​ກວ້າງຂວາງ​ທີ່​ສຸດ​ໃນ​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ລະ​ຫວ່າງ​ຈີນ ກັບ ຣັດ​ເຊຍ. ທ່ານ​ຮານ​ເຈີ້​ງ​ໄດ້​ສະ​ເໜີ​ຂໍ້​ສະ​ເໜີ 3 ຂໍ້​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ພະລັງງານ​ຈີນ-ຣັດ​ເຊຍ. ຄື: ໜຶ່ງ, ​ລົງ​ເລິກ​ກາ​ນຮ່ວມ​ມື​ໃນ​ຂົງ​ເຂດ​ພະລັງງານ​ນິວ​ເຄຼຍຕື່ມ​ອີກ, ​ທັງຊຸກຍູ້​ການ​ຮ່ວມ​ມື​ໂຄງການ​ກໍ່ສ້າງ​ທໍ່​ສົ່ງ​ນ້ຳມັນ ​ແລະ ອາຍ​​ແກັ​ສ. ສອງ, ​ເປີດ​ກວ້າງ​ຂົງ​ເຂດ ​ແລະ ​ເນື້ອ​ໃນ​ໃໝ່​ຂອງ​ການ​ຮ່ວມ​ມື​ດ້ານ​ພະລັງງານ, ຄ່ອຍໆ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ດ້ານ​ພະລັງງານ​ແບບ​ໝູນວຽນ, ພະລັງງານ​ໄນ​​ໂຕຼ​​ແຊນ, ການ​ສະ​ສົມ​ພະລັງງານ ພ້ອມ​ດ້ວຍ​ມາດ​ຕະຖານ​ພະລັງງານ,​ການ​ປະດິດ​ສ້າງ​ເຕັກນິກ​ວິທະ​ຍາ​ສາດ ​ແລະ ການຊຳລະ​ສະ​ສາງ​ດ້ວຍ​ກະ​ສຸນ​ເງິນ​ສອງ​ຝ່າຍ​ໃນ​ດ້ານ​ພະ​ລັງ​ງານ. ສາມ, ​​ເພີ່ມ​ທະວີ​ການ​ປະສານ​ງານ​​ການ​ຄຸ້ມ​ຄອງ​ພະລັງງານ​ທົ່ວ​ໂລກ ​ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ຊຸກຍູ້​ລະບົບ​ຄຸ້ມ​ຄອງ​ພະລັງງານ​ທົ່ວ​ໂລກ​ໃຫ້​ພັດທະນາ​ໄປ​ໃນ​ທິດ​ທາງ​ທີ່​ຍຸ​ຕິ​ທຳ​ກວ່າ​ເກົ່າ, ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ທົ່ວ​ເຖິງ ແລະ ກວມ​ລວມ.

 

    ທ່ານ​​ໂນ​ວັກ​ກ່າວ​ວ່າ, ຣັດ​ເຊຍ​ຍິນ​ດີ​ຮ່ວມ​ມື​ກັບ​ຈີນ ​ເພື່ອ​ເປີດ​ກວ້າງການ​ຮ່ວມ​ມື​ດ້ານ​ພະລັງງານ​ໃນ​ລະດັບ​​ທີ່ເລິກ​ເຊິ່ງກວ່າ​ເກົ່າ ​ແລະ ​ມີຂົງ​ເຂດ​ກວ້າງຂວາງ​ກວ່າ​ເກົ່າ, ຊຸກ​ຍູ້​ການ​ຮ່ວມ​ມື​ຮອບດ້ານ, ​ເຮັດ​ໃຫ້ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດກ້າວຂຶ້ນ​ສູ່​ລະດັບ​ໃໝ່.

 

ຄຳ​ເຫັນ

0